1 ແລ້ວມະຫາປະໂຣຫິດກໍຖາມຊະເຕຟາໂນວ່າ, “ເລື່ອງນີ້ເປັນຄວາມຈິງແທ້ບໍ?”
1 ແລ້ວມະຫາປະໂລຫິດ ຈຶ່ງຖາມຊະເຕຟາໂນວ່າ, “ຄຳກ່າວຫາເຫລົ່ານີ້ເປັນຄວາມຈິງບໍ?”
ແລະບັນດາຄົນທີ່ນັ່ງຢູ່ໃນສະພາສູງສຸດນັ້ນ ໄດ້ແນມໄປເບິ່ງຊະເຕຟາໂນ ແລະເຫັນວ່າໜ້າຂອງເພິ່ນເປັນເໝືອນໜ້າຂອງເທວະດາ.
ຝ່າຍຊະເຕຟາໂນໄດ້ຕອບວ່າ, “ພີ່ນ້ອງແລະພວກຍາພໍ່ທັງຫລາຍເອີຍ, ຂໍໂຜດຟັງຂ້ານ້ອຍກ່າວເທີ້ນ ພຣະເຈົ້າແຫ່ງສະຫງ່າຣາສີໄດ້ປາກົດແກ່ອັບຣາຮາມ ບັນພະບຸລຸດຂອງພວກເຮົາ ເມື່ອເພິ່ນຍັງຢູ່ທີ່ເມໂຊໂປຕາເມຍ ກ່ອນທີ່ເພິ່ນໄດ້ໄປອາໄສຢູ່ໃນເມືອງຮາຣານ