Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 4:21 - ພຣະຄຳພີສັກສິ

21 ເມື່ອ​ຂູ່ເຂັນ​ທ່ານ​ທັງສອງ​ຢ່າງ​ແຂງແຮງ​ຕື່ມ​ອີກ​ແລ້ວ​ກໍ​ປ່ອຍ​ໄປ ເພາະ​ເຫັນ​ວ່າ​ບໍ່ມີ​ເລື່ອງ​ອັນ​ໃດ​ທີ່​ຈະ​ໃສ່​ໂທດ​ພວກເພິ່ນ​ໄດ້ ເພາະ​ປະຊາຊົນ​ທັງໝົດ​ພາກັນ​ສັນລະເສີນ​ພຣະເຈົ້າ ຍ້ອນ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

21 ຫລັງ​ຈາກ​ໄດ້​ຂົ່ມຂູ່​ແລ້ວ​ພວກເຂົາ​ກໍ​ປ່ອຍ​ພວກເພິ່ນ​ໄປ. ພວກເຂົາ​ຕັດສິນໃຈ​ບໍ່​ໄດ້​ວ່າ​ຈະ​ລົງໂທດ​ພວກເພິ່ນ​ຢ່າງໃດ, ເພາະ​ປະຊາຊົນ​ທັງໝົດ​ພາກັນ​ສັນລະເສີນ​ພຣະເຈົ້າ​ໃນ​ສິ່ງ​ທີ່​ເກີດຂຶ້ນ​ນັ້ນ,

Uka jalj uñjjattʼäta Copia luraña




ກິດຈະການ 4:21
18 Jak'a apnaqawi uñst'ayäwi  

ຝ່າຍ​ປະຊາຊົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ເມື່ອ​ພວກເຂົາ​ເຫັນ​ຄົນ​ປາກກືກ​ເວົ້າ​ໄດ້, ຄົນ​ແຂນ​ຂາ​ພິການ​ດີ​ເປັນ​ປົກກະຕິ, ຄົນ​ຂາຫ້ານ​ຍ່າງ​ໄດ້ ແລະ​ຄົນ​ຕາບອດ​ເຫັນ​ຮຸ່ງ​ໄດ້, ແລ້ວ​ພວກເຂົາ​ຕ່າງ​ກໍ​ສັນລະເສີນ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ພະຍາຍາມ​ຈັບ​ພຣະອົງ ແຕ່​ພວກເຂົາ​ຢ້ານ​ປະຊາຊົນ ເພາະ​ປະຊາຊົນ​ຖື​ວ່າ​ພຣະເຢຊູເຈົ້າ​ເປັນ​ຜູ້ທຳນວາຍ.


ພວກເຂົາ​ເວົ້າ​ວ່າ, “ພວກເຮົາ​ບໍ່​ຕ້ອງ​ເຮັດ​ໃນ​ລະຫວ່າງ​ເທດສະການ ຢ້ານ​ວ່າ​ປະຊາຊົນ​ອາດ​ຈະ​ວຸ້ນວາຍ​ຂຶ້ນ​ກໍໄດ້.”


ແຕ່​ພໍ​ພຣະອົງ​ຂັບໄລ່​ຜີມານຮ້າຍ​ນັ້ນ​ອອກ​ໄປ​ແລ້ວ ຄົນ​ປາກກືກ​ຜູ້ນັ້ນ​ກໍ​ເວົ້າ​ໄດ້ ຄົນ​ທັງຫລາຍ​ງຶດ​ປະຫລາດ​ໃຈ ແລະ​ພາກັນ​ເວົ້າ​ວ່າ, “ບໍ່ເຄີຍ​ເຫັນ​ເຫດການ​ຢ່າງ​ນີ້​ຈັກເທື່ອ​ໃນ​ຊາດ​ອິດສະຣາເອນ.”


ເມື່ອ​ປະຊາຊົນ​ໄດ້​ເຫັນ​ເຫດການ​ນີ້​ພວກເຂົາ​ຈຶ່ງ​ຢ້ານ ແລະ​ພາກັນ​ສັນລະເສີນ​ພຣະເຈົ້າ​ທີ່​ໃຫ້​ສິດ​ອຳນາດ​ຢ່າງ​ນີ້​ແກ່​ມະນຸດ.


ຄຳຕອບ​ຂອງ​ພຣະອົງ ເຮັດ​ໃຫ້​ພວກ​ທີ່​ຕໍ່ສູ້​ພຣະອົງ​ອັບອາຍ​ຂາຍໜ້າ​ຫລາຍ ສ່ວນ​ປະຊາຊົນ​ຕ່າງ​ກໍ​ຊົມຊື່ນ​ຍິນດີ ເພາະ​ສິ່ງ​ອັດສະຈັນ​ທັງຫລາຍ​ທີ່​ພຣະອົງ​ໄດ້​ກະທຳ.


ຝ່າຍ​ພວກ​ທຳມະຈານ ແລະ ພວກ​ຫົວໜ້າ​ປະໂຣຫິດ​ຮູ້​ຢູ່​ວ່າ, ພຣະອົງ​ຊົງ​ກ່າວ​ຄຳອຸປະມາ​ນີ້​ຕໍ່ສູ້​ພວກເຂົາ ພວກເຂົາ​ຈຶ່ງ​ວາງແຜນ​ຈັບ​ພຣະອົງ ແຕ່​ພວກເຂົາ​ຢ້ານ​ປະຊາຊົນ.


ແຕ່​ຖ້າ​ພວກເຮົາ​ຕອບ​ວ່າ, ‘ມາ​ຈາກ​ມະນຸດ’ ປະຊາຊົນ​ທັງໝົດ​ໃນ​ທີ່​ນີ້​ກໍ​ຈະ​ແກວ່ງ​ກ້ອນຫີນ​ໃສ່​ພວກເຮົາ, ເພາະ​ພວກເຂົາ​ເຊື່ອ​ວ່າ​ໂຢຮັນ​ເປັນ​ຜູ້ທຳນວາຍ.”


ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ ຕ່າງ​ກໍ​ຢ້ານ​ປະຊາຊົນ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຊອກ​ຊ່ອງທາງ​ເພື່ອ​ຂ້າ​ພຣະເຢຊູເຈົ້າ​ຢ່າງ​ປິດລັບ.


ພວກເຂົາ​ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ​ຫລາຍ​ທີ່ສຸດ ແລະ​ກ່າວ​ສັນລະເສີນ​ພຣະເຈົ້າ. ດ້ວຍ​ຄວາມ​ຢ້ານ​ຢ່າງ​ເຕັມທີ່​ຢູ່​ນັ້ນ ພວກເຂົາ​ກໍ​ເວົ້າ​ວ່າ, “ວັນ​ນີ້ ພວກເຮົາ​ໄດ້​ເຫັນ​ສິ່ງ​ທີ່​ເຫລືອເຊື່ອ.”


ແຕ່​ເພື່ອ​ບໍ່​ໃຫ້​ເລື່ອງ​ນີ້​ແຜ່​ອອກ​ໄປ​ຕື່ມ​ອີກ ໃນ​ທ່າມກາງ​ຄົນ​ທັງຫລາຍ ຈົ່ງ​ສັ່ງ​ຫ້າມ​ແລະ​ຂູ່​ຄົນ​ເຫຼົ່ານີ້ ບໍ່​ໃຫ້​ກ່າວ​ອອກ​ນາມຊື່​ຂອງ​ພຣະເຢຊູເຈົ້າ​ເປັນ​ເດັດຂາດ.”


ຊາຍ​ຜູ້​ທີ່​ຖືກ​ຮັກສາ​ໃຫ້​ຫາຍ​ດີ​ຍ້ອນ​ການ​ອັດສະຈັນ​ນີ້ ມີ​ອາຍຸ​ເກີນ​ກວ່າ​ສີ່ສິບ​ປີ​ແລ້ວ.


ສ່ວນ​ຄົນອື່ນໆ​ນັ້ນ ບໍ່ມີ​ຜູ້ໃດ​ກ້າ​ເຂົ້າ​ມາ​ຕິດພັນ​ຢູ່​ນຳ ແລະ​ແມ່ນແຕ່​ປະຊາຊົນ​ທົ່ວ​ໄປ ຕ່າງ​ກໍ​ຍ້ອງຍໍ​ສັນລະເສີນ​ພວກເພິ່ນ​ຢູ່.


ດັ່ງນັ້ນ ພວກ​ຫົວໜ້າ​ຈຶ່ງ​ອອກ​ໄປ​ກັບ​ເຈົ້າໜ້າທີ່​ພຣະວິຫານ ແລະ​ນຳ​ພວກ​ອັກຄະສາວົກ​ກັບ​ມາ​ໂດຍ​ດີ ເພາະ​ຢ້ານ​ປະຊາຊົນ​ແກວ່ງ​ຫີນ​ໃສ່.


ພວກເຂົາ​ຈຶ່ງ​ເອີ້ນ​ພວກ​ອັກຄະສາວົກ​ເຂົ້າ​ມາ ເມື່ອ​ຂ້ຽນ​ແລ້ວ​ກໍ​ສັ່ງ​ຫ້າມ​ບໍ່​ໃຫ້​ເວົ້າ​ອອກ​ນາມຊື່​ພຣະເຢຊູເຈົ້າ​ອີກ​ຈັກເທື່ອ ແລ້ວ​ກໍ​ປ່ອຍ​ຕົວ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka