ກິດຈະການ 3:12 - ພຣະຄຳພີສັກສິ12 ເມື່ອເປໂຕເຫັນດັ່ງນັ້ນ ຈຶ່ງກ່າວແກ່ປະຊາຊົນວ່າ, “ຊາວອິດສະຣາເອນເອີຍ ເປັນຫຍັງພວກທ່ານຈຶ່ງຈ້ອງຕາເບິ່ງພວກເຮົາຢ່າງປະຫລາດໃຈໃນເລື່ອງນີ້? ພວກທ່ານຄິດວ່າຊາຍຄົນນີ້ ຍ່າງໄດ້ດ້ວຍຣິດອຳນາດຂອງພວກເຮົາຫລື ເພາະວ່າພວກເຮົາເປັນຄົນນັບຖືພຣະເຈົ້າຢ່າງຖືກຕ້ອງຊັ້ນບໍ? Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່12 ເມື່ອເປໂຕເຫັນຢ່າງນີ້, ເພິ່ນຈຶ່ງກ່າວຕໍ່ພວກເຂົາວ່າ: “ພີ່ນ້ອງຊາວອິດສະຣາເອນ, ເປັນຫຍັງເລື່ອງນີ້ຈຶ່ງເຮັດໃຫ້ພວກທ່ານປະຫລາດໃຈ? ເປັນຫຍັງຈຶ່ງຈ້ອງຕາເບິ່ງຄືກັບວ່າພວກເຮົາເຮັດໃຫ້ຄົນນີ້ຍ່າງໄດ້ດ້ວຍລິດອຳນາດ ຫລື ຄວາມຊອບທຳຂອງພວກເຮົາເອງ? Uka jalj uñjjattʼäta |
“ຊາວອິດສະຣາເອນທັງຫລາຍເອີຍ, ຈົ່ງຟັງຖ້ອຍຄຳເຫຼົ່ານີ້ ພຣະເຢຊູເຈົ້າໄທນາຊາເຣັດ ເປັນຜູ້ທີ່ພຣະເຈົ້າໄດ້ຊົງສຳແດງໃຫ້ພວກທ່ານຮູ້ເຫັນຢ່າງຈະແຈ້ງແລ້ວ ດ້ວຍການອັດສະຈັນ, ດ້ວຍການອິດທິຣິດ ແລະດ້ວຍໝາຍສຳຄັນຕ່າງໆ ຊຶ່ງພຣະເຈົ້າໄດ້ກະທຳດ້ວຍພຣະອົງ, ພວກທ່ານກໍຮູ້ເລື່ອງນີ້ຢູ່ແລ້ວ. ດ້ວຍວ່າ, ເຫດການໄດ້ເກີດຂຶ້ນຢູ່ໃນທ່າມກາງພວກທ່ານ.