Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 7:10 - ພຣະຄຳພີສັກສິ

10 ແລະ​ຊ່ວຍ​ເພິ່ນ​ໃຫ້​ຜ່ານ​ພົ້ນ​ຄວາມ​ຍາກ​ລຳບາກ​ທັງ​ສິ້ນ, ພຣະເຈົ້າ​ກໍ​ໂຜດ​ໃຫ້​ເພິ່ນ​ເປັນ​ທີ່​ພໍໃຈ ແລະ​ມີ​ສະຕິປັນຍາ ເມື່ອ​ໂຢເຊັບ​ໄດ້​ປາກົດ​ຕົວ​ຕໍ່ໜ້າ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ແລະ​ກະສັດ​ໄດ້​ແຕ່ງຕັ້ງ​ໂຢເຊັບ ໃຫ້​ເປັນ​ຜູ້​ປົກຄອງ​ເອຢິບ​ຕະຫລອດ​ທັງ​ວັງ​ຂອງ​ເພິ່ນ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ແລະ ຊ່ວຍ​ເພິ່ນ​ໃຫ້​ພົ້ນ​ຈາກ​ຄວາມຍາກລຳບາກ​ທັງໝົດ​ຂອງ​ເພິ່ນ. ພຣະອົງ​ໃຫ້​ໂຢເຊັບ​ມີ​ສະຕິປັນຍາ ແລະ ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ຟາໂຣ ກະສັດ​ແຫ່ງ​ເອຢິບ. ດັ່ງນັ້ນ ຟາໂຣ​ຈຶ່ງ​ໄດ້​ແຕ່ງຕັ້ງ​ໃຫ້​ເພິ່ນ​ປົກຄອງ​ທົ່ວ​ປະເທດ​ເອຢິບ ແລະ ວັງ​ທັງໝົດ​ຂອງ​ເພິ່ນ​ດ້ວຍ.

Uka jalj uñjjattʼäta Copia luraña




ກິດຈະການ 7:10
19 Jak'a apnaqawi uñst'ayäwi  

ແຕ່​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ໂຢເຊັບ​ແລະ​ເມດຕາ​ລາວ. ດັ່ງນັ້ນ ຫົວໜ້າ​ຜູ້ຄຸມຄຸກ​ຈຶ່ງ​ພໍອົກ​ພໍໃຈ​ນຳ​ໂຢເຊັບ.


ໂຢເຊັບ ໃນ​ຖານະ​ເປັນ​ຜູ້ປົກຄອງ​ປະເທດ​ເອຢິບ ເພິ່ນ​ໄດ້​ຂາຍ​ເຂົ້າ​ໃຫ້​ແກ່​ປະຊາຊົນ​ຈາກ​ທຸກ​ຊາດ​ທົ່ວ​ໂລກ. ດັ່ງນັ້ນ ພວກ​ອ້າຍ​ຂອງ​ໂຢເຊັບ​ຈຶ່ງ​ເຂົ້າ​ມາ​ຫາ​ແລະ​ຂາບລົງ​ຕໍ່ໜ້າ​ເພິ່ນ.


ຢູດາ​ໄດ້​ເຂົ້າ​ໄປ​ຫາ​ໂຢເຊັບ ແລະ​ຂໍຮ້ອງ​ວ່າ, “ທ່ານເອີຍ ກະລຸນາ​ໃຫ້​ຂ້ານ້ອຍ​ໄດ້​ເວົ້າ​ກັບ​ທ່ານ​ຢ່າງ​ກົງໄປ​ກົງມາ​ແດ່ທ້ອນ. ຢ່າ​ຟ້າວ​ຮ້າຍ​ໃຫ້​ຂ້ານ້ອຍ​ເລີຍ; ທ່ານເອງ​ກໍ​ເປັນ​ດັ່ງ​ກະສັດ.


ຂໍ​ໃຫ້​ເທວະດາ​ຕົນ​ທີ່​ໄດ້​ຊ່ວຍ​ກູ້​ເອົາ​ຂ້ານ້ອຍ; ຈົ່ງ​ອວຍພອນ​ເຂົາ​ເຫຼົ່ານີ້​ດ້ວຍ ຂໍ​ໃຫ້​ຊື່​ຂອງ​ຂ້ານ້ອຍ​ທັງ​ອີຊາກ​ແລະ​ອັບຣາຮາມ ດຳລົງ​ຄົງ​ຢູ່​ນຳ​ເດັກນ້ອຍ​ເຫຼົ່ານີ້ ຂໍ​ໃຫ້​ພວກເຂົາ​ຈົ່ງ​ມີ​ລູກຫລານ​ຢ່າງ​ຫຼວງຫລາຍ ທັງ​ມີ​ເຊື້ອສາຍ​ມາກມາຍ​ຫລາຍ​ລົ້ນ ແດ່ທ້ອນ.”


ຂໍໂຜດ​ຍົກ​ບາບ​ທັງໝົດ​ກັບ​ການ​ກະບົດ​ຕ່າງໆ​ຂອງ​ພວກເຂົາ​ທີ່​ຕໍ່ສູ້​ພຣະອົງ ຂໍ​ໃຫ້​ເຫຼົ່າ​ສັດຕູ​ປະຕິບັດ​ຕໍ່​ພວກເຂົາ​ດ້ວຍ​ຄວາມ​ເມດຕາ​ດ້ວຍ​ເທີ້ນ


ຄົນ​ທຸກຈົນ​ພຣະອົງ​ບໍ່​ປະຖິ້ມ ແຕ່​ສົນໃຈ​ຍ້ອນ​ພວກເຂົາ​ທົນທຸກ ພຣະອົງ​ບໍ່​ຫັນໜີ ແຕ່​ຕອບ​ສິ່ງ​ທີ່​ເຂົາເຈົ້າ​ຮ້ອງຂໍ.”


ພຣະເຈົ້າຢາເວ​ຊ່ວຍເຫຼືອ​ແລະ​ຊ່ວຍກູ້​ເອົາ​ພວກເຂົາ​ຈາກ​ຄົນ​ຊົ່ວຮ້າຍ​ທັງຫລາຍ ເພາະວ່າ​ພວກເຂົາ​ມາ​ຂໍ​ໃຫ້​ພຣະອົງ​ຄຸ້ມຄອງ​ຮັກສາ.


ເມື່ອ​ເຈົ້າ​ເຮັດ​ໃຫ້​ພຣະເຈົ້າຢາເວ​ພໍໃຈ​ເຈົ້າ​ກໍ​ເຮັດ​ໃຫ້ ສັດຕູ​ກາຍເປັນ​ມິດ.


ແມ່ນ​ພຣະເຈົ້າຢາເວ​ທີ່​ເປັນ​ຜູ້​ໂຜດ​ໃຫ້​ປັນຍາ, ຄວາມຮູ້ ແລະ​ຄວາມ​ເຂົ້າໃຈ​ແມ່ນ​ມາ​ຈາກ​ພຣະອົງ.


ຖ້າ​ເຈົ້າ​ເຮັດ​ເຊັ່ນນີ້ ທັງ​ພຣະເຈົ້າ​ແລະ​ມະນຸດ​ກໍ​ຈະ​ພໍໃຈ​ນຳ.


“ຈົ່ງ​ແຕ່ງ​ຄົນ​ໄປ​ຊອກ​ຫາ​ເຢເຣມີຢາ ແລະ​ເບິ່ງແຍງ​ລາວ​ໃຫ້​ດີ. ຢ່າ​ທຳຮ້າຍ​ລາວ ແຕ່​ຈົ່ງ​ຊ່ວຍເຫລືອ​ລາວ​ຕາມ​ທີ່​ລາວ​ຕ້ອງການ.”


ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຊ່ວຍກູ້​ເອົາ​ເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຊ້າ​ທຸກຢ່າງ ແລະ​ນຳ​ເຮົາ​ເຂົ້າ​ໄປ​ສູ່​ອານາຈັກ​ສະຫວັນ​ຂອງ​ພຣະອົງ​ຢ່າງ​ປອດໄພ ຂໍ​ໃຫ້​ສະຫງ່າຣາສີ ຈົ່ງ​ມີ​ແກ່​ພຣະອົງ ສືບໆໄປ​ເປັນນິດ​ເທີ້ນ ອາແມນ.


ເບິ່ງແມ! ພວກເຮົາ​ຖື​ວ່າ​ຄົນ​ເຫຼົ່ານັ້ນ ທີ່​ມີ​ຄວາມ​ໝັ້ນໃຈ​ກໍ​ເປັນ​ສຸກ. ເຈົ້າ​ທັງຫລາຍ​ໄດ້ຍິນ​ເລື່ອງ​ຄວາມ​ໝັ້ນໃຈ​ຂອງທ່ານ​ໂຢບ ແລະ​ໄດ້​ເຫັນ​ແລ້ວ​ວ່າ​ໃນ​ທີ່ສຸດ​ປາຍ​ນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ກໍ​ຊົງ​ເຕັມ​ໄປ​ດ້ວຍ​ພຣະ​ເມດຕາ​ກະລຸນາ.


ຂ້າພະເຈົ້າ​ໄດ້​ຕອບ​ຜູ້ນັ້ນ​ວ່າ, “ທ່ານເອີຍ, ທ່ານ​ເອງ​ກໍ​ຮູ້​ຢູ່​ແລ້ວ.” ຜູ້ນັ້ນ​ຈຶ່ງ​ບອກ​ຂ້າພະເຈົ້າ​ວ່າ, “ຄົນ​ເຫຼົ່ານີ້ ແມ່ນ​ພວກ​ທີ່​ໄດ້​ຜ່ານ​ການ​ຖືກ​ຂົ່ມເຫັງ​ຢ່າງ​ໜັກ ພວກເຂົາ​ໄດ້​ຊຳລະ​ເສື້ອລ່າມ​ຂອງ​ພວກເຂົາ​ໃຫ້​ຂາວ​ສະອາດ ດ້ວຍ​ເລືອດ​ຂອງ​ພຣະ​ເມສານ້ອຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka