Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 5:2 - ພຣະຄຳພີສັກສິ

2 ອານາເນຍ​ໄດ້​ເອົາ​ເງິນ​ສ່ວນ​ໜຶ່ງ​ໃນ​ຈຳນວນ​ນັ້ນ ມ້ຽນ​ໄວ້​ສຳລັບ​ຕົນ, ຝ່າຍ​ເມຍ​ຂອງ​ລາວ​ກໍ​ຮູ້​ນຳ​ກັນ ອີກ​ສ່ວນ​ໜຶ່ງ​ນັ້ນ ລາວ​ໄດ້​ນຳ​ມາ​ມອບ​ໃຫ້​ພວກ​ອັກຄະສາວົກ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ລາວ​ໄດ້​ເກັບ​ເງິນ​ສ່ວນ​ໜຶ່ງ​ໄວ້​ເພື່ອ​ຕົນ​ເອງ ເຊິ່ງ​ເມຍ​ຂອງ​ລາວ​ກໍ​ຮູ້​ດີ, ແຕ່​ໄດ້​ນຳ​ເງິນ​ສ່ວນ​ທີ່​ເຫລືອ​ມາ​ວາງ​ລົງ​ທີ່​ຕີນ​ຂອງ​ພວກ​ອັກຄະສາວົກ.

Uka jalj uñjjattʼäta Copia luraña




ກິດຈະການ 5:2
16 Jak'a apnaqawi uñst'ayäwi  

“ຂໍ​ໃຫ້​ຄຳສາບແຊ່ງ​ຕົກ​ຖືກ​ຄົນ​ຂີ້ໂກງ ຜູ້​ຖວາຍ​ສັດ​ທີ່​ໜ້າຂີ້ດຽດ​ແກ່​ເຮົາ ເມື່ອ​ຢູ່​ໃນ​ຝູງ​ມີ​ສັດ​ໂຕດີ​ທີ່​ຕົນ​ໄດ້​ສັນຍາ​ວ່າ​ຈະ​ຖວາຍ​ໃຫ້​ແກ່​ອົງພຣະ​ຜູ້​ເປັນເຈົ້າ ດ້ວຍວ່າ, ເຮົາ​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່ ແລະ​ນາມຊື່​ຂອງເຮົາ​ເປັນ​ທີ່​ຢຳເກງ​ໃນ​ທ່າມກາງ​ບັນດາ​ປະຊາຊາດ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ພວກເຂົາ​ເຮັດ​ທຸກໆ​ຢ່າງ ເພື່ອ​ໃຫ້​ຄົນ​ເຫັນ​ພວກເຂົາ, ມີ​ແອບ​ໜັງ​ທີ່​ບັນຈຸ​ຂໍ້​ພຣະຄຳພີ​ມັດ​ໄວ້​ທີ່​ໜ້າຜາກ ແລະ​ທີ່​ແຂນ​ຂອງ​ພວກເຂົາ ສ່ວນ​ຍອຍ​ແຄມ​ເສື້ອຄຸມ ຂອງ​ພວກເຂົາ​ກໍ​ເຮັດ​ໃຫ້​ຍາວ​ອອກ​ໄປ


ການ​ທີ່​ລາວ​ເວົ້າ​ຢ່າງ​ນີ້ ບໍ່ແມ່ນ​ວ່າ​ລາວ​ຫ່ວງໃຍ​ນຳ​ຄົນ​ຍາກຈົນ, ແຕ່​ລາວ​ເປັນ​ຄົນ​ຂີ້ລັກ, ລາວ​ຖື​ຖົງ​ເງິນ ແລະ​ຍັກ​ຍອກ​ເອົາ​ເງິນ​ຈາກ​ຖົງ​ນັ້ນ.


ຄົນ​ທີ່​ເຊື່ອ​ທັງໝົດ​ກໍ​ສືບຕໍ່​ຢູ່​ຮ່ວມ​ກັນ ແລະ​ໄດ້​ນຳ​ເອົາ​ຊັບ​ສິ່ງ​ຂອງ​ທີ່​ຕົນ​ມີ​ຢູ່​ນັ້ນ ມາ​ເປັນ​ຂອງ​ສ່ວນ​ລວມ.


ລາວ​ໄດ້​ຂາຍ​ນາ​ຂອງຕົນ​ທົ່ງ​ໜຶ່ງ ແລະ​ນຳ​ເອົາ​ເງິນ​ມາ​ມອບ​ໃຫ້​ແກ່​ພວກ​ອັກຄະສາວົກ.


ແຕ່​ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ, ອານາເນຍ​ພ້ອມ​ກັບ​ເມຍ​ຂອງ​ລາວ​ຊື່​ວ່າ, ຊາຟີຣາ ໄດ້​ຂາຍ​ທີ່ດິນ ຊຶ່ງ​ເປັນ​ຂອງ​ພວກເຂົາ.


ດັ່ງນັ້ນ ເປໂຕ​ຈຶ່ງ​ຖາມ​ລາວ​ວ່າ, “ອານາເນຍ​ເອີຍ ດ້ວຍເຫດໃດ​ໃຈ​ຂອງ​ເຈົ້າ​ຈຶ່ງ​ເຕັມ​ໄປ​ດ້ວຍ​ມານຊາຕານ, ເຈົ້າ​ຈຶ່ງ​ຕົວະ​ຕໍ່​ພຣະວິນຍານ​ບໍຣິສຸດເຈົ້າ ໂດຍ​ເອົາ​ເງິນ​ສ່ວນ​ໜຶ່ງ ຊຶ່ງ​ເປັນ​ຄ່າ​ຂາຍ​ທີ່ດິນ​ນັ້ນ​ມ້ຽນ​ໄວ້?


ເປໂຕ​ຖາມ​ນາງ​ວ່າ, “ຈົ່ງ​ບອກ​ເຮົາ​ມາ​ເບິ່ງດູ ເຈົ້າ​ທັງສອງ​ຂາຍ​ທີ່ດິນ​ໄດ້​ເງິນ​ຈຳນວນ​ເທົ່ານັ້ນ​ແທ້​ບໍ?” ນາງ​ຕອບ​ວ່າ, “ແມ່ນແລ້ວ ໄດ້​ເທົ່ານັ້ນ​ແຫຼະ.”


ຢ່າ​ເຮັດ​ສິ່ງໃດ​ໃນ​ທາງ​ຊີງດີ​ຫລື​ຖືດີ​ກັນ ແຕ່​ຈົ່ງ​ຖ່ອມໃຈ​ລົງ ຖື​ວ່າ​ຄົນອື່ນ​ດີກວ່າ​ຕົນ.


ເພາະວ່າ​ການ​ຮັກ​ເງິນຄຳ​ເປັນ​ເຄົ້າມູນ​ຂອງ​ຄວາມຊົ່ວ​ທຸກຢ່າງ ແລະ​ເພາະ​ຄວາມ​ໂລບ​ນີ້​ແຫຼະ ຈຶ່ງ​ຊັກຈູງ​ບາງຄົນ​ໃຫ້​ຫລົງ​ໄປ​ຈາກ​ຄວາມເຊື່ອ ແລະ​ແທງ​ຕົວ​ເອງ​ຈົນ​ຊອດ ດ້ວຍ​ຄວາມ​ເຈັບແສບ​ຫລາຍ​ປະການ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka