Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 4:11 - ພຣະຄຳພີສັກສິ

11 ພຣະເຢຊູເຈົ້າ​ອົງ​ນີ້​ແຫຼະ ແມ່ນ​ຜູ້​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຫີນ​ທີ່​ພວກທ່ານ​ຜູ້​ເປັນ​ຊ່າງ​ກໍ່​ໄດ້​ປະຖິ້ມ​ບໍ່​ຍອມ​ໃຊ້​ຖື​ວ່າ​ບໍ່ມີ​ຄຸນຄ່າ​ຫຍັງ ກໍ​ໄດ້​ກາຍເປັນ​ຫີນ​ເສົາ​ເອກ.’

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ພຣະເຢຊູເຈົ້າ​ອົງ​ເປັນ “‘ຫີນ​ທີ່​ພວກທ່ານ​ທັງຫລາຍ​ຜູ້​ເປັນ​ຊ່າງ​ກໍ່​ໄດ້​ຖິ້ມ​ແລ້ວ, ກໍ​ໄດ້​ກາຍເປັນ​ຫີນເສົາເອກ​ແລ້ວ’.

Uka jalj uñjjattʼäta Copia luraña




ກິດຈະການ 4:11
20 Jak'a apnaqawi uñst'ayäwi  

ຄົນຊົ່ວຮ້າຍ​ແລ່ນ​ໜີໄປ​ໂດຍ​ບໍ່ມີ​ໃຜ​ໄລ່​ຕາມ, ແຕ່​ຄົນ​ສັດຊື່​ກ້າຫານ​ດັ່ງ​ສິງ​ໂຕໜຶ່ງ.


ບັດນີ້ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: “ເຮົາ​ກຳລັງ​ວາງ​ຮາກຖານ​ໃນ​ພູເຂົາ​ຊີໂອນ​ຢ່າງ​ໝັ້ນຄົງ​ແລະ​ແຂງແຮງ. ໃນ​ທີ່ນັ້ນ ເຮົາ​ກຳລັງ​ວາງ​ຫີນ​ເສົາ​ເອກ ຊຶ່ງ​ມີ​ຂຽນ​ຖ້ອຍຄຳ​ໃສ່​ເທິງ​ວ່າ ‘ຄວາມເຊື່ອ​ທີ່​ໝັ້ນຄົງ​ກໍ​ອົດທົນ​ດົນນານ.’


ເຮົາ​ກຳລັງ​ວາງ​ຫີນ​ກ້ອນ​ໜຶ່ງ ທີ່​ມີ​ເຈັດ​ຫລ່ຽມ​ຢູ່​ຕໍ່ໜ້າ​ເຢຊູອາ. ເຮົາ​ຈະ​ສະຫລັກ​ຕົວໜັງສື​ໄວ້​ເທິງ​ນັ້ນ ແລະ​ເຮົາ​ຈະ​ຍົກ​ເອົາ​ບາບ​ຂອງ​ດິນແດນ​ນີ້​ໄປ​ໃນ​ວັນ​ດຽວ​ເທົ່ານັ້ນ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ພຣະອົງ​ຕອບ​ພວກເພິ່ນ​ວ່າ, “ຈິງ​ຢູ່ ເອລີຢາ​ຕ້ອງ​ມາ​ກ່ອນ ເພື່ອ​ຈັດແຈງ​ທຸກສິ່ງ​ຄືນ​ສູ່​ສະພາບ​ເດີມ ແລະ​ເປັນ​ດ້ວຍເຫດໃດ​ພຣະທຳ​ພຣະເຈົ້າ ຂຽນ​ໄວ້​ວ່າ ບຸດ​ມະນຸດ​ຈະ​ຖືກ​ທົນທຸກ​ທໍລະມານ​ຢ່າງ​ໜັກໜ່ວງ​ຫລາຍ​ປະການ ແລະ​ເພິ່ນ​ຈະ​ຖືກ​ປະຖິ້ມ ແລະ​ຖືກ​ໝິ່ນປະໝາດ?


ມີ​ຜູ້ທຳນວາຍ​ຄົນ​ໃດ​ແດ່ ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ບໍ່ໄດ້​ຂົ່ມເຫັງ? ພວກເຂົາ​ໄດ້​ຂ້າ​ບັນດາ​ຄົນ​ທີ່​ນຳ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ມາ​ໃຫ້ ຄື​ຄົນ​ທີ່​ໄດ້​ປະກາດ​ລ່ວງໜ້າ​ວ່າ ພຣະ​ຜູ້ຮັບໃຊ້​ອົງ​ຊອບທຳ​ຈະ​ມາ, ບັດນີ້ ເຈົ້າ​ທັງຫລາຍ​ໄດ້​ເປັນ​ຜູ້​ມອບ​ພຣະອົງ​ໄວ້ ແລະ​ສັງຫານ​ພຣະອົງ​ເສຍ.


ເຫດສະນັ້ນ ໃນ​ເມື່ອ​ພວກເຮົາ​ມີ​ຄວາມຫວັງ​ຢ່າງ​ນີ້ ພວກເຮົາ​ກໍ​ມີ​ໃຈ​ກ້າ​ຫລາຍ​ຂຶ້ນ.


ເພາະ​ດ້ວຍ​ພຣະ​ກະລຸນາ​ຂອງ​ພຣະເຈົ້າ ພວກເຮົາ​ຈຶ່ງ​ໄດ້​ຮັບໃຊ້​ພັນທະກິດ ດັ່ງນັ້ນ ພວກເຮົາ​ຈຶ່ງ​ບໍ່​ທໍ້ຖອຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka