Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 4:12 - ພຣະຄຳພີສັກສິ

12 ໃນ​ຜູ້​ອື່ນ​ຄວາມ​ລອດພົ້ນ​ບໍ່ມີ ດ້ວຍວ່າ, ບໍ່ມີ​ນາມຊື່​ອື່ນ​ໃດ​ທົ່ວ​ໃຕ້​ຟ້າ ທີ່​ຊົງ​ປະທານ​ແກ່​ມະນຸດ ເພື່ອ​ໃຫ້​ເຮົາ​ທັງຫລາຍ​ຕ້ອງ​ໄດ້​ພົ້ນ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ໃນ​ຜູ້​ອື່ນ​ຄວາມ​ລອດພົ້ນ​ບໍ່​ມີ, ເພາະ​ບໍ່​ມີ​ນາມ​ຊື່​ອື່ນ​ໃດ​ທົ່ວ​ໃຕ້​ຟ້າ​ສະຫວັນ​ທີ່​ຈະ​ມອບ​ໃຫ້​ແກ່​ມະນຸດ ເພື່ອ​ເຮັດ​ໃຫ້​ພວກເຮົາ​ທັງຫລາຍ​ຕ້ອງ​ໄດ້​ພົ້ນ”.

Uka jalj uñjjattʼäta Copia luraña




ກິດຈະການ 4:12
19 Jak'a apnaqawi uñst'ayäwi  

ລະດັບ​ນໍ້າ​ໄດ້​ສູງ​ຂຶ້ນ​ເລື້ອຍໆ ຈົນ​ຖ້ວມ​ພູຜາ​ໜ່ວຍ​ສູງສຸດ.


ຜູ້ໃດ​ແດ່​ໂຈມຕີ​ມັນ​ໄດ້ ແລະ​ຍັງ​ຢູ່​ຢ່າງ​ປອດໄພ? ບໍ່ມີ​ຜູ້ໃດ​ໃນ​ທົ່ວໂລກ​ນີ້ ທີ່​ສາມາດ​ເຮັດ​ໄດ້.


ບົດເພງນີ້​ຈະ​ເຮັດ​ໃຫ້​ຊື່ສຽງ​ທ່ານ​ຍືນຍົງ​ຕໍ່ໄປ ທຸກຄົນ​ຈະ​ຍົກຍໍ​ຊົມເຊີຍ​ທ່ານ​ເທົ່າກາລະນານ​ພຸ້ນ.


ນາງ​ຈະ​ເກີດ​ລູກຊາຍ​ຜູ້​ໜຶ່ງ ແລະ​ເຈົ້າ​ຈົ່ງ​ໃສ່​ຊື່​ໃຫ້​ເດັກ​ນີ້​ວ່າ ເຢຊູ​ ເພາະ​ເພິ່ນ​ຈະ​ໂຜດ​ຊ່ວຍ​ປະຊາຊົນ​ຂອງ​ຕົນ ໃຫ້​ລອດ​ພົ້ນ​ຈາກ​ບາບກຳ​ຂອງ​ພວກເຂົາ.”


ຈົ່ງ​ປະກາດ​ນາມຊື່​ຂອງ​ພຣະອົງ ແກ່​ຄົນ​ທຸກ​ຊົນຊາດ ໂດຍ​ເລີ່ມ​ຈາກ​ນະຄອນ​ເຢຣູຊາເລັມ​ໄປ ໃຫ້​ເຂົາ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ແລະ​ຮັບ​ເອົາ​ການອະໄພ​ບາບກຳ.


ພຣະເຢຊູເຈົ້າ​ຕອບ​ເພິ່ນ​ວ່າ, “ເຮົາ​ນີ້​ແຫຼະ ເປັນ​ທາງ​ນັ້ນ ເປັນ​ຄວາມຈິງ ແລະ​ເປັນ​ຊີວິດ ບໍ່ມີ​ຜູ້ໃດ​ມາ​ເຖິງ​ພຣະບິດາເຈົ້າ​ໄດ້ ນອກຈາກ​ມາ​ທາງ​ເຮົາ.


ຜູ້​ທີ່​ວາງໃຈເຊື່ອ​ໃນ​ພຣະບຸດ ກໍໄດ້​ຊີວິດ​ນິຣັນດອນ ຜູ້​ທີ່​ບໍ່​ເຊື່ອ​ໃນ​ພຣະບຸດ ກໍ​ຈະ​ບໍ່​ເຫັນ​ຊີວິດ ແຕ່​ການ​ລົງໂທດ​ຂອງ​ພຣະເຈົ້າ​ຈະ​ປົກຄຸມ​ຢູ່​ເທິງ​ຜູ້ນັ້ນ.


ພີ່ນ້ອງ​ທັງຫລາຍ​ຜູ້​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ແລະ​ທ່ານ​ທັງຫລາຍ​ທີ່​ຢຳເກງ​ພຣະເຈົ້າ​ເອີຍ, ຂ່າວ​ແຫ່ງ​ຄວາມ​ພົ້ນ​ນີ້​ໄດ້​ຖືກ​ສົ່ງ​ມາ ແມ່ນ​ສຳລັບ​ພວກເຮົາ​ນີ້​ເອງ.


ຂະນະ​ນັ້ນ ນະຄອນ​ເຢຣູຊາເລັມ​ມີ​ຊາວ​ຢິວ ຈາກ​ທຸກໆ​ປະເທດ​ໃນ​ໂລກ​ມາ​ພັກ​ອາໄສ​ຢູ່ ແລະ​ຊາວ​ຢິວ​ເຫຼົ່ານີ້​ເປັນ​ຄົນ​ຢຳເກງ​ພຣະເຈົ້າ.


ດ້ວຍວ່າ, ຜູ້ໃດ​ຈະ​ວາງ​ຮາກ​ອື່ນ​ອີກ​ບໍ່ໄດ້ ນອກຈາກ​ຮາກ​ທີ່​ວາງ​ໄວ້​ແລ້ວ​ນັ້ນ ຄື​ພຣະເຢຊູ​ຄຣິດເຈົ້າ.


ແຕ່​ພວກເຈົ້າ​ຕ້ອງ​ຕັ້ງໝັ້ນ​ຢູ່​ໃນ​ຄວາມເຊື່ອ ເທິງ​ຮາກຖານ​ອັນ​ໝັ້ນຄົງ​ແລະ​ຖາວອນ ຢ່າ​ໄດ້​ໜີ​ຈາກ​ຄວາມຫວັງ​ທີ່​ພວກເຈົ້າ​ມີ ເມື່ອ​ໄດ້ຍິນ​ຂ່າວປະເສີດ​ແລ້ວ​ນັ້ນ ແມ່ນ​ຂ່າວປະເສີດ​ນັ້ນ​ແຫຼະ ທີ່​ໄດ້​ແຜ່​ຂະຫຍາຍ​ໄປ​ສູ່​ມວນ​ມະນຸດ​ທົ່ວ​ໃຕ້​ຟ້າ ຊຶ່ງ​ເຮົາ​ຄື​ໂປໂລ ໄດ້​ກາຍເປັນ​ຜູ້ຮັບໃຊ້​ໃນ​ການ​ປະກາດ​ຂ່າວປະເສີດ​ນັ້ນ.


ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ປະຕິເສດ​ບໍ່​ຍອມ​ຟັງ​ພຣະອົງ​ຜູ້​ຊົງ​ກ່າວ​ຢູ່​ນັ້ນ ເພາະ​ຖ້າ​ຄົນ​ທັງຫລາຍ​ທີ່​ປະຕິເສດ ບໍ່​ຍອມ​ຟັງ​ຄຳເຕືອນ​ຂອງ​ພຣະອົງ​ໃນ​ໂລກນີ້ ເຂົາ​ກໍ​ບໍ່ມີ​ທາງ​ພົ້ນ​ໂທດ​ທີ່​ເຂົາ​ປະຕິເສດ​ນັ້ນ ພວກເຮົາ​ຜູ້​ອວ່າຍ​ໜ້າ​ຈາກ​ພຣະອົງ ຜູ້​ຊົງ​ເຕືອນ​ຈາກ​ສະຫວັນ ກໍ​ຈະ​ບໍ່​ພົ້ນ​ໂທດ​ຫລາຍກວ່າ​ເຂົາ​ເຫຼົ່ານັ້ນ​ເສຍ​ອີກ.


ດັ່ງນັ້ນ ຖ້າ​ພວກເຮົາ​ລະເລີຍ​ຕໍ່​ຄວາມ​ພົ້ນ​ອັນ​ໃຫຍ່ຫລວງ​ເຊັ່ນນີ້ ພວກເຮົາ​ຈະ​ຫລົບ​ໜີ​ຈາກ​ການ​ລົງໂທດ​ໄດ້​ຢ່າງ​ໃດ? ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ປະກາດ​ຄວາມ​ພົ້ນ​ນັ້ນ​ໃນ​ເວລາ​ທຳອິດ ແລະ​ພວກ​ທີ່​ໄດ້ຍິນ​ກໍ​ຢືນຢັນ​ແກ່​ພວກເຮົາ​ວ່າ​ເປັນ​ຄວາມຈິງ.


ຖ້າ​ຜູ້ໃດ​ທີ່​ບໍ່ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ທະບຽນ​ແຫ່ງ​ຊີວິດ ຜູ້ນັ້ນ​ກໍ​ຖືກ​ຖິ້ມ​ລົງ​ໃນ​ບຶງໄຟ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka