Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 27:2 - ພຣະຄຳພີສັກສິ

2 ພວກເຮົາ​ລົງ​ເຮືອ​ລຳ​ໜຶ່ງ ທີ່​ມາ​ຈາກ​ອາຣະມິດ ຊຶ່ງ​ກຳລັງ​ຈະ​ອອກ​ໄປ​ທຽບ​ທ່າ​ຕ່າງໆ​ຕາມ​ແຂວງ​ເອເຊຍ ແລ້ວ​ພວກເຮົາ​ກໍ​ອອກ​ເດີນທາງ​ໄປ, ອາຣິດຕາໂຂ ຊາວ​ເມືອງ​ເທສະໂລນິກ​ໃນ​ແຂວງ​ມາເກໂດເນຍ ກໍ​ເດີນທາງ​ໄປ​ກັບ​ພວກເຮົາ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ພວກເຮົາ​ລົງ​ເຮືອ​ລຳ​ໜຶ່ງ​ຈາກ​ເມືອງ​ອາຣະມິດ ເຊິ່ງ​ກຳລັງ​ຈະ​ໄປ​ຍັງ​ທ່າ​ຕ່າງໆ​ຕາມ​ຊາຍ​ຝັ່ງ​ຂອງ​ແຂວງ​ເອເຊຍ, ແລ້ວ​ພວກເຮົາ​ກໍ​ອອກ​ໄປ​ສູ່​ທະເລ. ອາຣິດຕາໂຂ ຊາວ​ມາເກໂດເນຍ​ທີ່​ມາ​ຈາກ​ເມືອງ​ເທສະໂລນິກ​ກໍ​ຢູ່​ກັບ​ພວກເຮົາ​ດ້ວຍ.

Uka jalj uñjjattʼäta Copia luraña




ກິດຈະການ 27:2
17 Jak'a apnaqawi uñst'ayäwi  

ຢູ່ມາ​ວັນໜຶ່ງ ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ເຮືອ​ໄປ​ກັບ​ພວກ​ສາວົກ​ຂອງ​ພຣະອົງ ແລະ​ກ່າວ​ກັບ​ພວກເພິ່ນ​ວ່າ, “ໃຫ້​ພວກເຮົາ​ຂ້າມ​ທະເລສາບ​ໄປ​ຟາກ​ນັ້ນ​ເທາະ.” ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ຖອຍ​ເຮືອ​ອອກ​ໄປ.


ຍິງ​ນັ້ນ​ໄດ້​ຕິດຕາມ​ໂປໂລ ແລະ​ພວກເຮົາ​ໄປ ໂດຍ​ຮ້ອງ​ຂຶ້ນ​ວ່າ, “ຄົນ​ເຫຼົ່ານີ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ອົງ​ສູງສຸດ ໄດ້​ມາ​ປະກາດ​ເລື່ອງ​ທາງ​ຄວາມ​ພົ້ນ​ໃຫ້​ແກ່​ພວກເຈົ້າ.”


ໂປໂລ ແລະ ຊີລາ​ໄດ້​ຜ່ານ​ເມືອງ​ອຳຟີໂປລີ ແລະ ອາໂປໂລນີ ແລະ​ເດີນທາງ​ມາ​ຮອດ​ເມືອງ​ເທສະໂລນິກ ຊຶ່ງ​ໃນ​ທີ່​ນີ້​ມີ​ທຳມະສາລາ​ຂອງ​ຊາວ​ຢິວ.


ຄົນ​ທີ່​ເຄີຍ​ໃຊ້​ເວດມົນ​ຄາຖາ​ໄດ້​ເອົາ​ຕຳລາ​ຂອງຕົນ​ມາ ແລະ​ຈູດ​ໄຟ​ເຜົາ​ຖິ້ມ​ຕໍ່ໜ້າ​ຄົນ​ທັງຫລາຍ, ຕຳລາ​ເຫຼົ່ານີ້ ເມື່ອ​ຕີ​ລາຄາ​ລວມ​ກັນ​ແລ້ວ ທັງໝົດ​ຕົກ​ເປັນ​ເງິນ​ຫ້າໝື່ນ​ຫລຽນ.


ແລ້ວ​ຄວາມ​ວຸ້ນວາຍ​ກໍໄດ້​ລາມ​ໄປ​ທົ່ວ​ທັງ​ເມືອງ ປະຊາຊົນ​ເຫຼົ່ານັ້ນ​ໄດ້​ຈັບ​ເອົາ​ຊາວ​ມາເກໂດເນຍ​ສອງ​ຄົນ ທີ່​ເປັນ​ເພື່ອນ​ເດີນທາງ​ຮ່ວມ​ກັບ​ໂປໂລ ຄື​ໄຄໂຢ ແລະ ອາຣິດຕາໂຂ ແລະ​ລາກ​ພວກເພິ່ນ​ເຂົ້າ​ໄປ​ໃນ​ສະໜາມ​ລະຄອນ.


ຄື​ພາສາ​ປາເທຍ, ເມເດຍ ແລະ ເອລາມ ມາ​ຈາກ​ເມໂຊໂປຕາເມຍ, ຢູດາ, ກາປາໂດເກຍ ມາ​ຈາກ​ປົນໂຕ ແລະ ເອເຊຍ,


ແຕ່​ເມື່ອ​ອາທິດ​ໜຶ່ງ​ສິ້ນສຸດ​ລົງ​ແລ້ວ​ພວກເຮົາ​ກໍ​ອອກ​ເດີນທາງ​ໄປ​ຕໍ່, ຄົນ​ທີ່​ເຊື່ອ​ທຸກຄົນ​ພ້ອມ​ທັງ​ເມຍ ແລະ​ລູກໆ​ຂອງ​ພວກເຂົາ​ກໍໄດ້​ອອກ​ເມືອງ​ໄປ​ສົ່ງ​ພວກເຮົາ​ທີ່​ນອກເມືອງ ແລ້ວ​ໃນ​ທີ່ນັ້ນ ທຸກຄົນ​ໄດ້​ຄຸເຂົ່າ​ລົງ​ພາວັນນາ​ອະທິຖານ​ຮ່ວມກັນ​ທີ່​ຫາດຊາຍ.


ພວກເຂົາ​ໄດ້​ໃຫ້ກຽດ​ແກ່​ພວກເຮົາ​ຫລາຍ​ຢ່າງ, ເມື່ອ​ພວກເຮົາ​ໄດ້​ລົງ​ເຮືອ​ຈາກ​ໄປ ພວກເຂົາ​ກໍ​ໄດ້ຈັດ​ເອົາ​ສິ່ງຂອງ​ທີ່​ຈຳເປັນ​ສຳລັບ​ການ​ເດີນທາງ​ໃຫ້​ພວກເຮົາ.


ພວກເຮົາ​ໄດ້​ມາ​ເຖິງ​ເມືອງ​ຊີຣະກູ ແລະ​ແວ່​ພັກ​ຢູ່​ໃນ​ທີ່ນັ້ນ​ເປັນ​ເວລາ​ສາມ​ວັນ.


ເມື່ອ​ພວກເຮົາ​ມາ​ເຖິງ​ນະຄອນ​ໂຣມ​ແລ້ວ ທາງ​ການ​ໂຣມ​ກໍ​ອະນຸຍາດ​ໃຫ້​ໂປໂລ​ຢູ່​ຕ່າງຫາກ, ໂດຍ​ມີ​ທະຫານ​ຄົນ​ໜຶ່ງ​ເປັນ​ຜູ້​ຍາມ​ຮັກສາ​ເພິ່ນ.


ຄົນ​ພື້ນ​ເມືອງ​ໃນ​ທີ່​ນີ້ ໄດ້​ສະແດງ​ຄວາມ​ເປັນ​ມິດ​ແກ່​ພວກເຮົາ​ຢ່າງດີ​ທີ່ສຸດ ຝົນ​ກໍໄດ້​ຕົກ ແລະ​ອາກາດ​ກໍ​ໜາວ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ດັງ​ໄຟ​ຕ້ອນຮັບ​ພວກເຮົາ​ທັງໝົດ.


ອາຣິດຕາໂຂ ຜູ້​ທີ່​ຖືກ​ຄຸກ​ຢູ່​ນຳ​ເຮົາ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ດ້ວຍ, ມາຣະໂກ​ນ້ອງ​ຂອງ​ບາຣະນາບາ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ເໝືອນກັນ. (ພວກເຈົ້າ​ຄົງ​ໄດ້​ຮັບ​ຄຳແນະນຳ​ແລ້ວ​ວ່າ ໃຫ້​ຕ້ອນຮັບ​ມາຣະໂກ​ຖ້າ​ລາວ​ມາ​ຫາ​ພວກເຈົ້າ.)


ເຊັ່ນດຽວ​ກັນ​ກັບ​ມາຣະໂກ, ອາຣິດຕາໂຂ, ເດມາ ແລະ ລູກາ​ເພື່ອນ​ຮ່ວມ​ງານ​ຂອງເຮົາ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຫາ​ພວກເຈົ້າ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka