ກິດຈະການ 5:9 - ພຣະຄຳພີສັກສິ9 ດັ່ງນັ້ນ ເປໂຕຈຶ່ງກ່າວຕໍ່ນາງວ່າ, “ເປັນຫຍັງເຈົ້າກັບຜົວຂອງເຈົ້າ ຈຶ່ງພ້ອມໃຈກັນທົດລອງພຣະວິນຍານຂອງອົງພຣະຜູ້ເປັນເຈົ້າ? ບັດນີ້ ພວກຜູ້ຊາຍທີ່ໄດ້ໄປຝັງສົບຜົວຂອງເຈົ້າ ກໍມາເຖິງປະຕູແລ້ວ ແລະພວກເຂົາກໍຈະຫາມຊາກສົບຂອງເຈົ້າອອກໄປເໝືອນກັນ.” Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່9 ເປໂຕຈຶ່ງກ່າວກັບນາງວ່າ, “ພວກເຈົ້າກ້າທົດລອງພຣະວິນຍານຂອງອົງພຣະຜູ້ເປັນເຈົ້າໄດ້ຢ່າງໃດ? ຈົ່ງຟັງ! ຕີນຂອງບັນດາຜູ້ຝັງສົບຜົວຂອງເຈົ້າກໍຢູ່ທີ່ປະຕູ ແລະ ພວກເຂົາຈະຫາມເຈົ້າອອກໄປເໝືອນກັນ”. Uka jalj uñjjattʼäta |
ແລ້ວເພິ່ນກໍໃຊ້ຄົນໄປນຳເອົາເອລີຊາ. ໃນຂະນະດຽວກັນນັ້ນ ເອລີຊາກຳລັງນັ່ງຢູ່ໃນເຮືອນກັບບັນດາເຖົ້າແກ່ບາງຄົນ ທີ່ໄດ້ມາຢ້ຽມຢາມເພິ່ນ. ກ່ອນທີ່ຄົນຂອງກະສັດມາຮອດ ເອລີຊາເວົ້າກັບບັນດາເຖົ້າແກ່ວ່າ, “ຄາດຕະກອນຄົນນັ້ນກຳລັງສົ່ງຄົນມາສັງຫານຂ້າພະເຈົ້າ ເມື່ອລາວມາຮອດທີ່ນີ້ແລ້ວໃຫ້ອັດປະຕູໄວ້ ຢ່າໃຫ້ລາວເຂົ້າມາ. ສ່ວນກະສັດເອງຈະຕາມຄົນນີ້ມານຳຫລັງ.”