Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 4:18 - ພຣະຄຳພີສັກສິ

18 ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອີ້ນ​ເປໂຕ ແລະ ໂຢຮັນ​ກັບຄືນ​ເຂົ້າ​ມາ ແລະ​ສັ່ງ​ຢ່າງ​ເດັດຂາດ​ບໍ່​ໃຫ້​ກ່າວ ຫລື​ສັ່ງສອນ​ສິ່ງໃດ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

18 ຫລັງຈາກນັ້ນ ພວກເຂົາ​ຈຶ່ງ​ເອີ້ນ​ພວກເພິ່ນ​ມາ​ອີກ ແລະ ສັ່ງຫ້າມ​ເດັດຂາດ​ບໍ່​ໃຫ້​ເວົ້າ ຫລື ສອນ​ໃນ​ນາມ​ພຣະເຢຊູເຈົ້າ​ອີກ.

Uka jalj uñjjattʼäta Copia luraña




ກິດຈະການ 4:18
7 Jak'a apnaqawi uñst'ayäwi  

ແຕ່​ນາງ​ໝໍ​ຕຳແຍ​ທັງສອງ​ເປັນ​ຄົນ​ຢຳເກງ​ພຣະເຈົ້າ. ພວກ​ນາງ​ບໍ່ໄດ້​ເຮັດ​ຕາມ​ຄຳສັ່ງ​ຂອງ​ກະສັດ​ຟາໂຣ ແລະ​ປ່ອຍ​ເດັກນ້ອຍ​ຜູ້ຊາຍ​ໃຫ້​ມີ​ຊີວິດ​ຢູ່.


ຢ່າ​ສູ່​ທຳນວາຍ​ຢູ່​ໃນ​ເມືອງ​ເບັດເອນ​ນີ້​ຕໍ່ໄປ. ບ່ອນ​ນີ້​ເປັນ​ສະຖານທີ່​ກະສັດ​ນະມັດສະການ​ຄື ເປັນ​ພຣະວິຫານ​ແຫ່ງ​ອານາຈັກ.”


ແຕ່​ເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ພຣະຣາຊທານ​ຣິດເດດ ເມື່ອ​ພຣະວິນຍານ​ບໍຣິສຸດເຈົ້າ ຈະ​ສະເດັດ​ມາ​ເທິງ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ ໃນ​ນະຄອນ​ເຢຣູຊາເລັມ ຕະຫລອດ​ທົ່ວ​ແຂວງ​ຢູດາຍ ກັບ​ແຂວງ​ຊາມາເຣຍ ແລະ​ຈົນເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ.”


“ຈົ່ງ​ໄປ​ຢືນ​ຢູ່​ໃນ​ບໍລິເວນ​ພຣະວິຫານ ແລ້ວ​ປະກາດ​ບັນດາ​ຖ້ອຍຄຳ​ທັງໝົດ​ເຖິງ​ເລື່ອງ​ຊີວິດ​ໃໝ່​ນີ້ ສູ່​ປະຊາຊົນ​ຟັງ.”


“ພວກເຮົາ​ສັ່ງ​ຫ້າມ​ພວກເຈົ້າ​ຢ່າງ​ເຄັ່ງຄັດ​ແລ້ວ ບໍ່​ໃຫ້​ສັ່ງສອນ​ໃນ​ນາມ​ຂອງ​ຊາຍ​ຄົນ​ນີ້, ແຕ່​ພວກເຈົ້າ​ໄດ້​ເຮັດ​ໃຫ້​ຄຳສັ່ງສອນ​ຂອງ​ພວກເຈົ້າ​ແຜ່​ອອກ​ໄປ​ທົ່ວ​ນະຄອນ​ເຢຣູຊາເລັມ ແລະ​ປາຖະໜາ​ໃຫ້​ຄວາມຜິດ​ກ່ຽວກັບ​ຄວາມ​ຕາຍ​ຂອງ​ຜູ້ນັ້ນ ຕົກ​ໃສ່​ພວກເຮົາ.”


ພວກເຂົາ​ຈຶ່ງ​ເອີ້ນ​ພວກ​ອັກຄະສາວົກ​ເຂົ້າ​ມາ ເມື່ອ​ຂ້ຽນ​ແລ້ວ​ກໍ​ສັ່ງ​ຫ້າມ​ບໍ່​ໃຫ້​ເວົ້າ​ອອກ​ນາມຊື່​ພຣະເຢຊູເຈົ້າ​ອີກ​ຈັກເທື່ອ ແລ້ວ​ກໍ​ປ່ອຍ​ຕົວ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka