Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 6:12 - ພຣະຄຳພີສັກສິ

12 ດ້ວຍເຫດນີ້ ພວກເຂົາ​ຈຶ່ງ​ຍຸຍົງ​ປະຊາຊົນ, ພວກ​ເຖົ້າແກ່​ແລະ​ພວກ​ທຳມະຈານ ມາ​ຫຸ້ມ​ຈັບ​ຊະເຕຟາໂນ ແລະ​ນຳ​ຕົວ​ຂຶ້ນ​ໄປ​ທີ່​ສະພາ​ສູງສຸດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ຍຸຍົງ​ປະຊາຊົນ, ພວກ​ເຖົ້າແກ່ ແລະ ພວກ​ຄູສອນກົດບັນຍັດ​ໃຫ້​ລຸກຮື້​ຂຶ້ນ. ພວກເຂົາ​ໄດ້​ຈັບ​ຊະເຕຟາໂນ ແລະ ນຳເອົາ​ເພິ່ນ​ໄປ​ຕໍ່ໜ້າ​ສະພາ​ແຊນເຮດຣິນ.

Uka jalj uñjjattʼäta Copia luraña




ກິດຈະການ 6:12
15 Jak'a apnaqawi uñst'ayäwi  

ຄົນ​ໃຈຮ້ອນ​ເຮັດ​ໃຫ້​ເກີດ​ຜິດຖຽງກັນ, ແຕ່​ຄວາມ​ອົດທົນ​ພາກພຽນ​ນຳ​ເອົາ​ສັນຕິສຸກ​ມາ​ໃຫ້.


ພວກ​ທີ່​ຈັບ​ພຣະເຢຊູເຈົ້າ​ນັ້ນ ໄດ້​ພາ​ພຣະອົງ​ໄປ​ທີ່​ເຮືອນ​ຂອງ​ມະຫາ​ປະໂຣຫິດ​ກາຢະຟາ ບ່ອນ​ທີ່​ພວກ​ທຳມະຈານ​ກັບ​ພວກ​ເຖົ້າແກ່​ໄດ້​ມາ​ປະຊຸມ​ກັນ​ຢູ່.


ແຕ່​ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຜູ້ໃດ​ທີ່​ໂກດຮ້າຍ​ເຄືອງໃຈ ຕໍ່​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ ຈະ​ຖືກ​ນຳ​ຂຶ້ນ​ສານ​ເພື່ອ​ຕັດສິນ​ລົງໂທດ ຜູ້ໃດ​ທີ່​ເອີ້ນ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ວ່າ, ‘ຄົນໂງ່ຈ້າ’ ຈະ​ຖືກ​ນຳ​ຂຶ້ນ​ສານສູງ​ເພື່ອ​ຕັດສິນ​ລົງໂທດ ແລະ​ຜູ້ໃດ​ທີ່​ເອີ້ນ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ວ່າ, ‘ຄົນບ້າ’ ຜູ້ນັ້ນ​ຈະ​ຕົກ​ບຶງ​ໄຟ​ນະຣົກ.


ວັນ​ໜຶ່ງ ເມື່ອ​ພຣະເຢຊູເຈົ້າ​ກຳລັງ​ເທດສະໜາ​ສັ່ງສອນ​ປະຊາຊົນ​ຢູ່​ໃນ​ພຣະວິຫານ ແລະ​ປະກາດ​ຂ່າວປະເສີດ ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ທຳມະຈານ ພ້ອມ​ທັງ​ພວກ​ເຖົ້າແກ່​ໄດ້​ມາ​ຫາ​ພຣະອົງ.


ແຕ່​ພວກ​ຢິວ​ໄດ້​ຍົວະຍົງ​ພວກ​ແມ່ຍິງ​ທີ່​ມີ​ກຽດ​ສູງ​ໃນ​ສັງຄົມ​ທີ່​ຢຳເກງ​ພຣະເຈົ້າ ແລະ​ພວກ​ຜູ້ຊາຍ​ຄົນ​ສຳຄັນ​ໃນ​ເມືອງ​ນີ້ ໄດ້​ກໍ່​ການ​ຂົ່ມເຫັງ​ໂປໂລ ແລະ ບາຣະນາບາ ແລະ​ຂັບໄລ່​ທ່ານ​ທັງສອງ​ໃຫ້​ອອກ​ໄປ​ຈາກ​ເຂດແດນ​ຂອງ​ພວກເຂົາ.


ແຕ່​ພວກ​ຢິວ​ທີ່​ບໍ່​ຍອມ​ເຊື່ອ​ນັ້ນ ໄດ້​ຍົວະ​ຍົງ​ຄົນຕ່າງຊາດ ໃຫ້​ກຽດຊັງ​ພວກ​ພີ່ນ້ອງ​ທີ່​ເຊື່ອ.


ແຕ່​ເມື່ອ​ພວກ​ຢິວ​ໃນ​ເມືອງ​ເທສະໂລນິກ ໄດ້ຍິນ​ຂ່າວ​ວ່າ​ໂປໂລ​ປະກາດ​ພຣະທຳ​ທີ່​ເມືອງ​ເບເຣຍ​ເໝືອນກັນ ພວກເຂົາ​ຈຶ່ງ​ມາ​ທີ່​ເມືອງ​ນີ້ ແລະ​ລົງ​ມື​ປຸກລະດົມ​ປະຊາຊົນ​ໃຫ້​ວຸ້ນວາຍ​ຂຶ້ນ.


ເມື່ອ​ຄາລີໂອ​ໄດ້​ຮັບ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ປົກຄອງ​ແຂວງ​ອະຂາຢາ ພວກ​ຢິວ​ກໍ​ຮ່ວມ​ກັນ​ຕໍ່ຕ້ານ​ໂປໂລ ແລະ​ນຳ​ເພິ່ນ​ໄປ​ຂຶ້ນ​ສານ.


ແຕ່​ພໍ​ເມື່ອ​ເຈັດ​ວັນ​ນັ້ນ​ໃກ້​ຈະ​ສິ້ນສຸດ​ລົງ ພວກ​ຢິວ​ບາງຄົນ​ທີ່​ມາ​ຈາກ​ແຂວງ​ເອເຊຍ ໄດ້​ເຫັນ​ໂປໂລ​ໃນ​ບໍລິເວນ​ພຣະວິຫານ, ພວກເຂົາ​ຈຶ່ງ​ປຸກລະດົມ​ປະຊາຊົນ​ທັງໝົດ​ໃຫ້​ຈັບ​ໂປໂລ.


ພວກເຂົາ​ໄດ້​ຈັບ​ພວກ​ອັກຄະສາວົກ ແລະ​ໄປ​ຂັງ​ໄວ້​ໃນ​ຄຸກ.


ເມື່ອ​ພວກເຂົາ​ໄດ້​ນຳ​ພວກ​ອັກຄະສາວົກ​ເຂົ້າ​ມາ​ແລ້ວ ຈຶ່ງ​ໃຫ້​ຢືນ​ຢູ່​ຕໍ່ໜ້າ​ສະພາ​ສູງສຸດ ແລ້ວ​ມະຫາ​ປະໂຣຫິດ​ກໍ​ໂຈດ​ຖາມ​ພວກ​ອັກຄະສາວົກ​ວ່າ,


ດັ່ງນັ້ນ ພວກເຂົາ​ຈຶ່ງ​ຍຸແຫຍ່​ຊາຍ​ບາງຄົນ​ມາ​ກ່າວຫາ​ວ່າ, “ພວກເຮົາ​ໄດ້ຍິນ​ລາວ​ເວົ້າ​ຕໍ່ສູ້​ໂມເຊ ແລະ​ຕໍ່ສູ້​ພຣະເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka