Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 5:3 - ພຣະຄຳພີສັກສິ

3 ດັ່ງນັ້ນ ເປໂຕ​ຈຶ່ງ​ຖາມ​ລາວ​ວ່າ, “ອານາເນຍ​ເອີຍ ດ້ວຍເຫດໃດ​ໃຈ​ຂອງ​ເຈົ້າ​ຈຶ່ງ​ເຕັມ​ໄປ​ດ້ວຍ​ມານຊາຕານ, ເຈົ້າ​ຈຶ່ງ​ຕົວະ​ຕໍ່​ພຣະວິນຍານ​ບໍຣິສຸດເຈົ້າ ໂດຍ​ເອົາ​ເງິນ​ສ່ວນ​ໜຶ່ງ ຊຶ່ງ​ເປັນ​ຄ່າ​ຂາຍ​ທີ່ດິນ​ນັ້ນ​ມ້ຽນ​ໄວ້?

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ແລ້ວ​ເປໂຕ​ຈຶ່ງ​ກ່າວ​ວ່າ, “ອານາເນຍ, ດ້ວຍເຫດໃດ ໃຈ​ຂອງ​ເຈົ້າ​ຈຶ່ງ​ເຕັມ​ໄປ​ດ້ວຍ​ມານຊາຕານ ເຈົ້າ​ຈຶ່ງ​ຕົວະ​ຕໍ່​ພຣະວິນຍານບໍລິສຸດເຈົ້າ ແລະ ເກັບ​ເງິນ​ຄ່າ​ທີ່ດິນ​ຈຳນວນ​ໜຶ່ງ​ທີ່​ເຈົ້າ​ໄດ້​ຮັບ​ສຳລັບ​ທີ່ດິນ​ໄວ້​ເພື່ອ​ເຈົ້າ​ເອງ?

Uka jalj uñjjattʼäta Copia luraña




ກິດຈະການ 5:3
25 Jak'a apnaqawi uñst'ayäwi  

ເຈົ້າ​ຊໍ້າພັດ​ຖາມ​ວ່າ, ‘ພຣະເຈົ້າ​ຮູ້​ໄດ້​ຢ່າງໃດ? ກ້ອນ​ເມກ​ບັງ​ພຣະອົງ​ໄວ້ ຈະ​ຕັດສິນ​ຂ້ອຍ​ໄດ້​ຢ່າງໃດ?’


ຈົ່ງ​ຄິດ​ໃຫ້​ຖ້ວນຖີ່​ກ່ອນ​ຈຶ່ງ​ສັນຍາ​ຕໍ່​ພຣະເຈົ້າ​ວ່າ​ຈະ​ຖວາຍບູຊາ ຕໍ່ມາ​ອາດ​ຈະ​ເສຍໃຈ​ຕາມ​ພາຍຫລັງ​ກໍໄດ້.


ສະນັ້ນ ເມື່ອ​ເຈົ້າ​ເຮັດ​ຄຳ​ສາບານ​ກັບ​ພຣະເຈົ້າ ຈົ່ງ​ປະຕິບັດ​ຕາມ​ຄຳ​ສາບານ​ນັ້ນ​ໄວ​ເທົ່າທີ່ຈະ​ໄວ​ໄດ້. ພຣະເຈົ້າ​ບໍ່​ພໍໃຈ​ນຳ​ຄົນໂງ່ຈ້າ. ຈົ່ງ​ເຮັດ​ຕາມ​ຄຳ​ສາບານ​ທີ່​ເຈົ້າ​ວ່າ​ຈະ​ເຮັດ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກ​ທີ່​ຊອກ​ປິດບັງ​ແຜນການ​ຂອງ​ພວກຕົນ​ໄວ້​ຈາກ​ພຣະເຈົ້າຢາເວ. ພວກເຂົາ​ເຮັດ​ຕາມ​ແຜນການ​ຂອງຕົນເອງ​ໃນ​ທີ່​ລັບລີ້ ແລະ​ຄິດ​ວ່າ​ບໍ່ມີ​ຜູ້ໃດ​ຮູ້​ເຫັນ​ພວກຕົນ​ກຳລັງ​ເຮັດ​ຢູ່.


ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ບໍ່ມີ​ຜູ້ໃດ​ຫລົບລີ້​ຈາກ​ສາຍຕາ​ຂອງເຮົາ​ໄປ​ໄດ້. ພວກເຈົ້າ​ບໍ່​ຮູ້​ຫລື​ວ່າ ເຮົາ​ຢູ່​ທຸກໆ​ບ່ອນ​ທັງ​ໃນ​ສະຫວັນ ແລະ​ທີ່​ແຜ່ນດິນ​ໂລກ?” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ປະຊາຊົນ​ເອຟຣາອິມ​ອ້ອມຮອບ​ເຮົາ​ໄວ້ ດ້ວຍ​ການຕົວະ​ແລະ​ການ​ຫລອກລວງ ແລະ​ປະຊາຊົນ​ຢູດາ​ກໍ​ຍັງ​ເປັນ​ກະບົດ​ຕໍ່ສູ້​ເຮົາ​ຢູ່ ຄື​ຕໍ່ສູ້​ພຣະເຈົ້າ​ອົງ​ສັດຊື່​ແລະ​ບໍຣິສຸດ.


ເມື່ອ​ຊາຍ​ຄົນ​ໜຶ່ງ​ບະບົນ​ໄວ້​ວ່າ​ຈະ​ຖວາຍ​ສິ່ງໃດ​ສິ່ງໜຶ່ງ​ໃຫ້​ແກ່​ພຣະເຈົ້າຢາເວ ຫລື​ສາບານ​ວ່າ​ຈະ​ລະເວັ້ນ​ຈາກ​ສິ່ງໃດ​ສິ່ງໜຶ່ງ; ລາວ​ຕ້ອງ​ບໍ່​ເຮັດ​ຜິດ​ຄຳສັນຍາ, ແຕ່​ຈະ​ຕ້ອງ​ເຮັດ​ຕາມ​ທີ່​ໄດ້​ເວົ້າ​ໄວ້​ທຸກປະການ.


ຜູ້ໃດ​ທີ່​ໄດ້ຍິນ​ພຣະທຳ​ເລື່ອງ​ຣາຊອານາຈັກ​ສະຫວັນ ແຕ່​ບໍ່​ເຂົ້າໃຈ​ກໍ​ຄ້າຍ​ຄື​ກັບ​ເມັດ​ພືດ​ທີ່​ຕົກ​ຕາມ​ທາງ, ມານຊົ່ວຮ້າຍ​ມາ​ຍາດ​ເອົາ​ພຣະທຳ​ທີ່​ຖືກ​ຫວ່ານ​ເຂົ້າ​ໃນ​ຈິດໃຈ​ຂອງ​ຄົນ​ນັ້ນ​ໄປ​ເສຍ.


ແລ້ວ​ມານຊາຕານ ກໍ​ເຂົ້າ​ສິງ​ຢູ່​ໃນ​ໃຈ​ຂອງ​ຢູດາ ຜູ້​ທີ່​ຄົນ​ທັງຫລາຍ​ເອີ້ນ​ກັນ​ວ່າ ອິດສະກາຣີອົດ ລາວ​ເປັນ​ຜູ້ໜຶ່ງ​ໃນ​ພວກ​ສາວົກ​ສິບສອງ​ຄົນ.


ເມື່ອ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຂອງ​ພຣະອົງ ກຳລັງ​ຮ່ວມ​ຮັບປະທານ​ອາຫານ​ຢູ່​ນັ້ນ ມານຮ້າຍ​ໄດ້​ເຂົ້າ​ສິງ​ຢູ່​ໃນ​ໃຈ​ຂອງ​ຢູດາ​ອິດສະກາຣີອົດ ລູກຊາຍ​ຂອງ​ຊີໂມນ ໃຫ້​ມີ​ຄວາມ​ຄິດ​ທໍລະຍົດ​ຕໍ່​ພຣະເຢຊູເຈົ້າ.


ພໍ​ຢູດາ​ກິນ​ເຂົ້າ​ຈີ່​ນີ້​ແລ້ວ ມານຊາຕານ​ກໍ​ເຂົ້າ​ສິງ​ໃນ​ໃຈ​ລາວ ພຣະເຢຊູເຈົ້າ​ບອກ​ຢູດາ​ວ່າ, “ຈົ່ງ​ຟ້າວ​ເຮັດ ສິ່ງ​ທີ່​ເຈົ້າ​ກຳລັງ​ຈະ​ເຮັດ​ນັ້ນ​ສາ.”


ອານາເນຍ​ໄດ້​ເອົາ​ເງິນ​ສ່ວນ​ໜຶ່ງ​ໃນ​ຈຳນວນ​ນັ້ນ ມ້ຽນ​ໄວ້​ສຳລັບ​ຕົນ, ຝ່າຍ​ເມຍ​ຂອງ​ລາວ​ກໍ​ຮູ້​ນຳ​ກັນ ອີກ​ສ່ວນ​ໜຶ່ງ​ນັ້ນ ລາວ​ໄດ້​ນຳ​ມາ​ມອບ​ໃຫ້​ພວກ​ອັກຄະສາວົກ.


ກ່ອນ​ທີ່​ເຈົ້າ​ບໍ່​ທັນ​ໄດ້​ຂາຍ ດິນ​ນັ້ນ​ກໍ​ເປັນ​ຂອງ​ເຈົ້າ​ບໍ່ແມ່ນ​ບໍ? ແລະ​ຫລັງຈາກ​ທີ່​ເຈົ້າ​ຂາຍ​ແລ້ວ ເງິນ​ນັ້ນ​ກໍ​ຍັງ​ເປັນ​ສິດ​ຂອງ​ເຈົ້າ​ບໍ່ແມ່ນ​ບໍ? ດັ່ງນັ້ນ ເປັນຫຍັງ​ເຈົ້າ​ຈຶ່ງ​ໄດ້​ຕັດສິນໃຈ​ເຮັດ​ເຊັ່ນນີ້? ເຈົ້າ​ບໍ່ໄດ້​ຕົວະ​ຕໍ່​ມະນຸດ ແຕ່​ຕົວະ​ຕໍ່​ພຣະເຈົ້າ.”


ດັ່ງນັ້ນ ເປໂຕ​ຈຶ່ງ​ກ່າວ​ຕໍ່​ນາງ​ວ່າ, “ເປັນຫຍັງ​ເຈົ້າ​ກັບ​ຜົວ​ຂອງ​ເຈົ້າ ຈຶ່ງ​ພ້ອມໃຈ​ກັນ​ທົດລອງ​ພຣະວິນຍານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ? ບັດນີ້ ພວກ​ຜູ້ຊາຍ​ທີ່​ໄດ້​ໄປ​ຝັງສົບ​ຜົວ​ຂອງ​ເຈົ້າ ກໍ​ມາ​ເຖິງ​ປະຕູ​ແລ້ວ ແລະ​ພວກເຂົາ​ກໍ​ຈະ​ຫາມ​ຊາກສົບ​ຂອງ​ເຈົ້າ​ອອກ​ໄປ​ເໝືອນກັນ.”


ເມື່ອ​ພວກເຈົ້າ​ສາບານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຢ່າ​ລະເລີຍ​ຕໍ່​ສິ່ງ​ທີ່​ໄດ້​ສັນຍາ​ໄວ້; ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ຖືເອົາ​ຕາມ​ຄຳ​ສາບານ​ຂອງ​ພວກເຈົ້າ ແລະ​ການ​ບໍ່​ຢຶດຖື​ຕາມ​ນັ້ນ​ກໍ​ເປັນ​ບາບ.


ດ້ວຍເຫດນັ້ນ ເຈົ້າ​ທັງຫລາຍ​ຈົ່ງ​ນ້ອມໃຈ​ຍອມ​ຟັງ​ພຣະເຈົ້າ, ຈົ່ງ​ຕໍ່ສູ້​ກັບ​ມານ ແລະ​ມັນ​ຈະ​ໜີ​ຈາກ​ພວກເຈົ້າ​ໄປ.


ເຈົ້າ​ທັງຫລາຍ​ຈົ່ງ​ຄອຍ​ລະວັງຕົວ​ແລະ​ເຝົ້າ​ຢູ່. ດ້ວຍວ່າ, ສັດຕູ​ຂອງ​ພວກເຈົ້າ​ຄື​ມານ​ທຽວ​ວົນ​ວຽນ​ໄປມາ​ເໝືອນ​ໂຕ​ສິງ ທີ່​ແຜດ​ສຽງ​ຊອກ​ຫາ​ຄົນ​ທີ່​ມັນ​ຈະ​ກັດ​ກິນ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka