Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 3:16 - ພຣະຄຳພີສັກສິ

16 ດ້ວຍ​ຄວາມເຊື່ອ​ໃນ​ພຣະນາມ​ຂອງ​ພຣະອົງ ພຣະນາມ​ນັ້ນ ຈຶ່ງ​ເຮັດ​ໃຫ້​ຄົນ​ນີ້​ມີ​ແຮງ​ຂຶ້ນ​ມາ ເຫດການ​ທີ່​ພວກເຈົ້າ​ເຫັນ ແລະ​ຮູ້ຈັກ​ນັ້ນ​ເກີດຂຶ້ນ​ໄດ້​ກໍ​ເພາະ​ດ້ວຍ​ຄວາມເຊື່ອ​ໃນ​ນາມ​ພຣະເຢຊູເຈົ້າ ທີ່​ເຮັດ​ໃຫ້​ຊາຍ​ຄົນ​ນີ້​ຫາຍ​ດີ​ເປັນ​ປົກກະຕິ​ຕໍ່ໜ້າ​ພວກທ່ານ​ທຸກຄົນ ດັ່ງ​ທີ່​ພວກທ່ານ​ໄດ້​ເຫັນ​ຢູ່​ນີ້.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ໂດຍ​ຄວາມເຊື່ອ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ, ຊາຍ​ຜູ້​ນີ້​ທີ່​ພວກທ່ານ​ເຫັນ ແລະ ຮູ້ຈັກ​ຈຶ່ງ​ມີ​ແຮງ​ຂຶ້ນ​ມາ. ໂດຍ​ນາມ​ຂອງ​ພຣະເຢຊູເຈົ້າ ແລະ ຄວາມເຊື່ອ​ທີ່​ມາ​ທາງ​ພຣະອົງ​ເຮັດ​ໃຫ້​ຄົນ​ນີ້​ດີ​ເປັນ​ປົກກະຕິ​ຕາມ​ທີ່​ພວກທ່ານ​ທັງຫລາຍ​ໄດ້​ເຫັນ.

Uka jalj uñjjattʼäta Copia luraña




ກິດຈະການ 3:16
21 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ມາແມ.” ດັ່ງນັ້ນ ເປໂຕ​ຈຶ່ງ​ອອກ​ຈາກ​ເຮືອ​ຍ່າງ​ເທິງ​ໜ້າ​ນໍ້າ​ໄປ​ຫາ​ພຣະເຢຊູເຈົ້າ.


ພຣະເຢຊູເຈົ້າ​ຫັນ​ຫລັງ​ກັບ​ມາ ແລະ​ເຫັນ​ນາງ​ຈຶ່ງ​ກ່າວ​ວ່າ, “ລູກ​ຍິງ​ເອີຍ ຈົ່ງ​ຊື່ນ​ໃຈ​ເທີ້ນ ຄວາມເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ດີ​ແລ້ວ.” ໃນ​ເວລາ​ດຽວກັນ​ນັ້ນ​ເອງ​ນາງ​ກໍດີ​ພະຍາດ.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກ​ທີ່​ເຊື່ອ​ໃນ​ເຮົາ ກໍ​ຈະ​ເຮັດ​ກິດຈະການ​ທີ່​ເຮົາ​ເຮັດ​ຢູ່​ນັ້ນ​ເໝືອນກັນ ແລະ​ພວກເຂົາ​ຈະ​ເຮັດ​ການ​ໃຫຍ່​ກວ່າ​ອີກ ເພາະວ່າ​ຝ່າຍ​ເຮົາ​ໄປ​ເຖິງ​ພຣະບິດາເຈົ້າ.


ຖ້າ​ເດັກຊາຍ​ຄົນ​ໜຶ່ງ​ຮັບ​ພິທີຕັດ​ໃນ​ວັນ​ຊະບາໂຕ ເພື່ອ​ວ່າ ບໍ່​ໃຫ້​ເປັນ​ການ​ລ່ວງ​ລະເມີດ​ກົດບັນຍັດ​ຂອງ​ໂມເຊ ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໂກດຮ້າຍ​ໃຫ້​ເຮົາ ເມື່ອ​ເຮົາ​ຊົງ​ໂຜດ​ຄົນ​ໃຫ້​ຫາຍ​ພະຍາດ​ໃນ​ວັນ​ຊະບາໂຕ?


ລາວ​ນັ່ງ​ຟັງ​ຖ້ອຍຄຳ​ທີ່​ໂປໂລ​ເວົ້າ​ຢູ່, ເມື່ອ​ໂປໂລ​ເພັ່ງຕາ​ເບິ່ງ​ຄົນ​ນີ້ ກໍ​ເຫັນ​ວ່າ ລາວ​ມີ​ຄວາມເຊື່ອ​ພໍ​ຈະ​ດີ​ພະຍາດ​ໄດ້


ນາງ​ໄດ້​ເຮັດ​ຢູ່​ຢ່າງ​ນີ້​ເປັນ​ເວລາ​ຫລາຍ​ວັນ ຈົນ​ໂປໂລ​ລຳຄານ​ໃຈ​ເຕັມທີ ຈຶ່ງ​ຫັນ​ໜ້າ​ໄປ​ສັ່ງ​ຜີຮ້າຍ​ນັ້ນ​ວ່າ, “ໃນ​ນາມ​ພຣະເຢຊູ​ຄຣິດເຈົ້າ ກູ​ສັ່ງ​ມຶງ​ໃຫ້​ອອກ​ຈາກ​ຍິງ​ຜູ້​ນີ້​ເສຍ.” ມັນ​ກໍ​ອອກ​ຈາກ​ນາງ​ທັນທີ​ທັນໃດ.


ຝ່າຍ​ເປໂຕ​ກໍ​ກ່າວ​ແກ່​ລາວ​ວ່າ, “ເງິນ​ແລະ​ຄຳ​ເຮົາ​ບໍ່ມີ ແຕ່​ສິ່ງ​ທີ່​ເຮົາ​ມີ​ຢູ່​ນັ້ນ​ເຮົາ​ຈະ​ໃຫ້​ແກ່​ເຈົ້າ ຄື​ໃນ​ພຣະນາມ​ແຫ່ງ​ພຣະເຢຊູ​ຄຣິດເຈົ້າ​ໄທ​ນາຊາເຣັດ ຈົ່ງ​ຍ່າງ​ໄປ.”


ລາວ​ໂດດ​ຢືນ​ຂຶ້ນ ແລະ​ເລີ່ມຕົ້ນ​ຍ່າງ​ໄປມາ ແລ້ວ​ລາວ​ກໍ​ເຂົ້າ​ໄປ​ໃນ​ພຣະວິຫານ​ພ້ອມ​ກັບ​ທ່ານ​ທັງສອງ ທັງຍ່າງ​ທັງເຕັ້ນ ແລະ​ທັງ​ສັນລະເສີນ​ພຣະເຈົ້າ.


ກໍ​ຂໍ​ໃຫ້​ພວກທ່ານ​ທຸກຄົນ ຄື​ປະຊາຊົນ​ອິດສະຣາເອນ​ທັງໝົດ​ຮູ້​ວ່າ: ທີ່​ຊາຍ​ຄົນ​ນີ້​ຖືກ​ຊົງ​ໂຜດ​ໃຫ້​ຫາຍ​ດີ​ເປັນ​ປົກກະຕິ​ນັ້ນ ກໍ​ໂດຍ​ຣິດເດດ​ແຫ່ງ​ນາມຊື່​ຂອງ​ພຣະເຢຊູ​ຄຣິດເຈົ້າ​ໄທ​ນາຊາເຣັດ ຜູ້​ທີ່​ທ່ານ​ທັງຫລາຍ​ໄດ້​ຄຶງ​ໄວ້​ທີ່​ໄມ້ກາງແຂນ ແລະ​ຜູ້​ທີ່​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ.


ຂໍໂຜດ​ຢຽດ​ພຣະຫັດ​ຂອງ​ພຣະອົງ​ອອກ ເພື່ອ​ເຮັດ​ໃຫ້​ດີ​ພະຍາດ ແລະ​ຂໍໂຜດ​ໃຫ້​ໝາຍສຳຄັນ ແລະ​ການ​ອັດສະຈັນ​ເກີດຂຶ້ນ ໂດຍ​ພຣະນາມ​ຂອງ​ພຣະເຢຊູເຈົ້າ ພຣະ​ຜູ້ຮັບໃຊ້​ອົງ​ບໍຣິສຸດ​ຂອງ​ພຣະອົງ.”


ເມື່ອ​ພວກເຂົາ​ໄດ້​ໃຫ້​ທ່ານ​ທັງສອງ​ຢືນ​ຢູ່​ທ່າມກາງ​ພວກ​ຕົນ​ແລ້ວ ຈຶ່ງ​ໂຈດ​ຖາມ​ວ່າ, “ແມ່ນ​ໂດຍ​ຣິດອຳນາດ ແລະ​ນາມ​ຂອງ​ຜູ້ໃດ​ທີ່​ພວກເຈົ້າ​ທຳ​ການ​ນີ້?”


ຄື​ຄວາມ​ຊອບທຳ​ທີ່​ມາ​ຈາກ​ພຣະເຈົ້າ ຊຶ່ງ​ຊົງ​ປະທານ​ແກ່​ຜູ້​ທີ່​ເຊື່ອ​ທຸກຄົນ ດ້ວຍ​ອາໄສ​ຄວາມເຊື່ອ​ໃນ​ພຣະເຢຊູ​ຄຣິດເຈົ້າ ເພາະວ່າ ຄົນ​ທັງຫລາຍ​ສະເໝີ​ກັນ​ທຸກຄົນ.


ເຖິງ​ແມ່ນ​ເຮົາ​ຈະ​ປະກາດ​ພຣະທຳ​ໄດ້​ ແລະ​ເຂົ້າໃຈ​ໃນ​ຂໍ້​ລັບເລິກ​ທັງປວງ ແລະ​ມີ​ຄວາມຮູ້​ທັງ​ສິ້ນ ແລະ​ມີ​ຄວາມເຊື່ອ​ຢ່າງ​ຄົບຖ້ວນ ພໍ​ຈະ​ບອກ​ໃຫ້​ພູ​ເຄື່ອນທີ່​ໄປ​ໄດ້, ແຕ່​ບໍ່ມີ​ຄວາມຮັກ ເຮົາ​ກໍ​ບໍ່ມີ​ຄ່າ​ອັນ​ໃດ.


ພຣະອົງ​ເປັນ​ທີ່​ເພິ່ງ ອັນ​ເຂັ້ມແຂງ​ຂອງ​ເຈົ້າ​ຕະຫລອດ​ມາ ສົມບູນ​ແລະ​ທ່ຽງທຳ ໃນ​ວິຖີ​ທາງ​ຂອງ​ພຣະອົງ; ພຣະເຈົ້າ​ຂອງ​ພວກເຈົ້າ ສັດຊື່​ແລະ​ທ່ຽງທຳ ພຣະອົງ​ໄດ້​ກະທຳ ແຕ່​ສິ່ງ​ທີ່​ດີ​ແລະ​ຖືກຕ້ອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka