Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 4:5 - ພຣະຄຳພີສັກສິ

5 ຕົກ​ວັນ​ໜ້າ​ມາ ບັນດາ​ຜູ້ນຳ​ກັບ​ພວກ​ເຖົ້າແກ່ ແລະ​ພວກ​ທຳມະຈານ​ໄດ້​ປະຊຸມ​ກັນ​ທີ່​ນະຄອນ​ເຢຣູຊາເລັມ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ໃນ​ມື້​ຕໍ່ມາ​ພວກ​ຜູ້ນຳ, ພວກ​ເຖົ້າແກ່ ແລະ ພວກ​ຄູສອນກົດບັນຍັດ​ໄດ້​ມາ​ປະຊຸມ​ກັນ​ທີ່​ເຢຣູຊາເລັມ.

Uka jalj uñjjattʼäta Copia luraña




ກິດຈະການ 4:5
12 Jak'a apnaqawi uñst'ayäwi  

ນະຄອນ​ເຢຣູຊາເລັມ​ເອີຍ ບັນດາ​ຜູ້ປົກຄອງ​ແລະ​ຊາວ​ເມືອງ​ຂອງເຈົ້າ​ນັ້ນ ເປັນ​ດັ່ງ​ພວກ​ຜູ້ປົກຄອງ​ຂອງ​ຊາວ​ເມືອງ​ໂຊໂດມ​ແລະ​ໂກໂມຣາ. ຈົ່ງ​ຕັ້ງໃຈ​ຟັງ​ສິ່ງ​ທີ່​ພຣະເຈົ້າຢາເວ​ກຳລັງ​ກ່າວ​ແກ່​ພວກເຈົ້າ. ຈົ່ງ​ເອົາໃຈໃສ່​ຕໍ່​ກົດບັນຍັດ​ທີ່​ພຣະເຈົ້າ​ຂອງ​ພວກເຮົາ​ກຳລັງ​ສັ່ງສອນ​ພວກເຈົ້າ.


ຜູ້​ທີ່​ນອນ​ຄິດ​ວາງແຜນ​ເຮັດ​ຊົ່ວ ຈະ​ໄດ້​ຮັບ​ໄພພິບັດ​ຫລາຍ​ສໍ່າໃດ​ນໍ ເມື່ອ​ຮຸ່ງເຊົ້າ​ມາ ພໍ​ໄດ້​ໂອກາດ ພວກເຂົາ​ກໍ​ເຮັດ​ຊົ່ວ​ຕາມ​ທີ່​ໄດ້​ວາງແຜນ​ໄວ້​ນັ້ນ.


ພໍ​ຮຸ່ງ​ເຊົ້າ​ມາ ບັນດາ​ຫົວໜ້າ​ປະໂຣຫິດ, ພວກ​ເຖົ້າແກ່, ພວກ​ທຳມະຈານ ແລະ​ບັນດາ​ສະມາຊິກ​ສະພາ​ໄດ້​ປຶກສາ​ຫາລື​ກັນ​ແລ້ວ ພວກເຂົາ​ໄດ້​ມັດ​ພຣະເຢຊູເຈົ້າ ແລະ​ພາ​ໄປ​ມອບ​ໃຫ້​ປີລາດ.


ວັນ​ໜຶ່ງ ເມື່ອ​ພຣະເຢຊູເຈົ້າ​ກຳລັງ​ເທດສະໜາ​ສັ່ງສອນ​ປະຊາຊົນ​ຢູ່​ໃນ​ພຣະວິຫານ ແລະ​ປະກາດ​ຂ່າວປະເສີດ ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ທຳມະຈານ ພ້ອມ​ທັງ​ພວກ​ເຖົ້າແກ່​ໄດ້​ມາ​ຫາ​ພຣະອົງ.


ເມື່ອ​ຮຸ່ງ​ເຊົ້າ​ມາ ພວກ​ເຖົ້າແກ່ ພວກ​ຫົວໜ້າ​ປະໂຣຫິດ ແລະ​ພວກ​ທຳມະຈານ​ໄດ້​ປະຊຸມ​ກັນ ແລະ​ພວກເຂົາ​ໄດ້​ຄຸມ​ຕົວ​ພຣະອົງ ມາ​ຢູ່​ຕໍ່ໜ້າ​ສະພາ​ສູງສຸດ.


ແລ້ວ​ປີລາດ​ກໍ​ເອີ້ນ​ພວກ​ຫົວໜ້າ​ປະໂຣຫິດ ບັນດາ​ຜູ້ນຳ ແລະ​ປະຊາຊົນ​ມາ​ປະຊຸມ​ກັນ


ຄື​ພວກ​ຫົວໜ້າ​ປະໂຣຫິດ ແລະ​ບັນດາ​ຜູ້​ປົກຄອງ​ຂອງ​ພວກເຮົາ ໄດ້​ມອບ​ເພິ່ນ​ໃຫ້​ຖືກ​ລົງໂທດ​ເຖິງ​ຕາຍ ແລະ​ພວກເຂົາ​ໄດ້​ຄຶງ​ເພິ່ນ​ໄວ້​ທີ່​ໄມ້ກາງແຂນ.


ເປໂຕ​ຜູ້​ທີ່​ເຕັມລົ້ນ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ​ຕອບ​ວ່າ, “ບັນດາ​ທ່ານ​ຜູ້ນຳ​ປະຊາຊົນ​ກັບ​ບັນດາ​ເຖົ້າແກ່​ທີ່​ນັບຖື:


ແຕ່​ມີ​ສະມາຊິກ​ຄົນ​ໜຶ່ງ​ໃນ​ສະພາ​ສູງສຸດ​ຊື່​ວ່າ ຄາມາລິເອັນ ແລະ​ເປັນ​ຄົນ​ຟາຣີຊາຍ ເພິ່ນ​ເປັນ​ອາຈານ ແລະ​ເປັນ​ທີ່​ນັບຖື​ຢ່າງ​ສູງ​ຂອງ​ປະຊາຊົນ​ທົ່ວ​ໄປ ເພິ່ນ​ໄດ້​ຢືນ​ຂຶ້ນ​ໃນ​ທີ່​ປະຊຸມ ແລະ​ສັ່ງ​ໃຫ້​ເຈົ້າໜ້າທີ່​ນຳ​ພວກ​ອັກຄະສາວົກ​ອອກ​ໄປ​ຂ້າງ​ນອກ​ຊົ່ວ​ໄລຍະ​ໜຶ່ງ


ດ້ວຍເຫດນີ້ ພວກເຂົາ​ຈຶ່ງ​ຍຸຍົງ​ປະຊາຊົນ, ພວກ​ເຖົ້າແກ່​ແລະ​ພວກ​ທຳມະຈານ ມາ​ຫຸ້ມ​ຈັບ​ຊະເຕຟາໂນ ແລະ​ນຳ​ຕົວ​ຂຶ້ນ​ໄປ​ທີ່​ສະພາ​ສູງສຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka