Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 27:4 - ພຣະຄຳພີສັກສິ

4 ເມື່ອ​ເຮືອ​ອອກ​ຈາກ​ທີ່​ນັ້ນ​ແລ້ວ ພວກເຮົາ​ກໍ​ຕ້ອງ​ລຽບ​ຝັ່ງ​ຂອງ​ເກາະ​ໄຊປຣັດ​ໄປ ຊຶ່ງ​ເປັນ​ບ່ອນ​ທີ່​ຫລີກ​ທວນ​ລົມ​ໄດ້ ເພາະ​ຖືກ​ລົມ​ພັດ​ຂັດຂວາງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ຈາກ​ທີ່​ນັ້ນ ພວກເຮົາ​ອອກ​ສູ່​ທະເລ​ເດີນທາງ​ອີກ ແລະ ໄດ້​ຜ່ານ​ໄປ​ທາງດ້ານ​ບັງລົມ​ຂອງ​ເກາະ​ໄຊປຣັດ ເນື່ອງຈາກວ່າ​ພວກເຮົາ​ແລ່ນ​ຕ້ານ​ກະແສລົມ.

Uka jalj uñjjattʼäta Copia luraña




ກິດຈະການ 27:4
10 Jak'a apnaqawi uñst'ayäwi  

ສ່ວນ​ເຮືອ​ທີ່​ພວກ​ສາວົກ​ຂີ່​ໄປ​ນັ້ນ​ກໍ​ອອກ​ຫ່າງໄກ​ຈາກ​ຝັ່ງ ແລະ​ຖືກ​ຟອງ​ນໍ້າ​ທະເລສາບ​ຕີ​ພັດ​ໄປມາ ເພາະ​ເຮືອ​ຕ້ານ​ທວນ​ລົມ.


ພຣະອົງ​ເຫັນ​ວ່າ ພວກ​ສາວົກ​ພາຍ​ເຮືອ​ໄປ​ໄດ້​ດ້ວຍ​ຄວາມຍາກ​ລຳບາກ​ຫລາຍ ເພາະ​ເຮືອ​ຕ້ານ​ທວນ​ລົມ​ຢູ່, ເມື່ອ​ເຖິງ​ປະມານ​ຂ້ອນແຈ້ງ ພຣະອົງ​ຈຶ່ງ​ຍ່າງ​ເທິງ​ໜ້າ​ນໍ້າ​ໄປ​ຫາ​ພວກ​ສາວົກ ແລະ​ເໝືອນ​ດັ່ງ​ຈະ​ກາຍ​ພວກເພິ່ນ​ໄປ.


ຢູ່ມາ​ວັນໜຶ່ງ ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ເຮືອ​ໄປ​ກັບ​ພວກ​ສາວົກ​ຂອງ​ພຣະອົງ ແລະ​ກ່າວ​ກັບ​ພວກເພິ່ນ​ວ່າ, “ໃຫ້​ພວກເຮົາ​ຂ້າມ​ທະເລສາບ​ໄປ​ຟາກ​ນັ້ນ​ເທາະ.” ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ຖອຍ​ເຮືອ​ອອກ​ໄປ.


ດັ່ງນັ້ນ ບາຣະນາບາ​ກັບ​ໂຊໂລ​ຈຶ່ງ​ຖືກ​ໃຊ້​ອອກ​ໄປ​ປະກາດ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ ພວກເພິ່ນ​ໄດ້​ໄປ​ເຖິງ​ເມືອງ​ແຊລູເກຍ ແລະ​ຈາກ​ທີ່​ນັ້ນ​ໄດ້​ລົງ​ເຮືອ​ເດີນທາງ​ຕໍ່ໄປ​ຈົນເຖິງ​ເກາະ​ໄຊປຣັດ.


ທັງສອງ​ເກີດ​ການ​ໂຕ້ຖຽງ​ກັນ​ຢ່າງ​ຮຸນແຮງ ຈົນ​ແຍກ​ຈາກ​ກັນ, ບາຣະນາບາ​ຈຶ່ງ​ເອົາ​ມາຣະໂກ​ລົງ​ເຮືອ​ໄປ​ສູ່​ເກາະ​ໄຊປຣັດ


ມີ​ລູກສິດ​ບາງຄົນ​ທີ່​ມາ​ຈາກ​ເມືອງ​ກາຍຊາເຣຍ​ໄດ້​ເດີນທາງ​ໄປ​ກັບ​ພວກເຮົາ​ເໝືອນກັນ ພວກເຂົາ​ໄດ້​ພາ​ພວກເຮົາ​ໄປ​ຫາ​ຜູ້ໜຶ່ງ​ຊື່ ມະນາໂຊນ​ຊາວ​ເກາະ​ໄຊປຣັດ ເປັນ​ລູກສິດ​ເກົ່າ​ແກ່ ຊຶ່ງ​ພວກເຮົາ​ຈະ​ພັກ​ອາໄສ​ຢູ່​ກັບ​ຜູ້ນັ້ນ.


ຫລັງຈາກ​ແນມ​ເຫັນ​ເກາະ​ໄຊປຣັດ​ແລ້ວ ພວກເຮົາ​ກໍ​ເວັ້ນ​ເກາະ​ນັ້ນ​ໄປ​ທາງ​ຊ້າຍ ແລ້ວ​ມຸ່ງໜ້າ​ໄປ​ແຂວງ​ຊີເຣຍ ແລະ​ຈອດ​ເຮືອ​ທີ່​ທ່າ​ເມືອງ​ຕີເຣ ເພາະ​ໃນ​ເມືອງ​ນີ້ ເຮືອ​ຈະ​ຕ້ອງ​ເອົາ​ຂອງ​ບັນທຸກ​ຂຶ້ນ​ທ່າ.


ເຮືອ​ຊຶ່ງ​ພວກເຮົາ​ຂີ່​ນັ້ນ​ໄປ​ຊ້າ​ຫລາຍ ແລະ​ກໍ​ໃຊ້​ເວລາ​ຫລາຍ​ວັນ​ດ້ວຍ​ຄວາມ​ຍາກ​ລຳບາກ ຈຶ່ງ​ມາ​ເຖິງ​ເມືອງ​ກະນີໂດ, ໃນ​ເມື່ອ​ລົມ​ພັດ​ຕ້ານ​ພວກເຮົາ​ແຮງ​ຫລາຍ ພວກເຮົາ​ຈຶ່ງ​ບໍ່​ອາດ​ໄປຕາມ​ທິດ​ທາງ​ນັ້ນ​ໄດ້. ດັ່ງນັ້ນ ພວກເຮົາ​ຈຶ່ງ​ລຽບ​ຝັ່ງ​ຂອງ​ເກາະ​ກະເຣເຕ​ໄປ ຊຶ່ງ​ເປັນ​ບ່ອນ​ທີ່​ຫລີກ​ລົມ​ໄດ້​ໂດຍ​ຜ່ານ​ແຫລມ​ສານໂມນ.


ໄດ້​ມີ​ຊາຍ​ເລວີ​ຜູ້ໜຶ່ງ​ເປັນ​ຄົນ​ພື້ນເມືອງ​ໃນ​ເກາະ​ໄຊປຣັດ ຊື່​ວ່າ ໂຢເຊັບ ພວກ​ອັກຄະສາວົກ​ເອີ້ນ​ລາວ​ວ່າ ບາຣະນາບາ (ຊຶ່ງ​ໝາຍຄວາມວ່າ ຜູ້​ມີ​ໃຈ​ອຸດໜູນ)


Jiwasaru arktasipxañani:

Anuncios ukanaka


Anuncios ukanaka