Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 7:16 - ພຣະຄຳພີສັກສິ

16 ແລະ​ພວກເຂົາ​ໄດ້​ນຳ​ເອົາ​ຊາກສົບ​ຂອງ​ພວກເພິ່ນ​ກັບຄືນ​ມາ​ທີ່​ຊີເຄມ ແລະ​ໄດ້​ວາງ​ໄວ້​ໃນ​ອຸບມຸງ ທີ່​ອັບຣາຮາມ​ໄດ້​ຊື້​ຈາກ​ຕະກຸນ​ຮາໂມ ດ້ວຍ​ເງິນ​ຈຳນວນ​ໜຶ່ງ​ໃນ​ເມືອງ​ຊີເຄມ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ສົບ​ຂອງ​ພວກເພິ່ນ​ຖືກ​ນຳ​ກັບ​ມາ​ໄວ້​ໃນ​ອຸບມຸງ​ທີ່​ເມືອງ​ຊີເຄມ ເຊິ່ງ​ອັບຣາຮາມ​ໄດ້​ຊື້​ມາ​ຈາກ​ລູກ​ຂອງ​ຮາໂມ​ທີ່​ຊີເຄມ​ດ້ວຍ​ເງິນ​ຈຳນວນ​ໜຶ່ງ.

Uka jalj uñjjattʼäta Copia luraña




ກິດຈະການ 7:16
11 Jak'a apnaqawi uñst'ayäwi  

ອັບຣາຮາມ​ໄດ້​ຕົກລົງ​ຊື້​ທີ່ດິນ​ນັ້ນ​ນຳ​ເອຟະໂຣນ ໂດຍ​ຈ່າຍ​ເງິນ​ຈຳນວນ 400 ຫລຽນ ຊ້ອງໜ້າ​ຊາວ​ຮິດຕີ ຕາມ​ອັດຕາ​ເງິນ​ທີ່​ໃຊ້​ກັນ​ໃນ​ທ້ອງ​ຕະຫລາດ.


“ຂ້ານ້ອຍ​ເປັນ​ຄົນ​ຕ່າງດ້າວ​ທີ່​ອາໄສ​ຢູ່​ທ່າມກາງ​ພວກທ່ານ; ສະນັ້ນ ຂໍ​ຂາຍ​ທີ່ດິນ​ບາງ​ຕອນ​ໃຫ້​ຂ້ານ້ອຍ ເພື່ອ​ຈະ​ໄດ້​ຝັງສົບ​ເມຍ​ຂອງ​ຂ້ານ້ອຍ​ແດ່ທ້ອນ.”


ຣາເຊັນ​ໄດ້​ຕາຍໄປ ແລະ​ຢາໂຄບ​ໄດ້​ຝັງສົບ​ຂອງ​ນາງ​ໄວ້ ໃກ້​ແຄມ​ທາງ​ໄປ​ເມືອງ​ເອຟຣາທາ ປັດຈຸບັນ​ນີ້​ແມ່ນ​ເມືອງ​ເບັດເລເຮັມ.


ພໍ່​ຕ້ອງການ​ໃຫ້​ລູກ​ຝັງສົບ​ຂອງ​ພໍ່​ໄວ້​ຢູ່​ໃນ​ບ່ອນ​ຝັງສົບ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຮົາ; ຈົ່ງ​ເອົາ​ຊາກສົບ​ຂອງ​ພໍ່​ອອກ​ໜີ​ຈາກ​ປະເທດ​ເອຢິບ ແລະ​ຝັງ​ໄວ້​ຢູ່​ໃນ​ຖໍ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ.” ໂຢເຊັບ​ຕອບ​ວ່າ, “ລູກ​ຈະ​ເຮັດ​ຕາມ​ທີ່​ພໍ່​ຕ້ອງການ.”


ດັ່ງນັ້ນ ພວກ​ລູກຫລານ​ຂອງ​ຢາໂຄບ​ຈຶ່ງ​ເຮັດ​ຕາມ ສິ່ງ​ທີ່​ພໍ່​ໄດ້​ສັ່ງ​ພວກເຂົາ​ທຸກປະການ;


ພວກເຂົາ​ໄດ້​ຫາມ​ຊາກສົບ​ຂອງ​ພໍ່​ໄປ​ສູ່​ການາອານ ແລະ​ຝັງ​ໄວ້​ຢູ່​ໃນ​ຖໍ້າ​ຝັງສົບ​ທີ່​ມັກເປລາ; ທາງ​ທິດ​ຕາເວັນອອກ​ຂອງ​ມຳເຣ ໃນ​ນາ​ຊຶ່ງ​ອັບຣາຮາມ​ໄດ້​ຊື້​ຈາກ​ເອຟະໂຣນ​ຊາວ​ຮິດຕີ ເພື່ອ​ເອົາ​ໄວ້​ເປັນ​ບ່ອນ​ຝັງສົບ.


ໂມເຊ​ເອົາ​ຊາກສົບ​ຂອງ​ໂຢເຊັບ​ໄປ​ນຳ ເພາະ​ໂຢເຊັບ​ໄດ້​ສັ່ງ​ໄວ້​ຢ່າງ​ໜັກແໜ້ນ. ເພິ່ນ​ໄດ້​ສັ່ງ​ໄວ້​ວ່າ, “ເມື່ອ​ພຣະເຈົ້າ​ມາ​ຊ່ວຍກູ້​ເອົາ​ພວກເຈົ້າ ພວກເຈົ້າ​ຕ້ອງ​ນຳ​ເອົາ​ຊາກສົບ​ຂອງຂ້ອຍ​ໄປ​ຈາກ​ທີ່​ນີ້.”


ສ່ວນ​ກະດູກ​ຂອງ​ໂຢເຊັບ​ທີ່​ພວກ​ອິດສະຣາເອນ​ໄດ້​ນຳ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ກໍໄດ້​ຖືກ​ຝັງ​ໄວ້​ທີ່​ເມືອງ​ຊີເຄມ ໃນ​ດິນ​ຕອນ​ໜຶ່ງ​ທີ່​ຢາໂຄບ​ໄດ້​ຊື້​ຈາກ​ລູກຊາຍ​ຂອງ​ຮາໂມ​ຜູ້​ເປັນ​ພໍ່​ຂອງ​ຊີເຄມ ເປັນ​ເງິນ​ໜຶ່ງຮ້ອຍ​ຫລຽນ. ທີ່ດິນ​ນີ້​ເປັນ​ມູນ​ມໍຣະດົກ​ຂອງ​ລູກຫລານ​ໂຢເຊັບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka