Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 4:13 - ພຣະຄຳພີສັກສິ

13 ບັນດາ​ສະມາຊິກ​ຂອງ​ສະພາ​ສູງສຸດ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ເມື່ອ​ເຫັນ​ເປໂຕ​ກັບ​ໂຢຮັນ​ມີ​ຄວາມ​ກ້າຫານ​ເຊັ່ນນີ້ ແລະ​ຮູ້​ວ່າ​ທ່ານ​ທັງສອງ​ເປັນ​ຄົນ​ສາມັນ​ທຳມະດາ ແລະ​ຂາດ​ການ​ສຶກສາ ພວກເຂົາ​ຮູ້​ວ່າ​ທ່ານ​ທັງສອງ​ເຄີຍ​ເປັນ​ຜູ້​ໃກ້ຊິດ​ກັບ​ພຣະເຢຊູເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 ເມື່ອ​ພວກເຂົາ​ເຫັນ​ຄວາມກ້າຫານ​ຂອງ​ເປໂຕ ແລະ ໂຢຮັນ ແລະ ສັງເກດ​ວ່າ​ພວກເພິ່ນ​ເປັນ​ຄົນທຳມະດາ​ສາມັນ​ຂາດ​ການສຶກສາ, ພວກເຂົາ​ກໍ​ປະຫລາດໃຈ ແລະ ນຶກ​ຂຶ້ນ​ໄດ້​ວ່າ​ຄົນ​ເຫລົ່ານີ້​ເຄີຍ​ຢູ່​ກັບ​ພຣະເຢຊູເຈົ້າ.

Uka jalj uñjjattʼäta Copia luraña




ກິດຈະການ 4:13
22 Jak'a apnaqawi uñst'ayäwi  

ໃນ​ເວລາ​ນັ້ນ ພຣະເຢຊູເຈົ້າ​ໄດ້​ກາບ​ທູນ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ຜູ້​ເປັນ​ເຈົ້າ​ຂອງ​ສະຫວັນ​ແລະ​ແຜ່ນດິນ​ໂລກ ຂ້ານ້ອຍ​ຂໍ​ສັນລະເສີນ​ພຣະອົງ ທີ່​ພຣະອົງ​ໄດ້​ປິດບັງ​ສິ່ງ​ເຫຼົ່ານີ້​ໄວ້​ຈາກ​ຜູ້​ສະຫລາດ ແລະ​ຜູ້​ມີ​ສະຕິປັນຍາ, ແຕ່​ຊົງ​ເປີດເຜີຍ​ແກ່​ຜູ້​ທີ່​ບໍ່ໄດ້​ຮຽນຮູ້.


ແລ້ວ​ລາວ​ກໍ​ຍ່າງ​ໄປ​ທາງ​ປະຕູ​ເດີ່ນ​ບ້ານ ສາວ​ໃຊ້​ຄົນອື່ນ​ເຫັນ​ລາວ ຈຶ່ງ​ເວົ້າ​ກັບ​ຄົນ​ທີ່​ຢືນ​ຢູ່​ໃນ​ບ່ອນ​ນັ້ນ​ວ່າ, “ຄົນ​ນີ້​ແຫຼະ ເຄີຍ​ໄປມາ​ກັບ​ເຢຊູ​ໄທ​ນາຊາເຣັດ.”


ຫລັງຈາກ​ນັ້ນ​ໜ້ອຍ​ໜຶ່ງ ຄົນ​ທີ່​ຢືນ​ຢູ່​ບ່ອນ​ນັ້ນ​ກໍ​ມາ​ຫາ​ເປໂຕ ແລະ​ເວົ້າ​ວ່າ, “ເຈົ້າ​ເປັນ​ພັກພວກ​ຂອງ​ຄົນ​ເຫຼົ່ານັ້ນ​ແທ້. ດ້ວຍວ່າ, ສຳນຽງ​ຄຳເວົ້າ​ຂອງ​ເຈົ້າ​ກໍ​ສໍ່​ໃຫ້​ຮູ້​ແລ້ວ.”


ພຣະເຢຊູເຈົ້າ​ຊົງ​ໃຊ້​ເປໂຕ​ກັບ​ໂຢຮັນ​ໄປ ແລະ​ໃຫ້​ຄຳແນະນຳ​ວ່າ, “ຈົ່ງ​ໄປ​ຈັດແຈ່ງ​ອາຫານ​ປັດສະຄາ​ສຳລັບ​ພວກເຮົາ​ໃຫ້​ຮຽບຮ້ອຍ.”


ເມື່ອ​ພຣະເຢຊູເຈົ້າ​ຫລຽວ​ເຫັນ​ຜູ້​ເປັນ​ແມ່ ພ້ອມ​ທັງ​ສາວົກ​ຜູ້​ທີ່​ພຣະອົງ​ຮັກ​ຢືນ​ຢູ່​ທີ່​ນັ້ນ, ພຣະອົງ​ຈຶ່ງ​ເວົ້າ​ຕໍ່​ແມ່​ຂອງ​ພຣະອົງ​ວ່າ, “ນາງ​ເອີຍ ນີ້ແຫລະ ຄື​ລູກຊາຍ​ຂອງ​ເຈົ້າ.”


ພວກ​ເຈົ້າໜ້າທີ່​ຢິວ​ປະຫລາດ​ໃຈ​ຢ່າງ​ໃຫຍ່​ຈຶ່ງ​ເວົ້າ​ກັນ​ວ່າ, “ເຫດໃດ​ຄົນ​ນີ້​ຈຶ່ງ​ຮູ້​ກົດບັນຍັດ​ຫລາຍ​ແທ້ ທັງໆ​ທີ່​ລາວ​ບໍ່ເຄີຍ​ໄດ້​ຮໍ່າຮຽນ​ຈັກເທື່ອ?”


ປະຊາຊົນ​ກຸ່ມ​ນີ້​ບໍ່​ຮູ້​ກົດບັນຍັດ​ຂອງ​ໂມເຊ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຢູ່​ໃຕ້​ການ​ສາບແຊ່ງ.”


ແຕ່​ພວກເຂົາ​ບໍ່​ອາດ​ປະຕິເສດ​ໄດ້ ເພາະ​ໄດ້​ເຫັນ​ຊາຍ​ທີ່​ຖືກ​ຊົງ​ໂຜດ​ໃຫ້​ຫາຍ​ດີ​ນັ້ນ ຢືນ​ຢູ່​ກັບ​ເປໂຕ ແລະ ໂຢຮັນ.


ແຕ່​ເປໂຕ​ກັບ​ໂຢຮັນ​ຕອບ​ພວກເຂົາ​ວ່າ, “ພວກທ່ານ​ຈົ່ງ​ພິຈາລະນາ​ເອົາ​ເອງ​ວ່າ ທີ່​ຈະ​ຟັງຄວາມ​ຂອງ​ພວກທ່ານ ຫລື​ຈະ​ຟັງຄວາມ​ຂອງ​ພຣະເຈົ້າ ອັນ​ໃດ​ເປັນ​ສິ່ງ​ທີ່​ຖືກຕ້ອງ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າ.


ຂ້າແດ່​ພຣະອົງເຈົ້າ ບັດນີ້​ຂໍໂຜດ​ຫລຽວ​ເບິ່ງ​ການ​ຂົ່ມຂູ່​ຂອງ​ພວກເຂົາ ແລະ​ຂໍໂຜດ​ໃຫ້​ພວກ​ຂ້ານ້ອຍ ທີ່​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ກ່າວ​ພຣະທຳ​ຂອງ​ພຣະອົງ​ດ້ວຍ​ໃຈ​ກ້າຫານ​ຂຶ້ນ​ແດ່ທ້ອນ.


ເມື່ອ​ພາວັນນາ​ອະທິຖານ​ຈົບ​ແລ້ວ ບ່ອນ​ທີ່​ພວກເຂົາ​ປະຊຸມ​ກັນ​ນັ້ນ​ກໍ​ສະທ້ານ​ຫວັ່ນໄຫວ ທຸກຄົນ​ຕ່າງ​ກໍ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ຈຶ່ງ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ​ດ້ວຍ​ໃຈ​ກ້າຫານ.


ຕໍ່ມາ ບາຣະນາບາ​ກໍ​ຊ່ວຍ​ໂຊໂລ​ໃຫ້​ໄດ້​ເຂົ້າ​ຮ່ວມ​ນຳ​ພວກ​ອັກຄະສາວົກ ເພິ່ນ​ໄດ້​ອະທິບາຍ​ສູ່​ພວກ​ອັກຄະສາວົກ​ຟັງ​ວ່າ ໂຊໂລ​ໄດ້​ເຫັນ​ອົງພຣະ​ຜູ້​ເປັນເຈົ້າ ໃນ​ກາງ​ທາງ​ຢ່າງ​ໃດ ແລະ​ພຣະອົງ​ໄດ້​ກ່າວ​ແກ່​ໂຊໂລ​ຢ່າງ​ໃດ ໂຊໂລ​ໄດ້​ເທດສະໜາ​ປະກາດ​ອອກ​ພຣະນາມ​ພຣະເຢຊູເຈົ້າ ດ້ວຍ​ໃຈ​ກ້າຫານ​ຢູ່​ໃນ​ເມືອງ​ດາມັສກັດ​ຢ່າງ​ໃດ​ດ້ວຍ.


ດັ່ງນັ້ນ ໂຊໂລ​ຈຶ່ງ​ຢູ່​ກັບ​ພວກ​ອັກຄະສາວົກ ແລະ​ທຽວ​ໄປໆ​ມາໆ​ທົ່ວ​ນະຄອນ​ເຢຣູຊາເລັມ ເທດສະໜາ​ປະກາດ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ດ້ວຍ​ໃຈ​ກ້າຫານ.


ແຕ່​ພຣະເຈົ້າ​ໄດ້​ຊົງ​ເລືອກ​ເອົາ​ສິ່ງ​ທີ່​ມະນຸດ​ຖື​ວ່າ​ໂງ່ ເພື່ອ​ໃຫ້​ຄົນ​ສະຫລາດ​ຖືກ​ອັບອາຍ ແລະ​ພຣະອົງ​ໄດ້​ຊົງ​ເລືອກ​ເອົາ​ສິ່ງ​ທີ່​ມະນຸດ​ຖື​ວ່າ​ອ່ອນ​ກຳລັງ ເພື່ອ​ໃຫ້​ຄົນ​ທີ່​ມີ​ກຳລັງ​ຖືກ​ອັບອາຍ.


ຄວາມ​ລັບ​ທີ່​ເຊື່ອງໄວ້​ໃນ​ໃຈ​ຂອງ​ພວກເຂົາ​ຈະ​ປາກົດ​ແຈ້ງ ພວກເຂົາ​ກໍ​ຈະ​ໝູບ​ໜ້າ​ລົງ​ຂາບໄຫວ້​ນະມັດສະການ​ພຣະເຈົ້າ ໂດຍ​ຍອມ​ຮັບ​ວ່າ, “ພຣະເຈົ້າ​ຊົງ​ສະຖິດ​ຢູ່​ທ່າມກາງ​ພວກເຈົ້າ​ແທ້.”


ເຫດສະນັ້ນ ໃນ​ເມື່ອ​ພວກເຮົາ​ມີ​ຄວາມຫວັງ​ຢ່າງ​ນີ້ ພວກເຮົາ​ກໍ​ມີ​ໃຈ​ກ້າ​ຫລາຍ​ຂຶ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka