Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 5:12 - ພຣະຄຳພີສັກສິ

12 ພວກ​ອັກຄະສາວົກ​ໄດ້​ເຮັດ​ການ​ອັດສະຈັນ ແລະ​ສິ່ງ​ທີ່​ໜ້າງຶດງໍ້​ຫລາຍ​ຢ່າງ​ໃນ​ທ່າມກາງ​ປະຊາຊົນ, ຄົນ​ທີ່​ເຊື່ອ​ທຸກຄົນ​ກໍ​ຢູ່​ຮ່ວມ​ກັນ ທີ່​ລະບຽງ​ຂອງ​ໂຊໂລໂມນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ພວກ​ອັກຄະສາວົກ​ໄດ້​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຫລາຍ​ຢ່າງ​ໃນ​ທ່າມກາງ​ປະຊາຊົນ. ແລະ ຜູ້ທີ່ເຊື່ອ​ທັງໝົດ​ມັກ​ມາ​ເຕົ້າໂຮມກັນ​ທີ່​ລະບຽງ​ຂອງ​ໂຊໂລໂມນ.

Uka jalj uñjjattʼäta Copia luraña




ກິດຈະການ 5:12
22 Jak'a apnaqawi uñst'ayäwi  

ເປັນຫຍັງ​ເຈົ້າ​ຈຶ່ງ​ໄດ້​ເວົ້າ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ວ່າ ວິຫານ​ຂອງ​ພຣະເຈົ້າຢາເວ​ນີ້​ຈະ​ກາຍເປັນ​ດັ່ງ​ເມືອງ​ຊີໂລ ແລະ​ກ່າວ​ວ່າ​ນະຄອນ​ນີ້​ຈະ​ຖືກ​ທຳລາຍ ແລະ​ບໍ່ມີ​ຜູ້ໃດ​ຢູ່​ອາໄສ?” ແລ້ວ​ປະຊາຊົນ​ກໍ​ພາກັນ​ລ້ອມ​ຂ້າພະເຈົ້າ​ໄວ້.


ແລ້ວ​ພວກ​ສາວົກ​ເຫຼົ່ານັ້ນ ກໍ​ອອກ​ໄປ​ປະກາດ​ຂ່າວປະເສີດ​ທົ່ວ​ທຸກ​ທີ່​ທຸກ​ບ່ອນ ແລະ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຮ່ວມ​ງານ​ກັບ​ພວກເພິ່ນ ແລະ​ພຣະອົງ​ໄດ້​ຢັ້ງຢືນ​ໃຫ້​ເຫັນ​ວ່າ ການ​ປະກາດ​ຂ່າວປະເສີດ​ຂອງ​ພວກເພິ່ນ ເປັນ​ຄວາມຈິງ​ແທ້ ດ້ວຍ​ໝາຍສຳຄັນ ແລະ​ການ​ອັດສະຈັນ​ຕ່າງໆ​ທີ່​ເກີດຂຶ້ນ​ນັ້ນ.]


ສ່ວນ​ພຣະເຢຊູເຈົ້າ​ກໍ​ຍ່າງ​ໄປມາ​ໃນ​ພຣະວິຫານ ທີ່​ລະບຽງ​ໂຊໂລໂມນ.


ພຣະເຢຊູເຈົ້າ​ເວົ້າ​ຕໍ່​ເພິ່ນ​ວ່າ, “ຖ້າ​ເຈົ້າ​ທັງຫລາຍ​ບໍ່​ເຫັນ​ການ​ອັດສະຈັນ ແລະ​ໝາຍສຳຄັນ ພວກເຈົ້າ​ກໍ​ຈະ​ບໍ່​ເຊື່ອ.”


ຄົນ​ເຫຼົ່ານີ້​ທັງໝົດ​ໄດ້​ຮ່ວມ​ໃຈ​ກັນ​ພາວັນນາ​ອະທິຖານ​ປະຈຳ​ສະໝໍ່າ​ສະເໝີ ໂດຍ​ມີ​ພວກ​ແມ່ຍິງ ມາຣີ​ແມ່​ຂອງ​ພຣະເຢຊູເຈົ້າ ແລະ​ພວກ​ນ້ອງຊາຍ​ຂອງ​ພຣະອົງ​ກໍ​ຮ່ວມ​ຢູ່​ດ້ວຍ.


ດັ່ງນັ້ນ ທ່ານ​ທັງສອງ​ຈຶ່ງ​ໄດ້​ອາໄສ​ຢູ່​ທີ່​ເມືອງ​ອີໂກນີອົມ​ນີ້​ດົນນານ​ສົມຄວນ, ມີ​ໃຈ​ກ້າ​ກ່າວ​ດ້ວຍ​ຄວາມ​ໄວ້ວາງໃຈ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ໄດ້​ເປັນ​ພະຍານ​ເຖິງ​ເລື່ອງ​ພຣະຄຸນ​ຂອງ​ພຣະອົງ ໂດຍ​ໃຫ້​ທ່ານ​ທັງສອງ​ມີ​ຣິດອຳນາດ​ເຮັດ​ໝາຍສຳຄັນ ແລະ​ການ​ອັດສະຈັນ​ຫລາຍ​ຢ່າງ.


ນາງ​ໄດ້​ເຮັດ​ຢູ່​ຢ່າງ​ນີ້​ເປັນ​ເວລາ​ຫລາຍ​ວັນ ຈົນ​ໂປໂລ​ລຳຄານ​ໃຈ​ເຕັມທີ ຈຶ່ງ​ຫັນ​ໜ້າ​ໄປ​ສັ່ງ​ຜີຮ້າຍ​ນັ້ນ​ວ່າ, “ໃນ​ນາມ​ພຣະເຢຊູ​ຄຣິດເຈົ້າ ກູ​ສັ່ງ​ມຶງ​ໃຫ້​ອອກ​ຈາກ​ຍິງ​ຜູ້​ນີ້​ເສຍ.” ມັນ​ກໍ​ອອກ​ຈາກ​ນາງ​ທັນທີ​ທັນໃດ.


ພຣະເຈົ້າ​ໄດ້​ເຮັດ​ການ​ອັດສະຈັນ​ອັນ​ແປກ​ປະຫລາດ​ຜ່ານ​ໂປໂລ.


ແຕ່ລະ​ວັນ ພວກເຂົາ​ໄດ້​ໝັ່ນ​ເຕົ້າໂຮມ​ກັນ​ນະມັດສະການ​ໃນ​ບໍລິເວນ​ພຣະວິຫານ ແລະ​ຫັກ​ເຂົ້າຈີ່ ຮ່ວມ​ຮັບປະທານ​ອາຫານ​ນຳ​ກັນ ຕາມ​ບ້ານ​ເຮືອນ​ຂອງ​ພວກ​ຕົນ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ​ດ້ວຍ​ໃຈ​ສັດຊື່


ເມື່ອ​ເຫດການ​ເປັນ​ໄປ​ຢ່າງ​ນີ້ ຊາວ​ພື້ນເມືອງ​ທຸກຄົນ​ໃນ​ເກາະ​ນັ້ນ ທີ່​ເຈັບໄຂ້​ໄດ້ປ່ວຍ ຕ່າງ​ກໍ​ມາ​ຫາ​ໂປໂລ ແລະ​ພວກເຂົາ​ກໍໄດ້​ຫາຍ​ດີ​ທຸກຄົນ.


ຂະນະທີ່​ຊາຍ​ຄົນ​ນີ້ ຍັງ​ເກາະ​ແຂນ​ເປໂຕ​ແລະ​ໂຢຮັນ​ຢູ່​ທີ່​ລະບຽງ​ໂຊໂລໂມນ ປະຊາຊົນ​ທັງຫລາຍ​ຕ່າງ​ກໍ​ງຶດ​ປະຫລາດ​ອັດສະຈັນ​ໃຈ ແລະ​ພາກັນ​ແລ່ນ​ມາ​ຫາ​ພວກເພິ່ນ.


ຂໍໂຜດ​ຢຽດ​ພຣະຫັດ​ຂອງ​ພຣະອົງ​ອອກ ເພື່ອ​ເຮັດ​ໃຫ້​ດີ​ພະຍາດ ແລະ​ຂໍໂຜດ​ໃຫ້​ໝາຍສຳຄັນ ແລະ​ການ​ອັດສະຈັນ​ເກີດຂຶ້ນ ໂດຍ​ພຣະນາມ​ຂອງ​ພຣະເຢຊູເຈົ້າ ພຣະ​ຜູ້ຮັບໃຊ້​ອົງ​ບໍຣິສຸດ​ຂອງ​ພຣະອົງ.”


ໃນ​ທີ່​ນີ້ ເປໂຕ​ໄດ້​ພົບ​ຊາຍ​ຄົນ​ໜຶ່ງ ຊື່​ວ່າ ໄອເນ ຜູ້​ທີ່​ນອນ​ຢູ່​ກັບ​ບ່ອນ​ໄດ້​ແປດ​ປີ​ແລ້ວ​ເພາະ​ເປັນ​ເປ້ຍ.


ເປໂຕ​ບອກ​ໃຫ້​ທຸກຄົນ​ອອກ​ໄປ​ຂ້າງ​ນອກ ສ່ວນ​ເພິ່ນ​ນັ້ນ​ຄຸເຂົ່າ​ລົງ​ພາວັນນາ​ອະທິຖານ​ຂໍ ແລ້ວ​ກໍ​ຫັນ​ໜ້າ​ໄປ​ທາງ​ຊາກສົບ ແລະ​ກ່າວ​ວ່າ, “ຕາບີທາ ຈົ່ງ​ລຸກ​ຂຶ້ນ.” ນາງ​ກໍ​ມືນ​ຕາ ແລະ​ເມື່ອ​ເຫັນ​ເປໂຕ ນາງ​ຈຶ່ງ​ລຸກ​ຂຶ້ນ​ນັ່ງ.


ຄື​ດ້ວຍ​ຣິດອຳນາດ​ແຫ່ງ​ໝາຍສຳຄັນ ແລະ​ການ​ອັດສະຈັນ​ຕ່າງໆ ແລະ​ຣິດເດດອຳນາດ​ຂອງ​ພຣະວິນຍານ​ຂອງ​ພຣະເຈົ້າ ຈົນ​ເຮົາ​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ​ຢ່າງ​ຄົບຖ້ວນ ຕັ້ງແຕ່​ນະຄອນ​ເຢຣູຊາເລັມ ອ້ອມ​ໄປ​ຮອດ​ແຂວງ​ອີລີຣິກົນ.


ແທ້ຈິງ, ລັກສະນະ​ຂອງ​ອັກຄະສາວົກ ໄດ້​ປາກົດ​ຢ່າງ​ແຈ່ມແຈ້ງ​ໃນ​ທ່າມກາງ​ພວກເຈົ້າ ໂດຍ​ຄວາມ​ພຽນ, ໂດຍ​ໝາຍສຳຄັນ ໂດຍ​ການ​ອັດສະຈັນ ແລະ​ໂດຍ​ການ​ອິດທິຣິດ​ຕ່າງໆ.


ພຣະເຈົ້າ​ກໍ​ຍັງ​ຊົງ​ເປັນ​ພະຍານ​ຮ່ວມ​ກັນ​ກັບ​ພວກເຂົາ ໂດຍ​ຊົງ​ສຳແດງ​ໝາຍສຳຄັນ, ການ​ອັດສະຈັນ, ການ​ອິດທິຣິດ​ຕ່າງໆ ແລະ​ໂດຍ​ຂອງ​ປະທານ​ຈາກ​ພຣະວິນຍານ​ບໍຣິສຸດເຈົ້າ ຊຶ່ງ​ຊົງ​ປະທານ​ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka