9 ປະຊາຊົນທັງຫລາຍ ຊຶ່ງຢູ່ໃນທີ່ນັ້ນໄດ້ເຫັນລາວຍ່າງໄປມາ ແລະສັນລະເສີນພຣະເຈົ້າ
9 ເມື່ອປະຊາຊົນທຸກຄົນໄດ້ເຫັນລາວຍ່າງໄປ ແລະ ສັນລະເສີນພຣະເຈົ້າ
ຄຳຕອບຂອງພຣະອົງ ເຮັດໃຫ້ພວກທີ່ຕໍ່ສູ້ພຣະອົງອັບອາຍຂາຍໜ້າຫລາຍ ສ່ວນປະຊາຊົນຕ່າງກໍຊົມຊື່ນຍິນດີ ເພາະສິ່ງອັດສະຈັນທັງຫລາຍທີ່ພຣະອົງໄດ້ກະທຳ.
ເມື່ອປະຊາຊົນໄດ້ເຫັນການທີ່ໂປໂລເຮັດນັ້ນ ຕ່າງກໍຮ້ອງຂຶ້ນເປັນພາສາກີລີເກຍວ່າ, “ພວກພະແປງກາຍເປັນມະນຸດ ລົງມາຫາພວກເຮົາແລ້ວ.”
ວ່າ, “ພວກເຮົາຈະຕ້ອງເຮັດຢ່າງໃດກັບຄົນທັງສອງນີ້? ເພາະທຸກຄົນໃນນະຄອນເຢຣູຊາເລັມ ຕ່າງກໍຮູ້ວ່າແມ່ນພວກເຂົາທີ່ໄດ້ເຮັດການອັດສະຈັນອັນຍິ່ງໃຫຍ່ນີ້ ແລະພວກເຮົາກໍປະຕິເສດການນີ້ບໍ່ໄດ້.
ເມື່ອຂູ່ເຂັນທ່ານທັງສອງຢ່າງແຂງແຮງຕື່ມອີກແລ້ວກໍປ່ອຍໄປ ເພາະເຫັນວ່າບໍ່ມີເລື່ອງອັນໃດທີ່ຈະໃສ່ໂທດພວກເພິ່ນໄດ້ ເພາະປະຊາຊົນທັງໝົດພາກັນສັນລະເສີນພຣະເຈົ້າ ຍ້ອນເຫດການທີ່ໄດ້ເກີດຂຶ້ນນັ້ນ.