ກິດຈະການ 3:13 - ພຣະຄຳພີສັກສິ13 ພຣະເຈົ້າອົງທີ່ອັບຣາຮາມ, ອີຊາກ ແລະ ຢາໂຄບ ຄືອົງທີ່ບັນພະບຸລຸດຂອງພວກເຮົານະມັດສະການ ໄດ້ໃຫ້ພຣະເຢຊູເຈົ້າ ພຣະຜູ້ຮັບໃຊ້ຂອງພຣະອົງໄດ້ຮັບສະຫງ່າຣາສີ ຜູ້ທີ່ພວກທ່ານໄດ້ມອບໃຫ້ແກ່ບັນດາເຈົ້າໜ້າທີ່ ແລະປະຕິເສດພຣະອົງຕໍ່ໜ້າປີລາດ ເຖິງແມ່ນວ່າປີລາດຕັ້ງໃຈໄວ້ແລ້ວ ທີ່ຈະປ່ອຍພຣະອົງກໍຕາມ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່13 ພຣະເຈົ້າຂອງອັບຣາຮາມ, ອີຊາກ ແລະ ຢາໂຄບ, ພຣະເຈົ້າຂອງບັນພະບຸລຸດຂອງພວກເຮົາມອບສະຫງ່າລາສີໃຫ້ແກ່ພຣະເຢຊູເຈົ້າຜູ້ຮັບໃຊ້ຂອງພຣະອົງ ເຊິ່ງທ່ານທັງຫລາຍໄດ້ມອບພຣະອົງໃຫ້ໄປຖືກຂ້າ ແລະ ໄດ້ປະຕິເສດພຣະອົງຕໍ່ໜ້າປີລາດ, ເຖິງແມ່ນວ່າປີລາດຕັ້ງໃຈໄວ້ແລ້ວຈະປ່ອຍພຣະອົງໄປ. Uka jalj uñjjattʼäta |
ພຣະເຈົ້າໄດ້ກ່າວຕໍ່ໂມເຊອີກວ່າ, “ໃຫ້ບອກຊາວອິດສະຣາເອນວ່າ, ‘ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າ ພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ ແລະພຣະເຈົ້າຂອງຢາໂຄບ ໃຊ້ຂ້ອຍມາຫາພວກເຈົ້າ.’ ອັນນີ້ ແມ່ນຊື່ຂອງເຮົາ ແລະຊື່ນີ້ຈະບໍ່ມີການປ່ຽນແປງຈັກເທື່ອ ທຸກຊົ່ວອາຍຸຄົນຈະເອີ້ນຊື່ນີ້ຕະຫລອດໄປ.