Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 3:10 - ພຣະຄຳພີສັກສິ

10 ຈຶ່ງ​ຈື່​ໄດ້​ວ່າ ລາວ​ເປັນ​ຄົນເປ້ຍ​ທີ່​ເຄີຍ​ນັ່ງ​ຂໍທານ​ທີ່​ປະຕູ​ງາມ ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ອັດສະຈັນ​ໃຈ ໃນ​ເຫດການ​ທີ່​ເກີດຂຶ້ນ​ກັບ​ຄົນ​ນີ້.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ພວກເຂົາ​ຈຶ່ງ​ຈື່​ໄດ້​ວ່າ​ລາວ​ເປັນ​ຄົນ​ດຽວ​ກັນ​ກັບ​ຜູ້​ທີ່​ເຄີຍ​ນັ່ງ​ຂໍທານ​ຢູ່​ທີ່​ປະຕູ​ງາມ​ຂອງ​ວິຫານ, ແລ້ວ​ພວກເຂົາ​ຈຶ່ງ​ປະຫລາດໃຈ ແລະ ອັດສະຈັນໃຈ​ໃນ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ຊາຍ​ຄົນ​ນີ້.

Uka jalj uñjjattʼäta Copia luraña




ກິດຈະການ 3:10
12 Jak'a apnaqawi uñst'ayäwi  

ປະຊາຊົນ​ໃນ​ເມືອງ​ນີ້​ຈື່​ພຣະອົງ​ໄດ້ ແລ້ວ​ກໍ​ໃຊ້​ຄົນ​ໄປ​ບອກ​ຂ່າວ​ການ​ມາ​ຂອງ​ພຣະອົງ ໄປ​ທົ່ວ​ທຸກ​ຂົງເຂດ​ນັ້ນ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ນຳ​ຜູ້​ທີ່​ເຈັບປ່ວຍ​ທຸກຄົນ​ມາ​ຫາ​ພຣະອົງ.


ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ເວົ້າ​ກັນ​ວ່າ, “ຄຳ​ເວົ້າ​ນີ້​ເປັນ​ຢ່າງ​ໃດ​ໜໍ ເພາະວ່າ​ເພິ່ນ​ໄດ້​ສັ່ງ​ຜີຊົ່ວຮ້າຍ​ເຫຼົ່ານີ້​ດ້ວຍ​ອຳນາດ​ແລະ​ຣິດເດດ ແລ້ວ​ພວກ​ມັນ​ກໍ​ອອກ​ໜີໄປ.”


ປະຊາຊົນ​ທັງໝົດ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ​ຫລາຍ ໃນ​ຣິດເດດ​ອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ. ຂະນະທີ່​ປະຊາຊົນ​ຍັງ​ປະຫລາດ​ໃຈ​ນຳ​ທຸກສິ່ງ ທີ່​ພຣະເຢຊູເຈົ້າ​ໄດ້​ກະທຳ​ນັ້ນ ພຣະອົງ​ກໍ​ກ່າວ​ແກ່​ພວກ​ສາວົກ​ຂອງ​ພຣະອົງ​ວ່າ,


ດ້ວຍວ່າ, ພຣະບິດາ​ຮັກ​ພຣະບຸດ ແລະ​ສຳແດງ​ໃຫ້​ພຣະບຸດ​ເຫັນ​ທຸກສິ່ງ ທີ່​ພຣະອົງ​ເອງ​ກະທຳ​ຢູ່ ພຣະອົງ​ຈະ​ສຳແດງ​ໃຫ້​ພຣະບຸດ​ເຮັດ​ສິ່ງ​ຍິ່ງໃຫຍ່​ກວ່າ​ນັ້ນ​ອີກ ຊຶ່ງ​ພວກເຈົ້າ​ຈະ​ອັດສະຈັນ​ໃຈ​ໃນ​ສິ່ງ​ເຫຼົ່ານັ້ນ.


ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ບໍ່ແມ່ນ​ຍ້ອນ​ການບາບ​ຂອງ​ລາວ ຫລື​ບາບກຳ​ຂອງ​ພໍ່ແມ່​ລາວ ລາວ​ຕາບອດ​ເພື່ອ​ໃຫ້​ພາລະກິດ​ຂອງ​ພຣະເຈົ້າ​ສຳແດງ​ໃນ​ຕົວ​ລາວ.


ພວກ​ຄົນ​ໃກ້ຄຽງ ແລະ​ຄົນ​ທີ່​ເຄີຍ​ເຫັນ​ລາວ​ຂໍທານ​ມາ​ແຕ່​ກ່ອນ ໄດ້​ຖາມ​ກັນ​ວ່າ, “ຄົນ​ນີ້​ບໍ່ແມ່ນ​ຄົນ​ທີ່​ເຄີຍ​ນັ່ງ​ຂໍທານ​ນັ້ນ​ບໍ?”


ເມື່ອ​ຕ່າງ​ຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ສັບສົນ​ຢູ່​ນັ້ນ ພວກເຂົາ​ຈຶ່ງ​ສືບຕໍ່​ຖາມ​ກັນແລະກັນ​ວ່າ, “ເຫດການ​ເຊັ່ນນີ້​ໝາຍຄວາມວ່າ​ຢ່າງ​ໃດ​ໜໍ?”


ດ້ວຍ​ຄວາມ​ງຶດ​ປະຫລາດ​ໃຈ ພວກເຂົາ​ຈຶ່ງ​ເວົ້າ​ກັນ​ວ່າ, “ຄົນ​ທີ່​ເວົ້າ​ກັນ​ຢູ່​ນີ້ ເປັນ​ຊາວ​ຄາລີເລ​ທັງໝົດ​ບໍ່ແມ່ນ​ບໍ?


ທາງ​ເຂົ້າ​ພຣະວິຫານ​ມີ​ຊື່​ວ່າ​ປະຕູ​ງາມ ມີ​ຊາຍ​ຜູ້ໜຶ່ງ​ເປັນ​ຄົນເປ້ຍ​ມາ​ແຕ່​ເກີດ, ແຕ່ລະ​ວັນ ລາວ​ໄດ້​ຖືກ​ຫາມ​ມາ​ວາງ​ໄວ້​ທີ່​ນັ້ນ ເພື່ອ​ຂໍທານ​ນຳ​ຄົນ​ທີ່​ເຂົ້າ​ໄປ​ໃນ​ພຣະວິຫານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka