Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 4:2 - ພຣະຄຳພີສັກສິ

2 ພວກເຂົາ​ຂັດເຄືອງ​ໃຈ​ໃນ​ການ​ທີ່​ທ່ານ​ທັງສອງ​ໄດ້​ສັ່ງສອນ ແລະ​ປະກາດ​ແກ່​ພົນລະເມືອງ ເຖິງ​ເລື່ອງ​ການ​ເປັນ​ຄືນ​ມາ​ຈາກ​ຕາຍ ໂດຍ​ອ້າງ​ວ່າ ພຣະເຢຊູເຈົ້າ​ຄືນພຣະຊົນ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ພວກເຂົາ​ຂັດເຄືອງໃຈ​ຫລາຍ​ເພາະ​ພວກ​ອັກຄະສາວົກ​ໄດ້​ສັ່ງສອນ ແລະ ໄດ້​ປະກາດ​ແກ່​ຄົນ​ທັງຫລາຍ​ເຖິງ​ເລື່ອງ​ການ​ເປັນຄືນມາ​ຈາກຕາຍ​ໂດຍ​ອ້າງ​ວ່າ​ພຣະເຢຊູຄຣິດເຈົ້າ​ເປັນຄືນມາ​ຈາກ​ຕາຍ​ແລ້ວ.

Uka jalj uñjjattʼäta Copia luraña




ກິດຈະການ 4:2
18 Jak'a apnaqawi uñst'ayäwi  

ແຕ່​ສານບັນລັດ​ຊາວ​ໂຮໂຣນ ແລະ​ໂຕບີຢາ​ຂ້າຣາຊການ​ຄົນ​ໜຶ່ງ​ຂອງ​ແຂວງ​ອຳໂມນ ໄດ້ຍິນ​ຂ່າວ​ວ່າ, ມີ​ບາງຄົນ​ມາ​ເຮັດ​ວຽກ​ເພື່ອ​ຫາ​ຄວາມສຸກ​ສະບາຍ​ໃຫ້​ຊາວ​ອິດສະຣາເອນ; ສະນັ້ນ ພວກເຂົາ​ຈຶ່ງ​ບໍ່​ພໍໃຈ​ຢ່າງຍິ່ງ.


ເມື່ອ​ພວກ​ຢິວ​ເຫັນ​ປະຊາຊົນ​ຫລວງຫລາຍ​ເຊັ່ນນີ້ ພວກເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ອິດສາ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໂຕ້ຖຽງ​ຄຳ​ເວົ້າ​ຂອງ​ໂປໂລ ແລະ​ໝິ່ນປະໝາດ​ເພິ່ນ.


ຄົນມີ​ປັນຍາ​ໃນ​ພວກ​ເອປີກູຣຽວ ແລະ​ໃນ​ພວກ​ຊະໂຕອິກ ໄດ້​ໂຕ້ຕອບ​ກັບ​ໂປໂລ​ດ້ວຍ, ບາງຄົນ​ເວົ້າ​ວ່າ, “ຄົນ​ເກັບເລັມ​ຄວາມຮູ້​ຜູ້​ນີ້​ຢາກ​ເວົ້າ​ອັນ​ໃດ?” ຄົນອື່ນ​ເວົ້າ​ວ່າ, “ເບິ່ງ​ເໝືອນ​ເປັນ​ຜູ້​ປະກາດ​ພຣະທຳ​ພຣະ​ຕ່າງດ້າວ.” ພວກເຂົາ​ເວົ້າ​ເຊັ່ນນີ້​ເພາະວ່າ ໂປໂລ​ປະກາດ​ເຖິງ​ພຣະເຢຊູເຈົ້າ ແລະ​ການ​ເປັນ​ຄືນ​ມາ​ຈາກ​ຕາຍ.


ໃນ​ຄາວ​ນັ້ນ ໄດ້​ເກີດ​ມີ​ການ​ວຸ້ນວາຍ​ອັນ​ໃຫຍ່​ຂຶ້ນ​ໃນ​ເມືອງ​ເອເຟໂຊ ເພາະ​ທາງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.


ນອກຈາກ​ຂໍ້​ດຽວ​ທີ່​ຂ້ານ້ອຍ​ໄດ້​ຮ້ອງ​ຂຶ້ນ ເມື່ອ​ຂ້ານ້ອຍ​ຢືນ​ຢູ່​ຕໍ່ໜ້າ​ພວກເຂົາ​ວ່າ, ‘ຂ້າພະເຈົ້າ​ຖືກ​ນຳ​ຕົວ​ມາ​ພິພາກສາ​ຢູ່​ຕໍ່ໜ້າ​ທ່ານ​ໃນວັນນີ້ ຍ້ອນ​ຂ້າພະເຈົ້າ​ເຊື່ອ​ວ່າ ຄົນ​ຕາຍ​ຈະ​ເປັນ​ຄືນ​ມາ​ສູ່​ຊີວິດ.”’


ພຣະຄຣິດ​ຕ້ອງ​ທົນທຸກ​ທໍລະມານ ແລະ​ເປັນ​ຜູ້​ທຳອິດ ທີ່​ເປັນ​ຄືນ​ມາ​ຈາກ​ຕາຍ ເພື່ອ​ຈະ​ປະກາດ​ຄວາມ​ສະຫວ່າງ​ທີ່​ນຳ​ໄປ​ສູ່​ຄວາມ​ລອດພົ້ນ​ແກ່​ຄົນ​ຢິວ ແລະ​ແກ່​ຄົນຕ່າງຊາດ.”


ດ້ວຍເຫດໃດ ທ່ານ​ທັງຫລາຍ​ຈຶ່ງ​ຖື​ວ່າ ການ​ທີ່​ພຣະເຈົ້າ​ຊົງ​ບັນດານ​ໃຫ້​ຄົນ​ຕາຍ​ເປັນ​ຄືນ​ມາ​ນັ້ນ ເປັນ​ເລື່ອງ​ທີ່​ເຫລືອເຊື່ອ?”


ທ່ານ​ທັງຫລາຍ​ຈຶ່ງ​ໄດ້​ຂ້າ​ຜູ້​ທີ່​ເຮັດ​ໃຫ້​ມີ​ຊີວິດ​ອັນ​ແທ້ຈິງ ແຕ່​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ ຝ່າຍ​ພວກເຮົາ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ນີ້​ໄດ້.


ແລ້ວ​ມະຫາ​ປະໂຣຫິດ​ກັບ​ພັກພວກ​ທັງໝົດ​ຂອງຕົນ ຄື​ພວກ​ຊາດູກາຍ​ກໍ​ເກີດ​ອິດສາ​ພວກ​ອັກຄະສາວົກ​ຢ່າງ​ສຸດຂີດ.


ຖ້າ​ພຣະວິນຍານ​ຂອງ​ພຣະອົງ ຜູ້​ຊົງ​ບັນດານ​ໃຫ້​ພຣະເຢຊູເຈົ້າ​ຊົງ​ຄືນພຣະຊົນ​ນັ້ນ ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ ພຣະອົງ​ຜູ້​ຊົງ​ບັນດານ​ໃຫ້​ພຣະຄຣິດ​ຊົງ​ຄືນພຣະຊົນ​ແລ້ວ​ນັ້ນ ກໍ​ຈະ​ຊົງ​ບັນດານ​ໃຫ້​ກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກເຈົ້າ​ຄືນ​ມີ​ຊີວິດ​ໃໝ່ ດ້ວຍ​ຣິດ​ແຫ່ງ​ພຣະວິນຍານ​ຂອງ​ພຣະອົງ ທີ່​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ.


ແຕ່​ຈະ​ເປັນ​ໄປ​ຕາມ​ລຳດັບ​ຂອງ​ແຕ່ລະຄົນ ຄື​ພຣະຄຣິດ​ເປັນ​ຜົນແລກ ຕໍ່ໄປ​ແມ່ນ​ພວກ​ທີ່​ເປັນ​ຂອງ​ພຣະຄຣິດ ໃນ​ເວລາ​ທີ່​ພຣະອົງ​ສະເດັດ​ມາ​ປາກົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka