Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 6:2 - ພຣະຄຳພີສັກສິ

2 ດັ່ງນັ້ນ ພວກ​ອັກຄະສາວົກ​ສິບສອງ​ຄົນ ຈຶ່ງ​ເອົາ​ບັນດາ​ສິດ​ຜູ້​ທີ່​ເຊື່ອ​ທັງໝົດ​ມາ​ປະຊຸມ​ກັນ ແລະ​ກ່າວ​ວ່າ, “ເປັນ​ການ​ບໍ່​ສົມຄວນ​ເລີຍ ທີ່​ຈະ​ໃຫ້​ພວກເຮົາ​ປະຖິ້ມ​ການ​ສັ່ງສອນ​ພຣະທຳ​ຂອງ​ພຣະເຈົ້າ ແລະ​ມາ​ຮັບໃຊ້​ການກິນ​ການ​ດື່ມ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ດັ່ງນັ້ນ ພວກ​ອັກຄະສາວົກ​ທັງ​ສິບສອງ​ຄົນ​ຈຶ່ງ​ເອີ້ນ​ສາວົກ​ທັງໝົດ​ມາ​ລວມ​ກັນ​ແລ້ວ​ກ່າວ​ວ່າ, “ເປັນ​ການ​ບໍ່​ຖືກຕ້ອງ​ເລີຍ​ທີ່​ພວກເຮົາ​ຈະ​ປະຖິ້ມ​ພັນທະກິດ​ແຫ່ງ​ພຣະຄຳ​ຂອງ​ພຣະເຈົ້າ​ເພື່ອ​ໄປ​ຮັບໃຊ້​ທີ່​ໂຕະ​ອາຫານ​ນັ້ນ.

Uka jalj uñjjattʼäta Copia luraña




ກິດຈະການ 6:2
10 Jak'a apnaqawi uñst'ayäwi  

ຂ້າພະເຈົ້າ​ຈຶ່ງ​ສົ່ງ​ຜູ້ນຳຂ່າວ​ໄປ​ບອກ​ພວກເຂົາ​ວ່າ, “ຂ້າພະເຈົ້າ​ກຳລັງ​ເຮັດ​ວຽກ​ທີ່​ສຳຄັນ ແລະ​ຂ້າພະເຈົ້າ​ໄປ​ທີ່​ນັ້ນ​ບໍ່ໄດ້. ຂ້າພະເຈົ້າ​ຈະ​ບໍ່ຍອມ​ຢຸດ​ວຽກ ພຽງແຕ່​ເພື່ອ​ໄປ​ຫາ​ພວກທ່ານ​ໄດ້​ດອກ.”


ພວກເຂົາ​ຄົງ​ໄດ້ຍິນ​ວ່າ ທ່ານ​ມາ​ທີ່​ນີ້​ແລ້ວ​ຢ່າງ​ແນ່ນອນ. ດັ່ງນັ້ນ ຄວນ​ຈະ​ເຮັດ​ຢ່າງ​ໃດ?


ເພາະ​ສຳລັບ​ຂ້າພະເຈົ້າ​ແລ້ວ​ເຫັນ​ວ່າ ເປັນ​ການ​ບໍ່​ເໝາະສົມ ທີ່​ຈະ​ສົ່ງ​ນັກໂທດ​ຄົນ​ໜຶ່ງ​ໄປ ໂດຍ​ບໍ່ມີ​ຂໍ້​ກ່າວຫາ​ຂອງ​ຜູ້ກ່ຽວ​ໄປ​ພ້ອມ.”


ແຕ່​ເປໂຕ​ກັບ​ໂຢຮັນ​ຕອບ​ພວກເຂົາ​ວ່າ, “ພວກທ່ານ​ຈົ່ງ​ພິຈາລະນາ​ເອົາ​ເອງ​ວ່າ ທີ່​ຈະ​ຟັງຄວາມ​ຂອງ​ພວກທ່ານ ຫລື​ຈະ​ຟັງຄວາມ​ຂອງ​ພຣະເຈົ້າ ອັນ​ໃດ​ເປັນ​ສິ່ງ​ທີ່​ຖືກຕ້ອງ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າ.


ໃນ​ຄາວ​ນັ້ນ ເມື່ອ​ຈຳນວນ​ພວກ​ສິດ​ກຳລັງ​ເພີ່ມ​ທະວີ​ຫລາຍ​ຂຶ້ນ ຊາວ​ຢິວ​ປາກ​ພາສາ​ກຣີກ ຈົ່ມ​ຕໍ່​ຊາວ​ຢິວ​ຄົນ​ພື້ນເມືອງ​ປາກ​ພາສາ​ເຮັບເຣີ​ວ່າ ໃນ​ແຕ່ລະ​ວັນ​ພວກ​ແມ່ໝ້າຍ​ຊາວ​ກຣິກ ບໍ່ໄດ້​ຮັບ​ການ​ເອົາໃຈໃສ່​ໃນ​ການ​ແຈກຈ່າຍ​ອາຫານ.


ດ້ວຍເຫດນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ເລືອກ​ເອົາ​ເຈັດ​ຄົນ​ໃນ​ທ່າມກາງ​ພວກເຈົ້າ​ທີ່​ມີ​ຊື່ສຽງ​ດີ ທີ່​ເຕັມ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ສະຕິປັນຍາ ພວກເຮົາ​ຈະ​ຕັ້ງ​ໃຫ້​ພວກເຂົາ​ຮັບຜິດຊອບ​ດູແລ​ໃນ​ການ​ງານ​ນີ້.


ບໍ່ມີ​ທະຫານ​ຄົນ​ໃດ​ເມື່ອ​ເຂົ້າ​ປະຈຳການ​ແລ້ວ ຈະ​ຫຍຸ້ງກ່ຽວ​ກັບ​ການ​ງານ​ຝ່າຍ​ພົນລະເຮືອນ. ດ້ວຍວ່າ, ເຂົາ​ຕ້ອງ​ເຮັດ​ໃຫ້​ຜູ້​ທີ່​ເກນ​ຕົນ​ໄດ້​ຮັບ​ຄວາມ​ພໍໃຈ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka