Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 27:5 - ພຣະຄຳພີສັກສິ

5 ເມື່ອ​ຜ່ານ​ທະເລ​ໃກ້​ກັບ​ເມືອງ​ກີລີເກຍ ແລະ​ເມືອງ​ປຳຟີເລຍ​ໄປ​ແລ້ວ ພວກເຮົາ​ກໍ​ມາ​ເຖິງ​ເມືອງ​ມີຣາ ໃນ​ແຂວງ​ລີເກຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ເມື່ອ​ພວກເຮົາ​ແລ່ນ​ຂ້າມ​ທະເລ​ລຽບຝັ່ງ​ແຂວງ​ກີລີເກຍ​ກັບ​ປຳຟີເລຍ, ພວກເຮົາ​ກໍ​ໄດ້​ມາ​ຈອດ​ທີ່​ເມືອງ​ມີຣາ​ໃນ​ແຂວງ​ລີເກຍ.

Uka jalj uñjjattʼäta Copia luraña




ກິດຈະການ 27:5
9 Jak'a apnaqawi uñst'ayäwi  

ຝ່າຍ​ໂປໂລ​ກັບ​ຜູ້​ຮ່ວມງານ​ຂອງ​ເພິ່ນ ກໍ​ລົງ​ເຮືອ​ເດີນທາງ​ຈາກ​ເມືອງ​ປາໂຟ ໄປ​ທີ່​ເມືອງ​ເປກາ​ໃນ​ແຂວງ​ປຳຟີເລຍ, ໃນ​ທີ່ນັ້ນ ໂຢຮັນ​ມາຣະໂກ​ໄດ້​ໜີປະ​ພວກເພິ່ນ ແລະ​ກັບຄືນ​ເມືອ​ນະຄອນ​ເຢຣູຊາເລັມ.


ພວກເພິ່ນ​ໄດ້​ຂຽນ​ຈົດໝາຍ​ມອບ​ໃຫ້​ທ່ານ​ທັງສອງ​ຖື​ໄປ ແລະ​ໃນ​ຈົດໝາຍ​ນັ້ນ​ມີ​ເນື້ອຄວາມ​ວ່າ, “ພວກເຮົາ ອັກຄະສາວົກ​ກັບ​ເຖົ້າແກ່ ຜູ້​ເປັນ​ພີ່ນ້ອງ​ຂອງ​ພວກທ່ານ ຂໍ​ສົ່ງ​ຄວາມ​ຄຳນັບ​ມາ​ເຖິງ​ທ່ານ​ທັງຫລາຍ ທີ່​ເປັນ​ພີ່ນ້ອງ​ຕ່າງຊາດ​ທຸກຄົນ ທີ່​ຢູ່​ໃນ​ເມືອງ​ອັນຕີໂອເຂຍ, ໃນ​ແຂວງ​ຊີເຣຍ ແລະ​ໃນ​ແຂວງ​ກີລີເກຍ.


ແຕ່​ໂປໂລ​ຄິດ​ວ່າ​ບໍ່ຄວນ​ເອົາ​ຜູ້​ກ່ຽວ​ໄປ​ນຳ ເພາະ​ລາວ​ບໍ່ໄດ້​ຢູ່​ຮ່ວມ​ງານ​ຈົນ​ສິ້ນສຸດ​ພາລະກິດ, ແຕ່​ໄດ້​ກັບຄືນ​ໄປ ແລະ​ປະ​ພວກເພິ່ນ​ໄວ້​ທີ່​ແຂວງ​ປຳຟີເລຍ.


ໂປໂລ​ໄດ້​ໄປ​ທົ່ວ​ແຂວງ​ຊີເຣຍ ແລະ ກີລີເກຍ ໜູນໃຈ​ພີ່ນ້ອງ​ໃນ​ຄຣິສຕະຈັກ​ໃຫ້​ເຂັ້ມແຂງ​ຂຶ້ນ.


ມາ​ຈາກ​ຟີເຄຍ ແລະ ປຳຟີເລຍ, ມາ​ຈາກ​ເອຢິບ ແລະ​ຂົງເຂດ​ຕ່າງໆ​ໃນ​ລີເບຍ ຊຶ່ງ​ໃກ້​ກັບ​ເມືອງ​ກີເຣເນ ກັບ​ພວກ​ທີ່​ມາ​ຈາກ​ນະຄອນ​ໂຣມ ທີ່​ເປັນ​ແຂກ​ທີ່​ມາ​ຢ້ຽມຢາມ


ໂປໂລ​ຕອບ​ວ່າ, “ຂ້ານ້ອຍ​ເປັນ​ຄົນ​ຢິວ​ເກີດ​ທີ່​ເມືອງ​ຕາໂຊ ໃນ​ແຂວງ​ກີລີເກຍ ແລະ​ເປັນ​ປະຊາຊົນ​ຂອງ​ເມືອງ​ໜຶ່ງ​ທີ່​ສຳຄັນ, ຂໍ​ທ່ານ​ອະນຸຍາດ​ໃຫ້​ຂ້ານ້ອຍ​ກ່າວ​ແກ່​ປະຊາຊົນ​ແດ່ທ້ອນ.”


“ຂ້າພະເຈົ້າ​ເປັນ​ຄົນ​ຢິວ​ເກີດ​ທີ່​ເມືອງ​ຕາໂຊ ໃນ​ແຂວງ​ກີລີເກຍ, ແຕ່​ຂ້າພະເຈົ້າ​ໄດ້​ໃຫຍ່​ຂຶ້ນ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ນີ້​ເອງ ແລະ​ເຄີຍ​ເປັນ​ລູກສິດ​ຂອງ​ອາຈານ​ຄາມາລິເອັນ ຜູ້​ທີ່​ໄດ້​ສັ່ງສອນ​ຂ້າພະເຈົ້າ ໃຫ້​ຮູ້​ກົດບັນຍັດ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ຢ່າງ​ເຄັ່ງຄັດ, ເຄີຍ​ຮ້ອນຮົນ​ໃນ​ການ​ອຸທິດ​ຕົວ​ແກ່​ພຣະເຈົ້າ ເໝືອນ​ທ່ານ​ທຸກຄົນ​ໃນວັນນີ້.


ແຕ່​ເພິ່ນ​ຖືກ​ຕໍ່ຕ້ານ​ຂັດຂວາງ​ຈາກ​ສະມາຊິກ​ບາງຄົນ ທີ່​ມາ​ຈາກ​ທຳມະສາລາ ຊຶ່ງ​ເອີ້ນ​ວ່າ, “ໂຮງທຳ​ຊາວ​ຢິວ​ອົບພະຍົບ” ມີ​ທັງ​ຊາວ​ກີເຣເນ ແລະ ຊາວ​ອາເລັກຊັນເດຍ, ກັບ​ບາງຄົນ​ຈາກ​ແຂວງ​ກີລີເກຍ ແລະ ເອເຊຍ ແລະ​ໄດ້​ພາກັນ​ລຸກ​ຂຶ້ນ​ໂຕ້ຖຽງ​ກັບ​ຊະເຕຟາໂນ.


ຫລັງຈາກ​ນັ້ນ ເຮົາ​ໄດ້​ໄປ​ໃນ​ເຂດແດນ​ຊີເຣຍ ແລະ ກີລີເກຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka