Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 6:8 - ພຣະຄຳພີສັກສິ

8 ຊະເຕຟາໂນ​ຜູ້​ທີ່​ບໍຣິບູນ​ດ້ວຍ​ພຣະຄຸນ​ແລະ​ຣິດເດດ ໄດ້​ເຮັດ​ການ​ອັດສະຈັນ​ອັນ​ໃຫຍ່ ແລະ​ໝາຍສຳຄັນ​ອັນ​ຍິ່ງໃຫຍ່​ໃນ​ທ່າມກາງ​ປະຊາຊົນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ຝ່າຍ​ຊະເຕຟາໂນ, ຊາຍ​ຜູ້​ທີ່​ເຕັມ​ໄປ​ດ້ວຍ​ພຣະຄຸນ ແລະ ລິດອຳນາດ​ຂອງ​ພຣະເຈົ້າ, ໄດ້​ສະແດງ​ການ​ອັດສະຈັນ ແລະ ໝາຍສຳຄັນ​ຍິ່ງໃຫຍ່​ຫລາຍ​ຢ່າງ​ໃນ​ທ່າມກາງ​ປະຊາຊົນ.

Uka jalj uñjjattʼäta Copia luraña




ກິດຈະການ 6:8
11 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ເວົ້າ​ຕໍ່​ເພິ່ນ​ວ່າ, “ຖ້າ​ເຈົ້າ​ທັງຫລາຍ​ບໍ່​ເຫັນ​ການ​ອັດສະຈັນ ແລະ​ໝາຍສຳຄັນ ພວກເຈົ້າ​ກໍ​ຈະ​ບໍ່​ເຊື່ອ.”


ຄົນ​ເຫຼົ່ານັ້ນ​ຕໍ່ສູ້​ກັບ​ຄຳ​ທີ່​ທ່ານ​ກ່າວ​ດ້ວຍ​ສະຕິປັນຍາ ແລະ​ດ້ວຍ​ພຣະວິນຍານ​ບໍ່ໄດ້.


ແລະ​ບັນດາ​ຄົນ​ທີ່​ນັ່ງ​ຢູ່​ໃນ​ສະພາ​ສູງສຸດ​ນັ້ນ ໄດ້​ແນມ​ໄປ​ເບິ່ງ​ຊະເຕຟາໂນ ແລະ​ເຫັນ​ວ່າ​ໜ້າ​ຂອງ​ເພິ່ນ​ເປັນ​ເໝືອນ​ໜ້າ​ຂອງ​ເທວະດາ.


ດ້ວຍເຫດນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ເລືອກ​ເອົາ​ເຈັດ​ຄົນ​ໃນ​ທ່າມກາງ​ພວກເຈົ້າ​ທີ່​ມີ​ຊື່ສຽງ​ດີ ທີ່​ເຕັມ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ສະຕິປັນຍາ ພວກເຮົາ​ຈະ​ຕັ້ງ​ໃຫ້​ພວກເຂົາ​ຮັບຜິດຊອບ​ດູແລ​ໃນ​ການ​ງານ​ນີ້.


ຄົນ​ທີ່​ເຊື່ອ​ທັງໝົດ​ພໍໃຈ ເຫັນ​ດີ​ນຳ​ການ​ສະເໜີ​ຂອງ​ພວກ​ອັກຄະສາວົກ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ເລືອກ​ເອົາ​ຊະເຕຟາໂນ ຜູ້​ທີ່​ເຕັມ​ໄປ​ດ້ວຍ​ຄວາມເຊື່ອ ແລະ​ພຣະວິນຍານ​ບໍຣິສຸດ ແລະ ຟີລິບ, ໂປໂຄໂລ, ນີກາໂນ, ຕີໂມນ, ປາເມນາ ແລະ ນີໂກລາໂອ​ຊາວ​ເມືອງ​ອັນຕີໂອເຂຍ ທີ່​ເຂົ້າ​ສາສະໜາ​ຢິວ.


ແຕ່​ຊະເຕຟາໂນ​ຜູ້​ທີ່​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ກໍ​ເງີຍ​ໜ້າ​ແນມ​ຂຶ້ນ​ສູ່​ສະຫວັນ ແລະ​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ແລະ​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ຢືນ​ຢູ່​ທີ່​ກໍ້າ​ຂວາ​ຂອງ​ພຣະເຈົ້າ.


ປະຊາຊົນ​ໄດ້​ຕັ້ງໃຈ​ຟັງ​ຖ້ອຍຄຳ​ຂອງ​ຟີລິບ ເມື່ອ​ພວກເຂົາ​ໄດ້ຍິນ​ເພິ່ນ​ປະກາດ ແລະ​ໄດ້​ເຫັນ​ການ​ອັດສະຈັນ​ທີ່​ເພິ່ນ​ໄດ້​ເຮັດ.


ຂອງ​ພຣະ​ຣາຊທານ​ຂອງ​ພຣະອົງ ກໍ​ຄື​ໃຫ້​ບາງຄົນ​ເປັນ​ອັກຄະສາວົກ, ບາງຄົນ​ເປັນ​ຜູ້​ປະກາດ​ພຣະທຳ, ບາງຄົນ​ເປັນ​ຜູ້​ປະກາດ​ຂ່າວປະເສີດ, ບາງຄົນ​ເປັນ​ສິດຍາພິບານ ແລະ ຄູ​ສາສະໜາ.


ຜູ້ດູແລ​ຮັບໃຊ້​ທີ່​ປະຕິບັດ​ໜ້າທີ່​ໄດ້​ດີ​ນັ້ນ ກໍໄດ້​ຮັບ​ກຽດ​ສູງ ແລະ​ມີ​ໃຈ​ກ້າ​ສາມາດ​ກ່າວ​ຢ່າງ​ໝັ້ນໃຈ ເຖິງ​ຄວາມເຊື່ອ​ຂອງ​ພວກ​ຕົນ​ໃນ​ພຣະຄຣິດເຈົ້າ​ເຢຊູ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka