Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 3:1 - ພຣະຄຳພີສັກສິ

1 ວັນ​ໜຶ່ງ ເປໂຕ​ກັບ​ໂຢຮັນ​ໄດ້​ຂື້ນໄປ​ທີ່​ພຣະວິຫານ​ໃນ​ຕອນ​ບ່າຍ​ສາມ​ໂມງ ເພາະ​ເປັນ​ເວລາ​ພາວັນນາ​ອະທິຖານ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ມື້​ໜຶ່ງ ຂະນະ​ທີ່​ເປໂຕ​ກັບ​ໂຢຮັນ​ກຳລັງ​ຂຶ້ນ​ໄປ​ທີ່​ວິຫານ​ໃນ​ເວລາ​ອະທິຖານ ຄື​ຕອນ​ບ່າຍ​ສາມ​ໂມງ.

Uka jalj uñjjattʼäta Copia luraña




ກິດຈະການ 3:1
27 Jak'a apnaqawi uñst'ayäwi  

ພໍ​ເຖິງ​ຍາມ​ຖວາຍບູຊາ​ຕອນແລງ ຜູ້ທຳນວາຍ​ເອລີຢາ​ກໍ​ຍ່າງ​ເຂົ້າ​ໄປ​ໃກ້​ແທ່ນບູຊາ ແລະ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ; ບັດນີ້ ຂໍ​ພຣະອົງ​ພິສູດ​ໃຫ້​ເຫັນ​ວ່າ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ແລະ​ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ຂ້ານ້ອຍ​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້​ທັງໝົດ​ຕາມ​ຄຳສັ່ງ​ຂອງ​ພຣະອົງ.


ຂ້ອຍ​ຄາງ​ຈົ່ມທຸກ​ທັງເຊົ້າ​ທັງທ່ຽງ​ແລະ​ໃນ​ເວລາ​ກາງຄືນ ແລະ​ສຽງ​ຮ້ອງທຸກ​ກໍ​ຂຶ້ນ​ໄປ​ເຖິງ​ພຣະອົງ​ແລ້ວ.


ຈົ່ງ​ນຳ​ລູກແກະ​ໂຕໜຶ່ງ​ມາ​ຖວາຍ​ໃນ​ຕອນເຊົ້າ ແລະ​ນຳ​ອີກ​ໂຕໜຶ່ງ​ມາ​ຖວາຍ​ໃນ​ຕອນແລງ.


ເມື່ອ​ດານີເອນ​ຮູ້ວ່າ​ໜັງສື​ຄຳສັ່ງ​ໄດ້​ເຊັນ​ລົງ​ໄປ​ແລ້ວ ເພິ່ນ​ກໍ​ກັບຄືນ​ເມືອ​ເຮືອນ​ຂອງຕົນ. ໃນ​ຫ້ອງ​ຊັ້ນ​ເທິງ​ຂອງ​ເຮືອນ​ນັ້ນ ມີ​ປ່ອງຢ້ຽມ​ຢູ່​ສາມ​ປ່ອງ​ປິ່ນໜ້າ​ໃສ່​ນະຄອນ​ເຢຣູຊາເລັມ. ຢູ່​ທີ່​ນັ້ນ​ດັ່ງ​ທີ່​ເຄີຍ​ປະຕິບັດ​ມາ ດານີເອນ​ໄດ້​ຄຸເຂົ່າ​ລົງ​ຕໍ່ໜ້າ​ປ່ອງຢ້ຽມ​ທີ່​ໄຂ​ໄວ້, ພາວັນນາ​ອະທິຖານ ແລະ​ໂມທະນາ​ຂອບ​ພຣະຄຸນ​ຕໍ່​ພຣະເຈົ້າ​ຂອງເພິ່ນ ວັນ​ລະ​ສາມ​ເທື່ອ ດັ່ງ​ທີ່​ເພິ່ນ​ເຄີຍ​ປະຕິບັດ​ມາ​ແຕ່ກ່ອນ.


ເມື່ອ​ຂ້າພະເຈົ້າ​ກຳລັງ​ພາວັນນາ​ອະທິຖານ​ຢູ່​ນັ້ນ ກໍ​ມີ​ເທວະດາ​ຄັບຣີເອນ ຕົນ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ໃນ​ນິມິດ​ເທື່ອ​ທຳອິດ​ນັ້ນ ເຫາະ​ລົງ​ມາ​ສູ່​ບ່ອນ​ຂ້າພະເຈົ້າ​ຢູ່. ພໍດີ​ເປັນ​ເວລາ​ຖວາຍ​ເຄື່ອງ​ບູຊາ​ໃນ​ຕອນຄໍ່າ.


ໃຫ້​ຖວາຍ​ໂຕ​ທີໜຶ່ງ​ໃນ​ຕອນເຊົ້າ ແລະ​ໂຕ​ທີສອງ​ໃນ​ຕອນແລງ


ຫົກ​ວັນ​ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ພາ​ເປໂຕ, ຢາໂກໂບ ແລະ ໂຢຮັນ ຜູ້​ທີ່​ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ​ຂຶ້ນ​ໄປ​ເທິງ​ພູເຂົາ​ຢູ່​ທີ່​ນັ້ນ​ຕ່າງຫາກ.


ພຣະອົງ​ໄດ້​ເອົາ​ເປໂຕ​ກັບ​ລູກຊາຍ​ສອງ​ຄົນ​ຂອງ​ເຊເບດາຍ​ໄປ​ນຳ ພຣະອົງ​ຮູ້ສຶກ​ໂສກເສົ້າ ແລະ ໜັກໜ່ວງ​ຫລາຍ​ໃນ​ຈິດໃຈ


ຕັ້ງແຕ່​ເວລາ​ທ່ຽງ​ວັນ ທົ່ວ​ແຜ່ນດິນ​ກໍ​ເກີດ​ມືດມົວ​ເປັນ​ເວລາ​ສາມ​ຊົ່ວໂມງ.


ສ່ວນ​ປະຊາຊົນ​ຢູ່​ຂ້າງ​ນອກ ກໍ​ພາກັນ​ພາວັນນາ​ອະທິຖານ ໃນ​ເວລາ​ທີ່​ເຜົາ​ເຄື່ອງຫອມ​ຢູ່​ນັ້ນ.


“ມີ​ຊາຍ​ສອງ​ຄົນ​ຂຶ້ນ​ໄປ​ພຣະວິຫານ ເພື່ອ​ພາວັນນາ​ອະທິຖານ, ຜູ້ໜຶ່ງ​ເປັນ​ຄົນ​ຟາຣີຊາຍ ສ່ວນ​ອີກ​ຜູ້ໜຶ່ງ​ເປັນ​ຄົນ​ເກັບພາສີ.


ພຣະເຢຊູເຈົ້າ​ຊົງ​ໃຊ້​ເປໂຕ​ກັບ​ໂຢຮັນ​ໄປ ແລະ​ໃຫ້​ຄຳແນະນຳ​ວ່າ, “ຈົ່ງ​ໄປ​ຈັດແຈ່ງ​ອາຫານ​ປັດສະຄາ​ສຳລັບ​ພວກເຮົາ​ໃຫ້​ຮຽບຮ້ອຍ.”


ພວກເພິ່ນ​ໄດ້​ສືບຕໍ່​ຢູ່​ໃນ​ບໍລິເວນ​ພຣະວິຫານ​ທຸກ​ວັນ ເພື່ອ​ສັນລະເສີນ ແລະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ.


ສາວົກ​ຜູ້​ທີ່​ພຣະເຢຊູເຈົ້າ​ຊົງ​ຮັກ​ບອກ​ເປໂຕ​ວ່າ, “ແມ່ນ​ພຣະອົງເຈົ້າ​ນັ້ນແຫລະ.” ເມື່ອ​ຊີໂມນ​ເປໂຕ​ໄດ້ຍິນ​ວ່າ ແມ່ນ​ພຣະອົງເຈົ້າ ລາວ​ຈຶ່ງ​ຈັບ​ເອົາ​ເສື້ອ​ມາ​ນຸ່ງ​ເພາະ​ຕົນ​ເປືອຍຕົວ​ຢູ່ ແລ້ວ​ໂຕນ​ລົງ​ນໍ້າ.


ຢູ່​ມາ​ວັນ​ໜຶ່ງ ປະມານ​ບ່າຍ​ສາມ​ໂມງ ເພິ່ນ​ໄດ້​ເຫັນ​ນິມິດ ໃນ​ນິມິດ​ນັ້ນ ເພິ່ນ​ເຫັນ​ເທວະດາ​ຂອງ​ພຣະເຈົ້າ​ຕົນ​ໜຶ່ງ​ຢ່າງ​ຄັກແນ່​ເຂົ້າ​ມາ ແລະ​ກ່າວ​ແກ່​ເພິ່ນ​ວ່າ, “ໂກເນລີໂອ​ເອີຍ.”


ໂກເນລີໂອ​ຕອບ​ວ່າ, “ໄດ້​ສີ່​ວັນ​ມາ​ແລ້ວ ທີ່​ຂ້ານ້ອຍ​ກຳລັງ​ພາວັນນາ​ອະທິຖານ ຢູ່​ທີ່​ເຮືອນ​ຂອງ​ຂ້ານ້ອຍ ປະມານ​ເວລາ​ນີ້​ແຫຼະ ຄື​ເວລາ​ບ່າຍ​ສາມ​ໂມງ ໃນ​ທັນໃດນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ນຸ່ງ​ເຄື່ອງ​ເຫຼື້ອມໃສ ມາ​ຢືນ​ຢູ່​ຕໍ່ໜ້າ​ຂ້ານ້ອຍ.


ແຕ່ລະ​ວັນ ພວກເຂົາ​ໄດ້​ໝັ່ນ​ເຕົ້າໂຮມ​ກັນ​ນະມັດສະການ​ໃນ​ບໍລິເວນ​ພຣະວິຫານ ແລະ​ຫັກ​ເຂົ້າຈີ່ ຮ່ວມ​ຮັບປະທານ​ອາຫານ​ນຳ​ກັນ ຕາມ​ບ້ານ​ເຮືອນ​ຂອງ​ພວກ​ຕົນ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ​ດ້ວຍ​ໃຈ​ສັດຊື່


ເມື່ອ​ລາວ​ເຫັນ​ເປໂຕ​ກັບ​ໂຢຮັນ​ກຳລັງ​ເຂົ້າ​ມາ ລາວ​ຈຶ່ງ​ຂໍທານ​ນຳ​ສອງ​ຄົນ​ນີ້.


ເປໂຕ ແລະ ໂຢຮັນ​ໄດ້​ຈ້ອງ​ຕາ​ເບິ່ງ​ລາວ ແລະ​ເປໂຕ​ກໍ​ກ່າວ​ວ່າ, “ຈົ່ງ​ເບິ່ງ​ພວກເຮົາ.”


ບັນດາ​ສະມາຊິກ​ຂອງ​ສະພາ​ສູງສຸດ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ເມື່ອ​ເຫັນ​ເປໂຕ​ກັບ​ໂຢຮັນ​ມີ​ຄວາມ​ກ້າຫານ​ເຊັ່ນນີ້ ແລະ​ຮູ້​ວ່າ​ທ່ານ​ທັງສອງ​ເປັນ​ຄົນ​ສາມັນ​ທຳມະດາ ແລະ​ຂາດ​ການ​ສຶກສາ ພວກເຂົາ​ຮູ້​ວ່າ​ທ່ານ​ທັງສອງ​ເຄີຍ​ເປັນ​ຜູ້​ໃກ້ຊິດ​ກັບ​ພຣະເຢຊູເຈົ້າ.


ແລ້ວ​ກໍ​ມີ​ຊາຍ​ຄົນ​ໜຶ່ງ​ເຂົ້າ​ມາ​ແຈ້ງ​ແກ່​ພວກເຂົາ​ວ່າ, “ເບິ່ງແມ! ຄົນ​ທີ່​ທ່ານ​ທັງຫລາຍ​ໄດ້​ຂັງ​ໄວ້​ໃນ​ຄຸກ​ນັ້ນ ໃນ​ເວລາ​ນີ້​ກຳລັງ​ຢືນ​ສັ່ງສອນ​ປະຊາຊົນ ຢູ່​ໃນ​ບໍລິເວນ​ພຣະວິຫານ.”


ເມື່ອ​ພວກ​ອັກຄະສາວົກ​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ໄດ້ຍິນ​ຂ່າວ​ວ່າ​ປະຊາຊົນ​ແຂວງ​ຊາມາເຣຍ ໄດ້​ຮັບ​ເອົາ​ພຣະທຳ​ຂອງ​ພຣະເຈົ້າ​ແລ້ວ ຈຶ່ງ​ໄດ້​ໃຊ້​ເປໂຕ​ກັບ​ໂຢຮັນ​ໄປ​ຫາ​ພວກເຂົາ.


ເມື່ອ​ຢາໂກໂບ​ກັບ​ເກຟາ ແລະ ໂຢຮັນ ຜູ້​ທີ່​ພວກເຂົາ​ຖື​ວ່າ​ເປັນ​ຫລັກ​ໄດ້​ສັງເກດ​ເຫັນ​ພຣະຄຸນ​ທີ່​ໄດ້​ຊົງ​ປະທານ​ແກ່​ເຮົາ ທ່ານ​ທັງ​ສາມ​ກໍໄດ້​ຍື່ນ​ມື​ຂວາ​ໃຫ້​ເຮົາ​ກັບ​ບາຣະນາບາ​ຈັບ ເພື່ອ​ສະແດງ​ວ່າ​ເຮົາ​ເປັນ​ເພື່ອນ​ຮ່ວມງານ​ກັນ ເພື່ອ​ໃຫ້​ພວກເຮົາ​ໄປ​ຫາ​ພວກ​ຕ່າງຊາດ ແລະ​ທ່ານ​ເຫຼົ່ານັ້ນ​ຈະ​ໄປ​ຫາ​ພວກ​ທີ່​ຖື​ພິທີຕັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka