Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 6:1 - ພຣະຄຳພີສັກສິ

1 ໃນ​ຄາວ​ນັ້ນ ເມື່ອ​ຈຳນວນ​ພວກ​ສິດ​ກຳລັງ​ເພີ່ມ​ທະວີ​ຫລາຍ​ຂຶ້ນ ຊາວ​ຢິວ​ປາກ​ພາສາ​ກຣີກ ຈົ່ມ​ຕໍ່​ຊາວ​ຢິວ​ຄົນ​ພື້ນເມືອງ​ປາກ​ພາສາ​ເຮັບເຣີ​ວ່າ ໃນ​ແຕ່ລະ​ວັນ​ພວກ​ແມ່ໝ້າຍ​ຊາວ​ກຣິກ ບໍ່ໄດ້​ຮັບ​ການ​ເອົາໃຈໃສ່​ໃນ​ການ​ແຈກຈ່າຍ​ອາຫານ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ໃນ​ຄາວ​ນັ້ນ ເມື່ອ​ສາວົກ​ມີ​ຈຳນວນ​ເພີ່ມ​ຂຶ້ນ, ຊາວຢິວ​ທີ່​ມາ​ຈາກ​ປະເທດ​ທີ່​ເວົ້າ​ພາສາ​ກຣີກ​ໄດ້​ຈົ່ມ​ບໍ່​ພໍໃຈ​ຕໍ່​ຊາວ​ຢິວ​ທີ່​ເວົ້າ​ພາສາ​ເຮັບເຣີ​ເປັນ​ພາສາ​ແມ່ ເພາະ​ພວກ​ແມ່ໝ້າຍ​ໃນ​ກຸ່ມ​ຂອງ​ພວກເຂົາ​ບໍ່​ໄດ້​ຮັບ​ການ​ເອົາໃຈໃສ່​ໃນ​ເວລາ​ແຈກຢາຍ​ອາຫານ​ປະຈຳ​ວັນ.

Uka jalj uñjjattʼäta Copia luraña




ກິດຈະການ 6:1
38 Jak'a apnaqawi uñst'ayäwi  

ຄົນ​ຂັດສົນ​ທີ່ສຸດ​ນັ້ນ​ຕ່າງ​ກໍ​ກ່າວ​ຊົມເຊີຍ ຂ້ອຍ​ເຄີຍ​ຊ່ວຍ​ໃຫ້​ຄວາມ​ປອດໄພ​ແກ່​ແມ່ໝ້າຍ.


ຂ້ອຍ​ບໍ່ເຄີຍ​ປະຕິເສດ​ຊ່ວຍເຫລືອ​ຄົນ​ຍາກຈົນ ຂ້ອຍ​ບໍ່ເຄີຍ​ປະ​ໃຫ້​ແມ່ໝ້າຍ​ສິ້ນຫວັງ​ຈັກເທື່ອ


ໃນ​ວັນ​ທີ່​ເຈົ້າ​ຕໍ່ສູ້​ເຫຼົ່າ​ສັດຕູ​ໝູ່ມານ ປະຊາຊົນ​ຈະ​ຂານ​ອາສາ​ເຂົ້າ​ຮັບໃຊ້​ເຈົ້າ. ຊາຍໜຸ່ມ​ຈະ​ມາ​ຫາ​ເຈົ້າ​ທີ່​ເນີນພູ​ສັກສິດ ດັ່ງ​ນໍ້າ​ຄ້າງ​ຢອດ​ລົງ​ໃນ​ຍາມ​ເຊົ້າຕູ່.


ຂໍ​ໃຫ້​ດິນແດນ​ນັ້ນ​ເຕັມ​ໄປ​ດ້ວຍ​ເຂົ້າ ຂໍ​ໃຫ້​ເນີນພູ​ທັງຫຼາຍ​ນັ້ນ​ເຕັມ​ໄປ​ດ້ວຍ​ຜົນລະປູກ ເກີດ​ໝາກຜົນ​ຫຼວງຫຼາຍ​ເໝືອນດັ່ງ​ມີ​ຢູ່ ທີ່​ເນີນພູ​ເລບານອນ​ແລະ​ໃຫ້​ເມືອງ​ຕ່າງໆ ເຕັມ​ໄປ​ດ້ວຍ​ປະຊາຊົນ​ເໝືອນດັ່ງ​ທົ່ງນາ​ທີ່​ເຕັມ​ໄປ​ດ້ວຍ​ຫຍ້າ.


ແລະ​ຈົ່ງ​ຮຽນ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ຈົ່ງ​ສະແຫວງ​ຫາ​ຄວາມ​ຍຸດຕິທຳ​ເຊັ່ນ: ຊ່ວຍ​ຜູ້​ທີ່​ຖືກ​ຂົ່ມເຫັງ, ໃຫ້​ສິດທິ​ແກ່​ບັນດາ​ເດັກ​ກຳພ້າ ແລະ​ຄຸ້ມຄອງ​ພວກ​ແມ່ໝ້າຍ.”


ໃນ​ວັນ​ນັ້ນ ປະຊາຊົນ​ອິດສະຣາເອນ​ຜູ້​ເປັນ​ເຊື້ອສາຍ​ຂອງ​ຢາໂຄບ ຈະ​ຢັ່ງຮາກ​ລົງ​ດັ່ງ​ຮາກ​ຂອງ​ຕົ້ນໄມ້​ແລະ​ຈະ​ອອກ​ດອກ​ຈູມ​ດອກບານ. ໂລກນີ້​ຈະ​ເຕັມ​ໄປ​ດ້ວຍ​ໝາກຜົນ​ຂອງ​ພວກເຂົາ.


ປະຊາຊົນ​ໃນ​ທີ່ນັ້ນ​ຈະ​ຮ້ອງເພງ​ສັນລະເສີນ ຕ່າງ​ກໍ​ຈະ​ຊົມຊື່ນ​ຍິນດີ​ໂດຍ​ພາກັນ​ໂຮຮ້ອງ. ເຮົາ​ຈະ​ອວຍພອນ​ພວກເຂົາ​ໃຫ້​ມີ​ຄົນ​ເພີ່ມຂຶ້ນ​ຫລາຍ ພອນ​ຂອງເຮົາ​ຈະ​ນຳ​ກຽດສັກສີ​ມາ​ສູ່​ພວກ​ເຂົາເຈົ້າ.


ໃນ​ເມືອງ​ບໍ່ມີ​ຜູ້ໃດ​ທີ່​ນັບຖື​ພໍ່​ແມ່​ຂອງຕົນ. ເຈົ້າ​ສໍ້ໂກງ​ຄົນຕ່າງດ້າວ ແລະ​ເອົາລັດ​ເອົາປຽບ​ພວກ​ແມ່ໝ້າຍ ແລະ​ເດັກ​ກຳພ້າ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ຈະ​ມາ​ປາກົດ​ຢູ່​ທ່າມກາງ​ພວກເຈົ້າ​ເພື່ອ​ຕັດສິນ ແລະ​ເຮົາ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກ​ທີ່​ລົງມື​ຝຶກ​ເວດມົນ​ຄາຖາ, ຕໍ່ສູ້​ພວກ​ທີ່​ຫລິ້ນຊູ້​ສູ່ຜົວເມຍ, ຕໍ່ສູ້​ພວກ​ທີ່​ເປັນ​ພະຍານ​ບໍ່ຈິງ, ຕໍ່ສູ້​ພວກ​ທີ່​ສໍ້ໂກງ​ຄ່າ​ແຮງງານ​ຂອງ​ລູກຈ້າງ, ຕໍ່ສູ້​ພວກ​ທີ່​ເອົາປຽບ​ແມ່ໝ້າຍ, ເດັກ​ກຳພ້າ ແລະ​ຄົນຕ່າງດ້າວ ຄື​ຕໍ່ສູ້​ທຸກຄົນ​ທີ່​ບໍ່​ຢຳເກງ​ເຮົາ.”


“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ ພວກເຈົ້າ​ອັດ​ປະຕູ​ອານາຈັກ​ສະຫວັນ​ຕັນ​ມະນຸດ, ທີ່​ຈິງ​ແລ້ວ​ພວກເຈົ້າ​ເອງ​ກໍ​ບໍ່​ເຂົ້າ​ໄປ, ແຕ່​ຍັງ​ກັ້ນກາງ​ຜູ້​ທີ່​ຢາກ​ເຂົ້າ​ໄປ. [


ແຕ່​ມີ​ຄົນ​ທີ່​ເຊື່ອ​ບາງຄົນ ທີ່​ເປັນ​ຊາວ​ເກາະ​ໄຊປຣັດ ແລະ​ຊາວ​ກີເຣເນ ໄດ້​ໄປ​ທີ່​ເມືອງ​ອັນຕີໂອເຂຍ ກ່າວ​ແກ່​ຄົນອື່ນໆ​ທີ່​ບໍ່ແມ່ນ​ຢິວ ໂດຍ​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອົງ​ພຣະເຢຊູເຈົ້າ.


ເມື່ອ​ພົບ​ແລ້ວ ເພິ່ນ​ກໍ​ນຳ​ລາວ​ໄປ​ທີ່​ເມືອງ​ອັນຕີໂອເຂຍ ແລະ​ຕະຫລອດ​ປີ​ນັ້ນ​ທັງສອງ​ໄດ້​ພົບປະ​ກັບ​ພີ່ນ້ອງ​ທີ່​ເຊື່ອ​ໃນ​ຄຣິສຕະຈັກ ແລະ​ສັ່ງສອນ​ຄົນ​ເປັນ​ຈຳນວນ​ຫລາຍ, ໃນ​ເມືອງ​ອັນຕີໂອເຂຍ​ນີ້​ເອງ ພວກ​ຄົນ​ທີ່​ເຊື່ອ​ຖືກ​ເອີ້ນ​ວ່າ, “ຄຣິສຕຽນ” ເປັນ​ເທື່ອ​ທຳອິດ.


ພວກ​ສາວົກ​ຈຶ່ງ​ຕັດສິນໃຈ​ວ່າ ແຕ່ລະຄົນ​ໃນ​ພວກເພິ່ນ​ຄວນ​ບໍລິຈາກ​ຕາມ​ຄວາມ​ສາມາດ​ຂອງຕົນ ເພື່ອ​ສົ່ງ​ໄປ​ຊ່ວຍເຫລືອ​ພີ່ນ້ອງ​ທີ່​ເຊື່ອ ທີ່​ອາໄສ​ຢູ່​ໃນ​ແຂວງ​ຢູດາຍ.


ຫລາຍ​ຄົນ​ໃນ​ພວກເຂົາ​ໄດ້​ເຊື່ອ​ຖ້ອຍຄຳ​ຂອງ​ເປໂຕ ແລະ​ໄດ້​ຮັບ​ບັບຕິສະມາ ແລະ​ໃນ​ວັນ​ນັ້ນ​ມີ​ຄົນ​ເພີ່ມ​ເຂົ້າ​ມາ​ຕື່ມ​ເປັນ​ລູກສິດ​ປະມານ​ສາມພັນ​ຄົນ.


ພວກເຂົາ​ໄດ້​ຂາຍ​ທີ່ດິນ​ກັບ​ຊັບ​ສິ່ງຂອງ ແລະ​ແຈກ​ຢາຍ​ໃຫ້​ແກ່​ຄົນ​ທັງປວງ ຕາມ​ຄວາມ​ຈຳເປັນ​ຂອງ​ທຸກໆ​ຄົນ.


ທັງ​ສັນລະເສີນ​ພຣະເຈົ້າ ແລະ​ຄົນ​ທັງປວງ​ຕ່າງ​ກໍ​ພໍໃຈ​ນຳ​ບັນດາ​ຄົນ​ທີ່​ເຊື່ອ​ນັ້ນ ຝ່າຍ​ອົງ​ພຣະຜູ້​ເປັນເຈົ້າ​ໄດ້​ຊົງ​ໂຜດ​ໃຫ້​ມີ​ຄົນ​ທີ່​ເຊື່ອ ເພີ່ມ​ຈຳນວນ​ຂຶ້ນ​ທຸກໆ​ວັນ.


ມາ​ມອບ​ໃຫ້​ພວກ​ອັກຄະສາວົກ ແລະ​ເພິ່ນ​ກໍ​ແຈກຢາຍ​ເງິນ​ນັ້ນ​ໃຫ້​ແຕ່ລະຄົນ ຕາມ​ຄວາມ​ຈຳເປັນ​ຂອງ​ໃຜ​ລາວ.


ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ເມື່ອ​ໄດ້ຍິນ​ຄຳສັ່ງສອນ​ນັ້ນ ແລະ​ມີ​ພວກ​ຜູ້ຊາຍ​ເພີ່ມ​ຂຶ້ນ​ປະມານ​ຫ້າພັນ​ຄົນ.


ແຕ່​ມີ​ຊາຍ​ແລະ​ຍິງ​ທີ່​ເຊື່ອ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ເພີ່ມ​ຈຳນວນ​ເຂົ້າ​ມາ​ຕື່ມ​ອີກ​ຫລາຍກວ່າ​ເກົ່າ.


“ພວກເຮົາ​ສັ່ງ​ຫ້າມ​ພວກເຈົ້າ​ຢ່າງ​ເຄັ່ງຄັດ​ແລ້ວ ບໍ່​ໃຫ້​ສັ່ງສອນ​ໃນ​ນາມ​ຂອງ​ຊາຍ​ຄົນ​ນີ້, ແຕ່​ພວກເຈົ້າ​ໄດ້​ເຮັດ​ໃຫ້​ຄຳສັ່ງສອນ​ຂອງ​ພວກເຈົ້າ​ແຜ່​ອອກ​ໄປ​ທົ່ວ​ນະຄອນ​ເຢຣູຊາເລັມ ແລະ​ປາຖະໜາ​ໃຫ້​ຄວາມຜິດ​ກ່ຽວກັບ​ຄວາມ​ຕາຍ​ຂອງ​ຜູ້ນັ້ນ ຕົກ​ໃສ່​ພວກເຮົາ.”


ດັ່ງນັ້ນ ພວກ​ອັກຄະສາວົກ​ສິບສອງ​ຄົນ ຈຶ່ງ​ເອົາ​ບັນດາ​ສິດ​ຜູ້​ທີ່​ເຊື່ອ​ທັງໝົດ​ມາ​ປະຊຸມ​ກັນ ແລະ​ກ່າວ​ວ່າ, “ເປັນ​ການ​ບໍ່​ສົມຄວນ​ເລີຍ ທີ່​ຈະ​ໃຫ້​ພວກເຮົາ​ປະຖິ້ມ​ການ​ສັ່ງສອນ​ພຣະທຳ​ຂອງ​ພຣະເຈົ້າ ແລະ​ມາ​ຮັບໃຊ້​ການກິນ​ການ​ດື່ມ.


ດັ່ງນັ້ນ ພຣະທຳ​ຂອງ​ພຣະເຈົ້າ​ຈຶ່ງ​ໄດ້​ຈະເລີນ​ຂຶ້ນ ສືບຕໍ່​ແຜ່​ຂະຫຍາຍ​ອອກ​ໄປ ຈຳນວນ​ພວກ​ສິດ​ໃນ​ນະຄອນ​ເຢຣູຊາເລັມ​ເພີ່ມ​ທະວີ​ຫລາຍ​ຂຶ້ນ ແລະ​ໄດ້​ມີ​ປະໂຣຫິດ​ຫລາຍ​ຄົນ ກໍໄດ້​ຍອມ​ເຊື່ອຟັງ​ຕໍ່​ຄວາມເຊື່ອ​ນັ້ນ.


ແລະ​ທ່ານ​ຍັງ​ໄດ້​ສົນທະນາ​ໂຕ້​ຕອບ​ກັບ​ຊາວ​ຢິວ ທີ່​ປາກ​ພາສາ​ກຣີກ ແຕ່​ຄົນ​ເຫຼົ່ານີ້​ພະຍາຍາມ​ຈະ​ຂ້າ​ເພິ່ນ.


ດັ່ງນັ້ນ ເປໂຕ​ຈຶ່ງ​ລຸກ​ຂຶ້ນ​ໄປ​ກັບ​ພວກເຂົາ ເມື່ອ​ມາ​ເຖິງ​ແລ້ວ ພວກເຂົາ​ກໍ​ນຳ​ເພິ່ນ​ຂຶ້ນ​ໄປ​ທີ່​ຫ້ອງ​ຊັ້ນ​ເທິງ ຊຶ່ງ​ມີ​ແມ່ໝ້າຍ​ທັງໝົດ​ໄດ້​ມາ​ອ້ອມ​ເພິ່ນ​ໄວ້ ທັງ​ຮ້ອງໄຫ້ ແລະ​ຊີ້​ໃຫ້​ເຫັນ​ເສື້ອຜ້າ ແລະ​ເສື້ອ​ຊັ້ນນອກ​ຕ່າງໆ​ທີ່​ໂດຣະກາ​ເປັນ​ຜູ້​ເຮັດ ເມື່ອ​ນາງ​ຍັງ​ມີ​ຊີວິດ​ຢູ່​ກັບ​ພວກ​ຕົນ.


ຝ່າຍ​ເປໂຕ​ກໍ​ຍື່ນ​ມື​ຊ່ວຍເຫຼືອ​ນາງ​ໃຫ້​ລຸກ​ຂຶ້ນ, ແລ້ວ​ເພິ່ນ​ກໍ​ເອີ້ນ​ພີ່ນ້ອງ​ຜູ້​ທີ່​ເຊື່ອ​ທຸກຄົນ​ເຂົ້າ​ມາ ລວມທັງ​ບັນດາ​ແມ່ໝ້າຍ ແລະ​ເພິ່ນ​ໄດ້​ມອບ​ນາງ​ທີ່​ເປັນ​ຄືນ​ມາ​ຈາກ​ຕາຍ​ນັ້ນ ໃຫ້​ແກ່​ພວກເຂົາ.


ຖ້າ​ເປັນ​ການ​ຮັບໃຊ້ ກໍ​ໃຫ້​ຮັບໃຊ້ ຖ້າ​ເປັນ​ການ​ສັ່ງສອນ ກໍ​ຈົ່ງ​ສັ່ງສອນ


ພວກເຈົ້າ​ຢ່າ​ຈົ່ມ ດັ່ງ​ທີ່​ບາງຄົນ​ໃນ​ພວກ​ນັ້ນ​ໄດ້​ຈົ່ມ ແລະ​ພວກເຂົາ​ກໍ​ຖືກ​ທຳລາຍ​ດ້ວຍ​ເພັດຊະຄາດ.


ພວກເຂົາ​ເປັນ​ຊາວ​ເຮັບເຣີ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ ພວກເຂົາ​ເປັນ​ຊົນຊາດ​ອິດສະຣາເອນ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ ພວກເຂົາ​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ.


ທຸກໆ​ສາມ​ປີ​ໃດ ຈົ່ງ​ມອບ​ໜຶ່ງສ່ວນສິບ​ຜົນລະປູກ​ຂອງ​ພວກເຈົ້າ​ໃຫ້​ຊາວ​ເລວີ, ຊາວ​ຕ່າງດ້າວ, ລູກກຳພ້າ ແລະ​ແມ່ໝ້າຍ ເພື່ອ​ວ່າ​ພວກເຂົາ​ທຸກຄົນ​ຈະ​ໄດ້​ກິນ​ອີ່ມໜຳ​ສຳລານ​ຕາມ​ຄວາມ​ຕ້ອງການ. ເມື່ອ​ພວກເຈົ້າ​ຖວາຍ​ເຄື່ອງ​ເຫຼົ່ານັ້ນ​ແລ້ວ


ຄື​ເມື່ອ​ເຮົາ​ເກີດ​ມາ​ໄດ້​ແປດ​ວັນ ເຮົາ​ກໍໄດ້​ຮັບ​ພິທີຕັດ ເຮົາ​ເປັນ​ຄົນ​ອິດສະຣາເອນ ໃນ​ຕະກຸນ​ເບັນຢາມິນ, ເປັນ​ຄົນ​ເຮັບເຣີ ເກີດ​ຈາກ​ຊາວ​ເຮັບເຣີ ໃນ​ດ້ານ​ກົດບັນຍັດ ເຮົາ​ກໍ​ຢູ່​ໃນ​ຄະນະ​ຟາຣີຊາຍ.


ຈົ່ງ​ໃຫ້​ຄວາມນັບຖື​ແກ່​ພວກ​ທີ່​ເປັນ​ແມ່ໝ້າຍ​ຢ່າງ​ແທ້ຈິງ.


ຢ່າ​ຈົດ​ຊື່​ແມ່ໝ້າຍ​ຄົນ​ໃດ​ເຂົ້າ​ໃນ​ບັນຊີ​ຂອງ​ພວກ​ແມ່ໝ້າຍ ເວັ້ນໄວ້​ແຕ່​ຜູ້​ທີ່​ມີ​ອາຍຸ​ຫົກສິບ​ປີ​ຂຶ້ນ​ໄປ. ນອກຈາກ​ນັ້ນ ນາງ​ຕ້ອງ​ແຕ່ງງານ​ຄັ້ງ​ດຽວ​ເທົ່ານັ້ນ


ຈົ່ງ​ໃຫ້​ຄວາມຮັກ​ຢ່າງ​ພີ່ນ້ອງ ມີ​ຢູ່​ຕໍ່ກັນ​ສະເໝີ​ໄປ.


ທຳມະ​ທີ່​ບໍຣິສຸດ ແລະ​ບໍ່ມີ​ການ​ຊົ່ວ​ມົວໝອງ ຕໍ່​ພຣະພັກ​ພຣະເຈົ້າ ຜູ້​ຊົງ​ເປັນ​ພຣະບິດາເຈົ້າ ກໍ​ມີ​ດັ່ງນີ້ ຄື​ການ​ຢ້ຽມຢາມ​ລູກກຳພ້າ​ແລະ​ຍິງໝ້າຍ ທີ່​ມີ​ຄວາມ​ທຸກຮ້ອນ ແລະ​ການ​ຮັກສາ​ຕົວ​ໃຫ້​ພົ້ນ​ຈາກ​ການ​ດ່າງພອຍ​ຂອງ​ໂລກ.


ຫລື​ເຈົ້າ​ທັງຫລາຍ​ຄິດ​ວ່າ​ເປັນ​ການ​ເປົ່າໆ​ບໍ ທີ່​ພຣະຄຳພີ​ກ່າວ​ວ່າ, “ວິນຍານ​ທີ່​ພຣະອົງ​ໄດ້​ຊົງ​ບັນດານ​ໃຫ້​ຢູ່​ໃນ​ເຮົາ​ທັງຫລາຍ ກໍ​ປາຖະໜາ​ຢ່າງ​ແຮງ​ກ້າ.”


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຢ່າ​ຈົ່ມ​ໃຫ້​ກັນແລະກັນ ເພື່ອ​ວ່າ​ພຣະເຈົ້າ​ຈະ​ບໍ່​ຕັດສິນ​ພວກເຈົ້າ ຜູ້ຕັດສິນ​ກໍ​ຢູ່​ໃກ້​ແລະ​ພ້ອມ​ທີ່​ຈະ​ມາ​ປາກົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka