Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 6:5 - ພຣະຄຳພີສັກສິ

5 ຄົນ​ທີ່​ເຊື່ອ​ທັງໝົດ​ພໍໃຈ ເຫັນ​ດີ​ນຳ​ການ​ສະເໜີ​ຂອງ​ພວກ​ອັກຄະສາວົກ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ເລືອກ​ເອົາ​ຊະເຕຟາໂນ ຜູ້​ທີ່​ເຕັມ​ໄປ​ດ້ວຍ​ຄວາມເຊື່ອ ແລະ​ພຣະວິນຍານ​ບໍຣິສຸດ ແລະ ຟີລິບ, ໂປໂຄໂລ, ນີກາໂນ, ຕີໂມນ, ປາເມນາ ແລະ ນີໂກລາໂອ​ຊາວ​ເມືອງ​ອັນຕີໂອເຂຍ ທີ່​ເຂົ້າ​ສາສະໜາ​ຢິວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ຄົນ​ໃນ​ທີ່​ປະຊຸມ​ທັງໝົດ​ພໍໃຈ​ກັບ​ຂໍ້ສະເໜີ​ນີ້. ພວກເຂົາ​ຈຶ່ງ​ເລືອກ​ເອົາ​ຊະເຕຟາໂນ, ຜູ້ຊາຍ​ທີ່​ເຕັມ​ໄປ​ດ້ວຍ​ຄວາມເຊື່ອ ແລະ ພຣະວິນຍານບໍລິສຸດເຈົ້າ; ພ້ອມ​ທັງ​ຟີລິບ, ໂປໂຄໂລ, ນີກາໂນ, ຕີໂມນ, ປາເມນາ ແລະ ນີໂກລາໂອ​ຈາກ​ອັນຕີໂອເຂຍ​ທີ່​ເຂົ້າ​ສາສະໜາ​ຢິວ.

Uka jalj uñjjattʼäta Copia luraña




ກິດຈະການ 6:5
24 Jak'a apnaqawi uñst'ayäwi  

ກະສັດ​ກັບ​ຂ້າຣາຊການ​ຂອງ​ເພິ່ນ​ເຫັນພ້ອມ​ໃນ​ແຜນການ​ນີ້


ຄຳຕອບ​ອັນ​ອ່ອນຫວານ​ລະງັບ​ຄວາມໂກດ​ໄວ້, ແຕ່​ຄຳເວົ້າ​ຫຍາບຊ້າ​ຍົວະ​ໃຫ້​ໂມໂຫ.


ຮູ້ຈັກ​ໃຊ້​ຄຳເວົ້າ​ທີ່​ຖືກ​ກາລະ​ເທສະ ພາ​ໃຫ້​ເກີດ​ຄວາມ​ຊົມຊື່ນ​ຍິນດີ.


ແຕ່​ສຳລັບ​ຂ້າພະເຈົ້າ​ແລ້ວ ພຣະເຈົ້າຢາເວ​ໃຫ້​ຂ້າພະເຈົ້າ​ເຕັມ​ໄປ​ດ້ວຍ​ພຣະວິນຍານ ຕະຫລອດ​ທັງ​ຣິດອຳນາດ​ຂອງ​ພຣະອົງ ແລະ​ພຣະອົງ​ໃຫ້​ຂ້າພະເຈົ້າ​ມີ​ຄວາມ​ເຂົ້າໃຈ​ໃນ​ຄວາມ​ຍຸດຕິທຳ ແລະ​ມີ​ຄວາມ​ກ້າຫານ​ເພື່ອ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ ແມ່ນ​ຫຍັງ​ຄື​ການບາບ​ຂອງ​ພວກເຂົາ.


“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ ພວກເຈົ້າ​ເດີນທາງ​ບົກ​ແລະ​ທາງ​ນໍ້າ, ເພື່ອ​ຈະ​ໄດ້​ຄົນ​ຜູ້ໜຶ່ງ​ມາ​ເຂົ້າ​ສາສະໜາ ແລະ​ເມື່ອ​ໄດ້​ເຂົ້າ​ແລ້ວ ເຈົ້າ​ກໍ​ເຮັດ​ໃຫ້​ຄົນ​ນັ້ນ ສົມ​ກັບ​ຕົກ​ນະຣົກ​ຫລາຍກວ່າ​ເຈົ້າ​ເອງ​ເຖິງ​ສອງ​ເທົ່າ.”


ຝ່າຍ​ພວກ​ຄົນ​ທີ່​ເຊື່ອ ທີ່​ໄດ້​ກະຈັດ​ກະຈາຍ​ໄປ​ເພາະ​ການ​ຂົ່ມເຫັງ​ເນື່ອງ​ຈາກ​ຊະເຕຟາໂນ​ຖືກ​ຂ້າ​ນັ້ນ ຕ່າງ​ກໍ​ໜີໄປ​ທີ່​ເມືອງ​ໂຟນີເຊຍ, ເກາະ​ໄຊປຣັດ ແລະ ເມືອງ​ອັນຕີໂອເຂຍ ໂດຍ​ປະກາດ​ພຣະທຳ​ໃຫ້​ແຕ່​ຊາວ​ຢິວ​ເທົ່ານັ້ນ.


ແຕ່​ມີ​ຄົນ​ທີ່​ເຊື່ອ​ບາງຄົນ ທີ່​ເປັນ​ຊາວ​ເກາະ​ໄຊປຣັດ ແລະ​ຊາວ​ກີເຣເນ ໄດ້​ໄປ​ທີ່​ເມືອງ​ອັນຕີໂອເຂຍ ກ່າວ​ແກ່​ຄົນອື່ນໆ​ທີ່​ບໍ່ແມ່ນ​ຢິວ ໂດຍ​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອົງ​ພຣະເຢຊູເຈົ້າ.


ຂ່າວ​ກ່ຽວກັບ​ເລື່ອງ​ນີ້ ໄດ້​ໄປ​ເຖິງ​ຄຣິສຕະຈັກ​ໃນ​ນະຄອນ​ເຢຣູຊາເລັມ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ໃຊ້​ບາຣະນາບາ​ໄປ​ທີ່​ເມືອງ​ອັນຕີໂອເຂຍ.


ບາຣະນາບາ​ເປັນ​ຄົນ​ດີ ເຕັມ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ຄວາມເຊື່ອ. ດັ່ງນັ້ນ ຫລາຍ​ຄົນ​ຈຶ່ງ​ເຂົ້າ​ມາ​ເຊື່ອ​ໃນ​ອົງພຣະ​ຜູ້​ເປັນເຈົ້າ.


ເມື່ອ​ພົບ​ແລ້ວ ເພິ່ນ​ກໍ​ນຳ​ລາວ​ໄປ​ທີ່​ເມືອງ​ອັນຕີໂອເຂຍ ແລະ​ຕະຫລອດ​ປີ​ນັ້ນ​ທັງສອງ​ໄດ້​ພົບປະ​ກັບ​ພີ່ນ້ອງ​ທີ່​ເຊື່ອ​ໃນ​ຄຣິສຕະຈັກ ແລະ​ສັ່ງສອນ​ຄົນ​ເປັນ​ຈຳນວນ​ຫລາຍ, ໃນ​ເມືອງ​ອັນຕີໂອເຂຍ​ນີ້​ເອງ ພວກ​ຄົນ​ທີ່​ເຊື່ອ​ຖືກ​ເອີ້ນ​ວ່າ, “ຄຣິສຕຽນ” ເປັນ​ເທື່ອ​ທຳອິດ.


ໃນ​ເວລາ​ນັ້ນ ມີ​ຜູ້ທຳນວາຍ​ບາງຄົນ​ລົງ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ ມາ​ທີ່​ເມືອງ​ອັນຕີໂອເຂຍ.


ຄາວນັ້ນ ໃນ​ຄຣິສຕະຈັກ​ທີ່​ເມືອງ​ອັນຕີໂອເຂຍ ມີ​ບາງຄົນ​ເປັນ​ຜູ້ທຳນວາຍ ແລະ​ອາຈານ ຄື​ບາຣະນາບາ, ຊີໂມນ​ຜູ້​ທີ່​ຄົນ​ເອີ້ນ​ວ່າ ນີເກີ, ລູກີໂອ​ຊາວ​ເມືອງ​ກີເຣເນ, ມານາເອນ ຜູ້​ທີ່​ໄດ້​ຮັບ​ການ​ລ້ຽງດູ​ເຕີບ​ໃຫຍ່​ຂຶ້ນ​ດ້ວຍ​ກັນ​ກັບ​ເຮໂຣດ ຜູ້​ປົກຄອງ ແລະ​ໂຊໂລ.


ແລ້ວ​ພວກ​ອັກຄະສາວົກ​ກັບ​ບັນດາ​ເຖົ້າແກ່ ພ້ອມ​ກັບ​ທັງໝົດ​ຄຣິສຕະຈັກ, ກໍ​ຕັດສິນໃຈ​ເລືອກ​ເອົາ​ບາງຄົນ​ໃນ​ພວກເພິ່ນ ໃຫ້​ເດີນທາງ​ໄປ​ທີ່​ເມືອງ​ອັນຕີໂອເຂຍ​ກັບ​ໂປໂລ ແລະ ບາຣະນາບາ. ພວກເພິ່ນ​ໄດ້​ເລືອກ​ເອົາ​ຢູດາ (ຜູ້​ທີ່​ມີ​ຊື່​ອີກ​ວ່າ​ບາຣະຊັບບາ) ກັບ​ຊີລາ, ຊາຍ​ສອງ​ຄົນ​ນີ້​ເປັນ​ຜູ້ນຳ​ຄົນ​ສຳຄັນ​ໃນ​ພວກ​ພີ່ນ້ອງ.


ທຸກຄົນ​ໃນ​ທີ່ນັ້ນ ຈຶ່ງ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ເລີ່ມ​ປາກ​ພາສາ​ຕ່າງໆ ຕາມ​ທີ່​ພຣະວິນຍານ​ຊົງ​ໂຜດ​ໃຫ້​ພວກເພິ່ນ​ເວົ້າ.


ຕົກ​ວັນ​ໜ້າ​ມາ ພວກເຮົາ​ໄດ້​ຈາກ​ທີ່​ນັ້ນ ແລະ​ໄປ​ເຖິງ​ເມືອງ​ກາຍຊາເຣຍ, ໃນ​ເມືອງ​ນີ້ ພວກເຮົາ​ໄດ້​ພັກ​ຢູ່​ທີ່​ເຮືອນ​ຂອງ​ຟີລິບ​ຜູ້​ປະກາດ​ຂ່າວປະເສີດ ທີ່​ເປັນ​ຜູ້ໜຶ່ງ​ໃນ​ພວກ​ເຈັດ​ຄົນ ທີ່​ໄດ້​ຖືກ​ເລືອກ​ໃຫ້​ເປັນ​ຜູ້​ຊ່ວຍ​ໃນ​ນະຄອນ​ເຢຣູຊາເລັມ.


ເມື່ອ​ພວກເຂົາ​ຂ້າ​ຊະເຕຟາໂນ ຜູ້​ທີ່​ເປັນ​ພະຍານ​ໃຫ້​ພຣະອົງ ຂ້ານ້ອຍ​ເອງ​ກໍ​ຢູ່​ໃນ​ທີ່ນັ້ນ​ດ້ວຍ, ຂ້ານ້ອຍ​ເຫັນພ້ອມ​ນຳ​ພວກ​ຄາດຕະກອນ​ເຫຼົ່ານັ້ນ ໂດຍ​ເປັນ​ຜູ້​ຮັກສາ​ເສື້ອ​ຊັ້ນນອກ​ຂອງ​ພວກເຂົາ.’


ຄົນ​ເຫຼົ່ານັ້ນ​ຕໍ່ສູ້​ກັບ​ຄຳ​ທີ່​ທ່ານ​ກ່າວ​ດ້ວຍ​ສະຕິປັນຍາ ແລະ​ດ້ວຍ​ພຣະວິນຍານ​ບໍ່ໄດ້.


ດ້ວຍເຫດນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ເລືອກ​ເອົາ​ເຈັດ​ຄົນ​ໃນ​ທ່າມກາງ​ພວກເຈົ້າ​ທີ່​ມີ​ຊື່ສຽງ​ດີ ທີ່​ເຕັມ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ສະຕິປັນຍາ ພວກເຮົາ​ຈະ​ຕັ້ງ​ໃຫ້​ພວກເຂົາ​ຮັບຜິດຊອບ​ດູແລ​ໃນ​ການ​ງານ​ນີ້.


ຊະເຕຟາໂນ​ຜູ້​ທີ່​ບໍຣິບູນ​ດ້ວຍ​ພຣະຄຸນ​ແລະ​ຣິດເດດ ໄດ້​ເຮັດ​ການ​ອັດສະຈັນ​ອັນ​ໃຫຍ່ ແລະ​ໝາຍສຳຄັນ​ອັນ​ຍິ່ງໃຫຍ່​ໃນ​ທ່າມກາງ​ປະຊາຊົນ.


ແລ້ວ​ມະຫາ​ປະໂຣຫິດ​ກໍ​ຖາມ​ຊະເຕຟາໂນ​ວ່າ, “ເລື່ອງ​ນີ້​ເປັນ​ຄວາມຈິງ​ແທ້​ບໍ?”


ຢ່າງ​ດຽວກັນ​ນີ້ ມີ​ຄົນ​ໃນ​ພວກເຈົ້າ​ປະຕິບັດ​ຕາມ​ຄຳສອນ​ຂອງ​ພວກ​ນີໂກລາຍເຕ.


ແຕ່​ເຈົ້າ​ກໍ​ຍັງ​ມີ​ສິ່ງ​ທີ່​ດີ​ຢູ່ ຄື​ເຈົ້າ​ກຽດຊັງ​ກິດຈະການ​ຂອງ​ພວກ​ນີໂກລາຍເຕ ຊຶ່ງ​ເຮົາ​ເອງ​ກໍ​ກຽດຊັງ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka