Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 5:16 - ພຣະຄຳພີສັກສິ

16 ປະຊາຊົນ​ໄດ້​ຫລັ່ງໄຫລ​ກັນ​ອອກ​ມາ​ຈາກ​ເມືອງ​ຕ່າງໆ ທີ່​ຢູ່​ອ້ອມແອ້ມ​ນະຄອນ​ເຢຣູຊາເລັມ ພ້ອມ​ທັງ​ນຳ​ຄົນ​ເຈັບໄຂ້​ໄດ້ປ່ວຍ ແລະ​ຄົນ​ທີ່​ຜີຊົ່ວຮ້າຍ​ເຂົ້າ​ສິງ​ມາ​ຫາ ແລະ​ທຸກຄົນ​ຕ່າງ​ກໍໄດ້​ຮັບ​ການ​ຊົງ​ໂຜດ​ໃຫ້​ຫາຍ​ດີ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ມີ​ຄົນ​ຈຳນວນ​ຫລວງຫລາຍ​ອອກ​ມາ​ຈາກ​ເມືອງ​ຕ່າງໆ​ທີ່​ຢູ່​ອ້ອມຂ້າງ​ເຢຣູຊາເລັມ​ມາ​ເຕົ້າໂຮມກັນ, ໄດ້​ນຳ​ເອົາ​ຄົນເຈັບປ່ວຍ ແລະ ຄົນ​ທີ່​ທໍລະມານ​ຍ້ອນ​ວິນຍານສົກກະປົກ​ເຂົ້າ​ສິງ ແລະ ພວກເຂົາ​ທັງໝົດ​ກໍ​ໄດ້​ຮັບ​ການ​ຮັກສາ​ໃຫ້​ຫາຍດີ.

Uka jalj uñjjattʼäta Copia luraña




ກິດຈະການ 5:16
16 Jak'a apnaqawi uñst'ayäwi  

ເມື່ອ​ເຮໂຣດ​ໄດ້​ຮູ້​ວ່າ ພວກ​ໂຫຣາຈານ​ຫລອກລວງ​ຕົນ ເພິ່ນ​ກໍ​ໃຈຮ້າຍ​ຫລາຍ. ສະນັ້ນ ເພິ່ນ​ຈຶ່ງ​ໃຊ້​ຄົນ​ໄປ​ຂ້າ​ເດັກນ້ອຍ​ຜູ້ຊາຍ​ທຸກຄົນ​ໃນ​ເມືອງ​ເບັດເລເຮັມ ແລະ​ໃນ​ເຂດ​ໃກ້ຄຽງ​ຕັ້ງແຕ່​ອາຍຸ​ສອງ​ປີ​ລົງ​ມາ ຕາມ​ເວລາ​ທີ່​ເພິ່ນ​ໄດ້​ພົບ​ກັບ​ພວກ​ໂຫຣາຈານ​ນັ້ນ.


ຊື່ສຽງ​ຂອງ​ພຣະອົງ​ໄດ້​ຊ່າລື​ໄປ​ທົ່ວ​ທັງ​ປະເທດ​ຊີເຣຍ ແລະ​ພວກເຂົາ​ຈຶ່ງ​ໄດ້​ນຳ​ຄົນ​ທີ່​ເຈັບໄຂ້​ໄດ້ປ່ວຍ​ຕ່າງໆ​ກັບ​ຄົນ​ຈິດໃຈ​ບໍ່​ປົກກະຕິ, ຄົນ​ຜີມານຮ້າຍ​ເຂົ້າ​ສິງ, ຄົນ​ບ້າໝູ ແລະ​ຄົນ​ເປັນ​ເປ້ຍ​ມາ​ຫາ​ພຣະອົງ ພຣະອົງ​ກໍ​ຊົງ​ໂຜດ​ຮັກສາ​ພວກເຂົາ​ໃຫ້​ຫາຍ​ດີ​ທຸກຄົນ.


ເມື່ອ​ເຖິງ​ຍາມ​ຄໍ່າ, ປະຊາຊົນ​ກໍ​ພາ​ບັນດາ​ຄົນ​ທີ່​ມີ​ຜີມານຮ້າຍ​ສິງ​ຢູ່​ມາ​ຫາ​ພຣະເຢຊູເຈົ້າ ພຣະເຢຊູເຈົ້າ​ໄດ້​ຂັບໄລ່​ຜີມານຮ້າຍ​ເຫຼົ່ານັ້ນ​ອອກ​ດ້ວຍ​ຄຳສັ່ງ​ຂອງ​ພຣະອົງ ແລະ​ຊົງ​ໂຜດ​ຜູ້​ເຈັບໄຂ້​ໄດ້ປ່ວຍ​ທຸກຄົນ​ໃຫ້​ຫາຍ​ດີ.


ວັນ​ໜຶ່ງ ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ຢູ່ ພວກ​ຟາຣີຊາຍ​ແລະ​ພວກ​ທຳມະຈານ​ບາງຄົນ ກໍ​ນັ່ງ​ຢູ່​ໃນ​ທີ່ນັ້ນ​ດ້ວຍ ພວກເຂົາ​ມາ​ແຕ່​ທຸກ​ບ້ານ​ຈາກ​ແຂວງ​ຄາລີເລ, ຈາກ​ແຂວງ​ຢູດາຍ ແລະ​ຈາກ​ນະຄອນ​ເຢຣູຊາເລັມ. ຣິດເດດ​ອຳນາດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ສະຖິດ​ຢູ່​ກັບ​ພຣະອົງ ເພື່ອ​ໂຜດ​ຄົນ​ເຈັບໄຂ້​ໄດ້ປ່ວຍ​ໃຫ້​ດີ​ພະຍາດ.


ພວກເຂົາ​ມາ​ເພື່ອ​ຟັງ​ພຣະອົງ ແລະ​ເພື່ອ​ໃຫ້​ພຣະອົງ​ຊົງ​ໂຜດ​ຮັກສາ​ໃຫ້​ດີ​ພະຍາດ​ໂຣຄາ​ຂອງ​ພວກເຂົາ ແລະ​ບັນດາ​ຜູ້​ທີ່​ຖືກ​ຜີຊົ່ວຮ້າຍ​ລົບກວນ ກໍ​ຊົງ​ໂຜດ​ໃຫ້​ດີ​ເໝືອນກັນ


ເມື່ອ​ປະຊາຊົນ​ໄດ້ຍິນ​ເຖິງ​ເລື່ອງ​ນີ້ ພວກເຂົາ​ກໍ​ຕິດຕາມ​ພຣະອົງ​ໄປ ຝ່າຍ​ພຣະອົງ​ກໍ​ຕ້ອນຮັບ​ພວກເຂົາ ແລະ​ບອກ​ພວກເຂົາ​ເຖິງ​ຣາຊອານາຈັກ​ຂອງ​ພຣະເຈົ້າ ທັງ​ຊົງ​ໂຜດ​ຮັກສາ​ຜູ້​ທີ່​ຕ້ອງການ​ຢາກ​ຫາຍ​ດີ​ຈາກ​ການ​ເຈັບໄຂ້​ໄດ້ປ່ວຍ.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກ​ທີ່​ເຊື່ອ​ໃນ​ເຮົາ ກໍ​ຈະ​ເຮັດ​ກິດຈະການ​ທີ່​ເຮົາ​ເຮັດ​ຢູ່​ນັ້ນ​ເໝືອນກັນ ແລະ​ພວກເຂົາ​ຈະ​ເຮັດ​ການ​ໃຫຍ່​ກວ່າ​ອີກ ເພາະວ່າ​ຝ່າຍ​ເຮົາ​ໄປ​ເຖິງ​ພຣະບິດາເຈົ້າ.


ຂໍໂຜດ​ຢຽດ​ພຣະຫັດ​ຂອງ​ພຣະອົງ​ອອກ ເພື່ອ​ເຮັດ​ໃຫ້​ດີ​ພະຍາດ ແລະ​ຂໍໂຜດ​ໃຫ້​ໝາຍສຳຄັນ ແລະ​ການ​ອັດສະຈັນ​ເກີດຂຶ້ນ ໂດຍ​ພຣະນາມ​ຂອງ​ພຣະເຢຊູເຈົ້າ ພຣະ​ຜູ້ຮັບໃຊ້​ອົງ​ບໍຣິສຸດ​ຂອງ​ພຣະອົງ.”


ຈົນ​ວ່າ​ເຂົາ​ໄດ້​ເອົາ​ຄົນ​ເຈັບປ່ວຍ​ໃສ່​ບ່ອນ​ນອນ​ນ້ອຍ​ໃຫຍ່ ຫາມ​ອອກ​ໄປ​ວາງ​ໄວ້​ຕາມ​ຫົນທາງ ເພື່ອ​ວ່າ​ເມື່ອ​ເປໂຕ​ຍ່າງ​ຜ່ານ​ໄປ​ນັ້ນ ຢ່າງໜ້ອຍ​ເງົາ​ຂອງທ່ານ​ຈະ​ຖືກ​ບາງຄົນ.


ແລ້ວ​ມະຫາ​ປະໂຣຫິດ​ກັບ​ພັກພວກ​ທັງໝົດ​ຂອງຕົນ ຄື​ພວກ​ຊາດູກາຍ​ກໍ​ເກີດ​ອິດສາ​ພວກ​ອັກຄະສາວົກ​ຢ່າງ​ສຸດຂີດ.


ແລະ​ໃຫ້​ຄົນ​ໜຶ່ງ​ມີ​ຄວາມເຊື່ອ ແຕ່​ແມ່ນ​ພຣະວິນຍານ​ອົງ​ດຽວກັນ ແລະ​ໂຜດ​ໃຫ້​ຄົນ​ໜຶ່ງ​ອີກ ມີ​ຣິດອຳນາດ​ໃຫ້​ຄົນ​ດີ​ພະຍາດ ແຕ່​ແມ່ນ​ພຣະວິນຍານ​ອົງ​ດຽວ.


ເຫດສະນັ້ນ ເຈົ້າ​ທັງຫລາຍ ຈົ່ງ​ສາລະພາບ​ຜິດ​ຂອງຕົນ​ຕໍ່​ກັນແລະກັນ, ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ກັນແລະກັນ, ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ດີ​ພະຍາດ. ຄຳ​ພາວັນນາ​ອະທິຖານ​ຂອງ​ຜູ້​ຊອບທຳ​ມີຣິດ​ສັກສິດ​ເຮັດ​ໃຫ້​ເກີດຜົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka