Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 27:1 - ພຣະຄຳພີສັກສິ

1 ເມື່ອ​ໄດ້ມີ​ການ​ຕັດສິນໃຈ​ວ່າ ຈະ​ໃຫ້​ພວກເຮົາ​ເດີນທາງ​ໄປ​ທາງ​ເຮືອ​ກຳປັ່ນ ໄປ​ທີ່​ປະເທດ​ອີຕາລີ ພວກເຂົາ​ຈຶ່ງ​ມອບ​ໂປໂລ​ກັບ​ນັກໂທດ​ຄົນອື່ນໆ​ໄວ້​ກັບ​ນາຍຮ້ອຍ​ຄົນ​ໜຶ່ງ​ຊື່​ວ່າ, ຢູລີໂອ ເປັນ​ນາຍ​ທະຫານ​ໃນ​ກອງທັບ​ຂອງ​ຈັກກະພັດ​ໂອຄຸດໂຕ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ເມື່ອ​ມີ​ການຕັດສິນໃຈ​ໃຫ້​ພວກເຮົາ​ລົງເຮືອ​ໄປ​ຍັງ​ອີຕາລີ, ໂປໂລ ແລະ ນັກໂທດ​ອື່ນໆ​ບາງຄົນ​ຈຶ່ງ​ຖືກ​ສົ່ງ​ໃຫ້​ນາຍຮ້ອຍ​ຢູລີໂອ, ຜູ້​ທີ່​ຂຶ້ນ​ກັບ​ກອງທັບ​ຂອງ​ຈັກກະພັດ.

Uka jalj uñjjattʼäta Copia luraña




ກິດຈະການ 27:1
29 Jak'a apnaqawi uñst'ayäwi  

ພວກເຈົ້າ​ໄດ້​ເຮັດ​ເລື່ອງ​ຊົ່ວຊ້າ​ຕໍ່​ຂ້ອຍ, ແຕ່​ພຣະເຈົ້າ​ໄດ້​ຫັນປ່ຽນ​ໃຫ້​ເປັນ​ເລື່ອງ​ດີ ເພື່ອ​ຊ່ວຍ​ຊີວິດ​ຂອງ​ຫລາຍໆ​ຄົນ​ໃຫ້​ຍັງ​ມີ​ຊີວິດ​ຢູ່​ໄດ້​ຈົນ​ທຸກ​ວັນ​ນີ້ ຍ້ອນ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ນັ້ນ.


ແຕ່​ແຜນການ​ຂອງ​ພຣະເຈົ້າຢາເວ​ໝັ້ນຄົງ​ສະເໝີ​ມາ ຄວາມປະສົງ​ຂອງ​ພຣະອົງ​ກໍ​ດຳລົງ​ໄປ​ຕະຫລອດ.


ຄວາມ​ໂກດຮ້າຍ​ຂອງ​ມະນຸດ​ກໍ​ເປັນ​ພຽງແຕ່ ການ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ເທົ່ານັ້ນ. ຜູ້​ທີ່​ລອດຊີວິດ​ຈາກ​ການ​ເສິກ​ຈະ​ສະຫລອງ ໄຊຊະນະ​ຂອງ​ພຣະເຈົ້າຢາເວ.


ມະນຸດ​ວາງແຜນ​ໄວ້​ຫລາຍໆ​ຢ່າງ, ແຕ່​ພຣະປະສົງ​ຂອງ​ພຣະເຈົ້າຢາເວ​ຈະ​ດີເດັ່ນ​ກວ່າ.


ເປັນ​ການ​ດີເລີດ​ທີ່​ຮຽນຮູ້​ເອົາ​ຄວາມ​ອົດທົນ ໃນ​ເວລາ​ທີ່​ພວກເຮົາ​ຍັງ​ໜຸ່ມແໜ້ນ​ຢູ່.


ພຣະອົງ​ຖື​ວ່າ​ຄົນ​ໃນ​ໂລກນີ້​ບໍ່ມີ​ຫຍັງ​ໝົດ ຕ່າງ​ກໍ​ບໍ່ມີ​ຄຸນຄ່າ​ບໍ່ມີ​ຫຍັງ​ທັງນັ້ນ; ມະນຸດ​ໃນໂລກ ແລະ​ເທວະດາ​ເທິງ​ສະຫວັນ ກໍ​ຢູ່​ໃຕ້​ການປົກຄອງ​ຂອງ​ພຣະອົງ​ທັງນັ້ນ. ບໍ່ມີ​ຜູ້ໃດ​ສາມາດ​ຂັດຂວາງ​ພຣະປະສົງ ຫລື​ສອບຖາມ​ເຖິງ​ສິ່ງ​ທີ່​ພຣະອົງ​ຊົງ​ກະທຳ.


ເມື່ອ​ນາຍ​ທະຫານ​ກັບ​ພວກ​ທະຫານ​ທີ່​ເຝົ້າ​ພຣະເຢຊູເຈົ້າ ໄດ້​ເຫັນ​ແຜ່ນດິນ​ຫວັ່ນໄຫວ ແລະ​ເຫດການ​ທັງໝົດ​ທີ່​ເກີດຂຶ້ນ​ນັ້ນ ພວກເຂົາ​ກໍ​ສະທ້ານ​ຢ້ານກົວ​ຫລາຍ ຈຶ່ງ​ເວົ້າ​ວ່າ, “ເພິ່ນ​ແມ່ນ​ພຣະບຸດ​ຂອງ​ພຣະເຈົ້າ​ແທ້ຈິງ.”


ເມື່ອ​ນາຍຮ້ອຍ​ທະຫານ​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ແລ້ວ ລາວ​ກໍ​ສັນລະເສີນ​ພຣະເຈົ້າ​ໂດຍ​ເວົ້າ​ວ່າ, “ຈິງ​ແທ້​ແລ້ວ ທ່ານ​ຜູ້​ນີ້​ບໍ່ມີ​ຄວາມຜິດ.”


ມີ​ນາຍ​ທະຫານ​ໂຣມ​ຜູ້ໜຶ່ງ ເພິ່ນ​ມີ​ຄົນ​ຮັບໃຊ້​ຜູ້ໜຶ່ງ ທີ່​ເພິ່ນ​ຮັກ​ຫລາຍ ລາວ​ເຈັບປ່ວຍ​ໜັກ​ແລະ​ໃກ້​ຈະ​ຕາຍ.


ຢູ່​ທີ່​ເມືອງ​ກາຍຊາເຣຍ ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ໂກເນລີໂອ ເພິ່ນ​ເປັນ​ນາຍຮ້ອຍ​ຢູ່​ໃນ​ກອງ​ທະຫານ​ທີ່​ຊື່​ວ່າ, “ກອງ​ອີຕາລີ.”


ພວກເຂົາ​ຈຶ່ງ​ຕອບ​ວ່າ, “ນາຍຮ້ອຍ​ໂກເນລີໂອ​ເປັນ​ຄົນ​ສັດຊື່ ແລະ​ຢຳເກງ​ພຣະເຈົ້າ ທັງ​ເປັນ​ຜູ້​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ບັນດາ​ຊາວ​ຢິວ ເພິ່ນ​ຜູ້ນັ້ນ​ໄດ້​ຮັບ​ຄຳສັ່ງ​ຈາກ​ເທວະດາ​ບໍຣິສຸດ​ຕົນ​ໜຶ່ງ ໃຫ້​ມາ​ເຊີນ​ທ່ານ​ໄປ​ທີ່​ເຮືອນ​ຂອງເພິ່ນ ເພື່ອ​ຈະ​ໄດ້​ຟັງ​ຖ້ອຍຄຳ​ຈາກ​ທ່ານ.”


ພໍ​ໂປໂລ​ໄດ້​ເຫັນ​ນິມິດ​ນີ້ ພວກເຮົາ​ກໍ​ຕຽມພ້ອມ​ທັນທີ ເພື່ອ​ຈະ​ອອກ​ເດີນທາງ​ໄປ​ທີ່​ເມືອງ​ມາເກໂດເນຍ ເພາະ​ພວກເຮົາ​ເຫັນ​ຄັກແນ່​ວ່າ ພຣະເຈົ້າ​ໄດ້​ເອີ້ນ​ພວກເຮົາ ໃຫ້​ໄປ​ປະກາດ​ຂ່າວປະເສີດ​ແກ່​ຊາວ​ເມືອງ​ນັ້ນ.


ໃນ​ທີ່​ນີ້ ເພິ່ນ​ໄດ້​ພົບ​ຄົນ​ຢິວ​ຜູ້ໜຶ່ງ​ຊື່​ວ່າ ອາກີລາ ຊຶ່ງ​ເກີດ​ຢູ່​ທີ່​ແຂວງ​ປົນໂຕ ແລະ​ຫາ​ກໍ​ມາ​ແຕ່​ອີຕາລີ​ກັບ​ເມຍ​ຂອງ​ລາວ​ຊື່​ວ່າ ປີຊະກີລາ, ເພາະ​ຈັກກະພັດ​ກະລາວດີໂອ ໄດ້​ອອກ​ຄຳສັ່ງ​ໃຫ້​ຊາວ​ຢິວ​ທຸກຄົນ​ໜີ​ອອກ​ຈາກ​ນະຄອນ​ໂຣມ, ໂປໂລ​ຈຶ່ງ​ໄປ​ຫາ​ສອງ​ຜົວ​ເມຍ​ນີ້ ແລະ​ຢູ່​ກັບ​ພວກເຂົາ


ຫລັງຈາກ​ເຫດການ​ເຫຼົ່ານີ້​ແລ້ວ ໂປໂລ​ກໍ​ຕັດສິນໃຈ ຜ່ານ​ແຂວງ​ມາເກໂດເນຍ ແລະ ອະຂາຢາ ແລະ​ເດີນທາງ​ຕໍ່ໄປ​ສູ່​ນະຄອນ​ເຢຣູຊາເລັມ, ເພິ່ນ​ກ່າວ​ວ່າ, “ຫລັງຈາກ​ໄປ​ທີ່​ນັ້ນ​ແລ້ວ ເຮົາ​ຕ້ອງ​ໄປ​ເຫັນ​ນະຄອນ​ໂຣມ​ເໝືອນກັນ.”


ນາຍພັນ​ຈຶ່ງ​ນຳ​ເອົາ​ນາຍຮ້ອຍ ແລະ​ພົນທະຫານ​ແລ່ນ​ລົງ​ໄປ​ຫາ​ປະຊາຊົນ​ທັນທີ, ເມື່ອ​ປະຊາຊົນ​ເຫັນ​ນາຍພັນ​ກັບ​ທະຫານ ພວກເຂົາ​ກໍ​ຢຸດ​ຕົບຕີ​ໂປໂລ.


ເມື່ອ​ນາຍຮ້ອຍ​ໄດ້ຍິນ​ເຊັ່ນນີ້ ລາວ​ຈຶ່ງ​ໄປ​ຫາ​ນາຍພັນ ແລະ​ຖາມ​ເພິ່ນ​ວ່າ, “ທ່ານ​ກຳລັງ​ຈະ​ເຮັດ​ຫຍັງ​ລົງ​ໄປ? ຊາຍ​ຜູ້​ນັ້ນ​ເປັນ​ຄົນ​ສັນຊາດ​ໂຣມ.”


ໃນ​ຄືນ​ນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຢືນ​ຢູ່​ໃກ້​ໂປໂລ ແລະ​ກ່າວ​ວ່າ, “ຢ່າ​ສູ່​ຢ້ານ ເຈົ້າ​ເປັນ​ພະຍານ​ໃຫ້​ແກ່​ເຮົາ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ນີ້​ແລ້ວ​ຢ່າງ​ໃດ ເຈົ້າ​ກໍ​ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ​ຢູ່​ໃນ​ນະຄອນ​ໂຣມ​ຢ່າງ​ນັ້ນ.”


ແລ້ວ​ໂປໂລ​ກໍ​ເອີ້ນ​ນາຍຮ້ອຍ​ຄົນ​ໜຶ່ງ​ມາ ແລະ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ພາ​ຊາຍ​ໜຸ່ມ​ຄົນ​ນີ້​ໄປ​ຫາ​ທ່ານ​ນາຍພັນ, ລາວ​ມີ​ບາງ​ສິ່ງ​ທີ່​ຈະ​ບອກ​ເພິ່ນ.”


ຈາກ​ນັ້ນ ເພິ່ນ​ກໍ​ສັ່ງ​ໃຫ້​ນາຍຮ້ອຍ​ຜູ້​ມີ​ໜ້າທີ່​ຮັບຜິດຊອບ ນຳ​ໂປໂລ​ໄປ​ຄຸມ​ຕົວ​ໄວ້, ແຕ່​ໃຫ້​ໂປໂລ​ມີ​ອິດສະຫລະ​ບາງ​ຢ່າງ ແລະ​ອະນຸຍາດ​ໃຫ້​ໝູ່ເພື່ອນ​ຈັດຫາ​ສິ່ງ​ຈຳເປັນ​ມາ​ໃຫ້​ໂປໂລ​ໄດ້.


ຫລັງຈາກ​ເຟຊະໂຕ​ໄດ້​ປຶກສາ​ຫາລື​ກັບ​ທີ່ປຶກສາ ແລ້ວ​ກໍ​ຕອບ​ວ່າ, “ເຈົ້າ​ໄດ້​ຂໍ​ອຸທອນ​ໄປ​ເຖິງ​ຈັກກະພັດ. ດັ່ງນັ້ນ ເຈົ້າ​ກໍ​ຈະ​ໄປ​ຢືນ​ຢູ່​ຕໍ່ໜ້າ​ຈັກກະພັດ.”


ສ່ວນ​ຂ້າພະເຈົ້າ​ໄດ້​ເຫັນ​ວ່າ ຄົນ​ນີ້​ບໍ່ໄດ້​ເຮັດ​ຜິດ​ອັນ​ໃດ​ທີ່​ຄວນ​ຈະ​ຕ້ອງ​ຕາຍ, ແຕ່​ເພາະ​ຜູ້ກ່ຽວ​ເອງ​ໄດ້​ອຸທອນ​ໄປ​ເຖິງ​ຈັກກະພັດ, ຂ້າພະເຈົ້າ​ຈຶ່ງ​ຕັດສິນໃຈ​ຈະ​ສົ່ງ​ລາວ​ໄປ.


ແຕ່​ນາຍຮ້ອຍ​ເຊື່ອ​ຄວາມ​ຫົວໜ້າ ແລະ​ເຈົ້າຂອງ​ເຮືອ​ຫລາຍກວ່າ​ຄຳແນະນຳ​ຂອງ​ໂປໂລ.


ແຕ່​ນາຍຮ້ອຍ​ໂຣມ​ມີ​ໃຈ​ຢາກ​ໃຫ້​ໂປໂລ​ລອດຊີວິດ ຈຶ່ງ​ຫ້າມ​ພວກເຂົາ​ບໍ່​ໃຫ້​ປະຕິບັດ​ຕາມ​ແຜນ​ນັ້ນ, ນາຍຮ້ອຍ​ຈຶ່ງ​ສັ່ງ​ໃຫ້​ທຸກຄົນ​ທີ່​ລອຍ​ນໍ້າ​ເປັນ​ໂດດ​ລົງ​ນໍ້າ​ກ່ອນ​ໝູ່ ແລະ​ລອຍ​ເຂົ້າ​ໄປ​ຫາ​ຝັ່ງ.


ໃນ​ທີ່ນັ້ນ ນາຍຮ້ອຍ​ໄດ້​ພົບ​ເຮືອ​ລຳ​ໜຶ່ງ ທີ່​ມາ​ຈາກ​ເມືອງ​ອາເລັກຊັນເດຍ ຊຶ່ງ​ກຳລັງ​ຈະ​ໄປ​ປະເທດ​ອີຕາລີ. ດັ່ງນັ້ນ ນາຍຮ້ອຍ​ຈຶ່ງ​ໃຫ້​ພວກເຮົາ​ລົງ​ໄປ​ຂຶ້ນ​ເຮືອ​ລຳ​ນັ້ນ.


ເມື່ອ​ພົ້ນ​ໄພ​ແລ້ວ ພວກເຮົາ​ຈຶ່ງ​ຮູ້​ວ່າ​ເກາະ​ນີ້​ຊື່​ວ່າ ມັນຕາ.


ເມື່ອ​ພວກເຮົາ​ມາ​ເຖິງ​ນະຄອນ​ໂຣມ​ແລ້ວ ທາງ​ການ​ໂຣມ​ກໍ​ອະນຸຍາດ​ໃຫ້​ໂປໂລ​ຢູ່​ຕ່າງຫາກ, ໂດຍ​ມີ​ທະຫານ​ຄົນ​ໜຶ່ງ​ເປັນ​ຜູ້​ຍາມ​ຮັກສາ​ເພິ່ນ.


ເຮົາ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ ແລະ​ໄພ່ພົນ​ຂອງ​ພຣະເຈົ້າ​ທຸກຄົນ. ບັນດາ​ພີ່ນ້ອງ​ທີ່​ມາ​ຈາກ​ອີຕາລີ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຫາ​ພວກເຈົ້າ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka