Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 3:8 - ພຣະຄຳພີສັກສິ

8 ລາວ​ໂດດ​ຢືນ​ຂຶ້ນ ແລະ​ເລີ່ມຕົ້ນ​ຍ່າງ​ໄປມາ ແລ້ວ​ລາວ​ກໍ​ເຂົ້າ​ໄປ​ໃນ​ພຣະວິຫານ​ພ້ອມ​ກັບ​ທ່ານ​ທັງສອງ ທັງຍ່າງ​ທັງເຕັ້ນ ແລະ​ທັງ​ສັນລະເສີນ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ລາວ​ໄດ້​ໂດດ​ຢືນ​ຂຶ້ນ ແລະ ເລີ່ມ​ຍ່າງ. ຫລັງຈາກນັ້ນ ລາວ​ກໍ​ເຂົ້າໄປ​ໃນ​ເດີ່ນ​ວິຫານ​ກັບ​ເປໂຕ ແລະ ໂຢຮັນ, ຍ່າງ ແລະ ໂດດ​ເຕັ້ນ, ແລ້ວ​ກໍ​ສັນລະເສີນ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ກິດຈະການ 3:8
11 Jak'a apnaqawi uñst'ayäwi  

ຄົນ​ຂາ​ພິການ​ຈະ​ກະໂດດ​ເຕັ້ນ​ຟ້ອນລຳ​ທຳເພງ ຜູ້​ປາກ​ບໍ່​ເປັນ​ກໍ​ຈະ​ຊົມຊື່ນ​ຍິນດີ​ດ້ວຍ​ສຽງ​ໂຮຮ້ອງ. ແມ່ນໍ້າ​ສາຍ​ຕ່າງໆ​ຈະ​ໄຫລຫລັ່ງ​ຜ່ານ​ເຂົ້າ​ໄປ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ບ່ອນ​ທີ່​ມີ​ພື້ນດິນ​ແຫ້ງແລ້ງ;


ໃນ​ທັນໃດນັ້ນ ລາວ​ກໍໄດ້​ເຫັນຮຸ່ງ ແລະ​ຕິດຕາມ​ພຣະເຢຊູເຈົ້າ​ໄປ ທັງ​ສັນລະເສີນ​ຖວາຍ​ກຽດ​ແດ່​ພຣະເຈົ້າ ເມື່ອ​ປະຊາຊົນ​ເຫັນ​ເຫດການ​ນີ້​ແລ້ວ ທຸກຄົນ​ຕ່າງ​ກໍ​ສັນລະເສີນ​ພຣະເຈົ້າ.


ໃນ​ວັນ​ນັ້ນ ພວກເຈົ້າ​ຈົ່ງ​ຊົມຊື່ນ​ຍິນດີ ແລະ​ຈົ່ງ​ຕື່ນ​ເຕັ້ນ​ດ້ວຍ​ຄວາມ​ຍິນດີ ເພາະ​ເບິ່ງແມ! ບຳເໜັດ​ຂອງ​ພວກເຈົ້າ​ມີ​ບໍຣິບູນ​ຢູ່​ໃນ​ສະຫວັນ ເພາະວ່າ​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເຮັດ​ຢ່າງ​ນັ້ນ ແກ່​ຜູ້​ປະກາດ​ພຣະທຳ​ເໝືອນກັນ.”


ພາຍຫລັງມາ ພຣະເຢຊູເຈົ້າ​ໄດ້​ພົບ​ຊາຍ​ຄົນ​ນັ້ນ​ໃນ​ພຣະວິຫານ ແລ້ວ​ພຣະອົງ​ຈຶ່ງ​ບອກ​ລາວ​ວ່າ, “ເຈົ້າ​ດີ​ພະຍາດ​ແລ້ວ ຢ່າ​ສູ່​ເຮັດ​ບາບ​ອີກ​ຕໍ່ໄປ ຢ້ານ​ວ່າ​ຈະ​ມີ​ເຫດຮ້າຍ​ຫລາຍກວ່າ​ນັ້ນ​ເກີດຂຶ້ນ​ກັບ​ເຈົ້າ.”


ດັ່ງນັ້ນ ໂປໂລ​ຈຶ່ງ​ສັ່ງ​ດ້ວຍ​ສຽງດັງ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ຢືນ​ໃຫ້​ຕົວ​ຊື່” ຄົນ​ເປ້ຍ​ນັ້ນ​ຈຶ່ງ​ກະໂດດ​ຂຶ້ນ​ແລ້ວ​ຍ່າງ​ໄປມາ.


ຄົນ​ທີ່​ຜີຊົ່ວຮ້າຍ​ເຂົ້າ​ສິງ​ນັ້ນ​ໄດ້​ໂດດ​ໃສ່​ຄົນ​ເຫຼົ່ານີ້ ຕີຕ່ອຍ​ພວກເຂົາ​ຈົນ​ເປັນ​ບາດ​ຕາມ​ຕົນຕົວ ແລະ​ຈີກ​ເສື້ອຜ້າ​ຂອງ​ພວກເຂົາ ຈົນ​ພວກເຂົາ​ແລ່ນ​ປົບໜີໄປ​ແຕ່​ຕົວເປົ່າ.


ແລ້ວ​ເປໂຕ​ກໍ​ຈັບ​ມື​ຂວາ​ຂອງ​ຊາຍ​ຄົນ​ນັ້ນ​ດຶງ​ຂຶ້ນ ໃນ​ທັນໃດນັ້ນ ຕີນ​ແລະ​ຂໍ່​ຕີນ​ຂອງ​ລາວ​ກໍ​ມີ​ແຮງ​ມາ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka