ກິດຈະການ 26:6 - ພຣະຄຳພີສັກສິ6 ບັດນີ້ ທີ່ຂ້ານ້ອຍຖືກນຳມາພິພາກສາກໍ ເພາະຄວາມຫວັງທີ່ຂ້ານ້ອຍມີໃນພຣະສັນຍາ ຊຶ່ງພຣະເຈົ້າໄດ້ເຮັດໄວ້ກັບບັນພະບຸລຸດຂອງພວກຂ້ານ້ອຍ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່6 ແລະ ບັດນີ້ ທີ່ຂ້ານ້ອຍຖືກສືບສວນໃນວັນນີ້ກໍເພາະຂ້ານ້ອຍມີຄວາມຫວັງໃນສິ່ງທີ່ພຣະເຈົ້າໄດ້ສັນຍາໄວ້ກັບບັນດາບັນພະບຸລຸດຂອງພວກຂ້ານ້ອຍ. Uka jalj uñjjattʼäta |
ເມື່ອໂປໂລສັງເກດເຫັນວ່າ ໃນກອງປະຊຸມຂອງສະພາສູງສຸດນີ້ ຄົນສ່ວນໜຶ່ງເປັນພວກຊາດູກາຍ ແລະຄົນສ່ວນໜຶ່ງອີກເປັນພວກຟາຣີຊາຍ. ດັ່ງນັ້ນ ເພິ່ນຈຶ່ງຮ້ອງຂຶ້ນຕໍ່ໜ້າກອງປະຊຸມວ່າ, “ພີ່ນ້ອງທັງຫລາຍເອີຍ, ຂ້າພະເຈົ້າເປັນຟາຣີຊາຍ ແລະເປັນລູກຂອງຄົນຟາຣີຊາຍ. ຂ້າພະເຈົ້າຖືກນຳຕົວມາພິພາກສາຢູ່ທີ່ນີ້ ກໍເພາະຂ້າພະເຈົ້າມີຄວາມຫວັງວ່າ ຄົນຕາຍຈະເປັນຄືນມາສູ່ຊີວິດ.”