Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 26:2 - ພຣະຄຳພີສັກສິ

2 “ຂໍ​ກາບຮຽນ​ກະສັດ​ອັກຄຼີປາ ຂ້ານ້ອຍ​ຖື​ວ່າ​ວັນ​ນີ້ ຂ້ານ້ອຍ​ເອງ​ມີ​ຄວາມສຸກ​ທີ່ສຸດ​ທີ່​ໄດ້​ກ່າວ​ແກ້​ຄະດີ​ຕໍ່ໜ້າ​ກະສັດ​ໃນ​ເລື່ອງ​ທັງໝົດ​ທີ່​ພວກ​ຢິວ​ກ່າວຫາ​ຂ້ານ້ອຍ​ນັ້ນ,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 “ຂ້າແດ່​ກະສັດ​ອັກຄຣີປາ, ຂ້ານ້ອຍ​ຂໍ​ຖື​ເປັນ​ໂອກາດ​ດີ​ທີ່​ໄດ້​ຢືນຢູ່​ຕໍ່ໜ້າ​ທ່ານ​ວັນ​ນີ້​ເພື່ອ​ແກ້​ຂໍ້ກ່າວຫາ​ທັງຫລາຍ​ຂອງ​ພວກ​ຢິວ,

Uka jalj uñjjattʼäta Copia luraña




ກິດຈະການ 26:2
10 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ຈະ​ປະກາດ​ຂໍ້ຄຳສັ່ງ​ແກ່​ກະສັດ ແລະ​ຈະ​ບໍ່​ອັບອາຍ​ຢ່າງໃດ​ທັງສິ້ນ.


ເມື່ອ​ພວກເຂົາ​ຈັບກຸມ​ພວກເຈົ້າ​ຂຶ້ນ​ໄປ​ນັ້ນ ຢ່າ​ຄິດ​ກະວົນ​ກະວາຍ​ເລີຍ​ວ່າ ພວກເຈົ້າ​ຈະ​ເວົ້າ​ຫຍັງ​ແດ່ ຫລື​ຈະ​ເວົ້າ​ແນວ​ໃດ, ເມື່ອ​ເຖິງ​ເວລາ​ນັ້ນ ພວກເຈົ້າ​ຈະ​ໄດ້​ຮັບ​ຖ້ອຍຄຳ​ທີ່​ພວກເຈົ້າ​ຈະ​ເວົ້າ.


“ເມື່ອ​ພວກເຂົາ​ນຳ​ພວກເຈົ້າ​ໄປ​ສອບສວນ​ໃນ​ທຳມະສາລາ ຫລື​ຕໍ່ໜ້າ​ບັນດາ​ຜູ້​ປົກຄອງ ຫລື​ຜູ້​ມີ​ສິດ​ອຳນາດ ຢ່າ​ສູ່​ຄິດ​ກະວົນ​ກະວາຍ​ວ່າ ຈະ​ປ້ອງກັນ​ຕົວ​ເອງ​ຢ່າງ​ໃດ ຫລື​ຈະ​ເວົ້າ​ຢ່າງ​ໃດ.


ແຕ່​ກ່ອນ​ເຫດການ​ທັງໝົດ​ເຫຼົ່ານີ້​ຈະ​ເກີດຂຶ້ນ ພວກເຈົ້າ​ຈະ​ຖືກ​ຈັບ ແລະ​ຖືກ​ຂົ່ມເຫັງ, ພວກເຈົ້າ​ຈະ​ຖືກ​ມອບ​ໄວ້​ໃນ​ທຳມະສາລາ​ຖືກ​ຕັດສິນ ແລະ​ຖືກ​ຂັງ​ຄຸກ ພວກເຈົ້າ​ຈະ​ຖືກ​ນຳ​ຂຶ້ນ​ໄປ​ຕໍ່ໜ້າ​ກະສັດ ແລະ​ຜູ້​ປົກຄອງ ເພາະ​ເຫັນແກ່​ນາມຊື່​ຂອງເຮົາ.


ຂ້າພະເຈົ້າ​ບໍ່ມີ​ລາຍ​ລະອຽດ​ອັນ​ໃດ​ກ່ຽວກັບ​ລາວ​ຢ່າງ​ຄັກແນ່ ພໍ​ທີ່​ຈະ​ຂຽນ​ໄປ​ກາບ​ຮຽນ​ຈັກກະພັດ, ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ນຳ​ລາວ​ມາ​ທີ່​ນີ້​ຕໍ່ໜ້າ​ພວກທ່ານ ແລະ​ໂດຍ​ສະເພາະ​ຕໍ່ໜ້າ​ກະສັດ​ອັກຄຼີປາ ເພື່ອ​ວ່າ​ຫລັງຈາກ​ສອບຖາມ​ຄະດີ​ຂອງ​ລາວ​ແລ້ວ ຂ້າພະເຈົ້າ​ອາດ​ຈະ​ມີ​ເລື່ອງ​ເພື່ອ​ຂຽນ​ເປັນ​ລາຍງານ.


ແລ້ວ​ກະສັດ​ອັກຄຼີປາ​ກໍ​ກ່າວ​ແກ່​ໂປໂລ​ວ່າ, “ບັດນີ້ ເຮົາ​ອະນຸຍາດ​ໃຫ້​ເຈົ້າ​ກ່າວ​ແກ້​ຄະດີ​ໄດ້.” ດັ່ງນັ້ນ ໂປໂລ​ຈຶ່ງ​ຢຽດ​ມື​ອອກ ແລະ​ກ່າວ​ແກ້​ຄະດີ​ວ່າ,


“ກະສັດ​ອັກຄຼີປາ​ທີ່​ນັບຖື ເມື່ອ​ເປັນ​ເຊັ່ນນັ້ນ ຂ້ານ້ອຍ​ບໍ່ໄດ້​ຂັດຂືນ​ຕໍ່​ນິມິດ​ຈາກ​ສະຫວັນ​ທີ່​ມາ​ເຖິງ​ຂ້ານ້ອຍ.


ກະສັດ​ເອງ​ກໍ​ສືບຮູ້​ຂໍ້​ຄວາມຈິງ​ເຫຼົ່ານີ້​ແລ້ວ. ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ກ້າ​ກ່າວ​ເລື່ອງ​ນີ້​ຕໍ່ໜ້າ​ກະສັດ​ດ້ວຍ​ຄວາມ​ໝັ້ນໃຈ, ຂ້ານ້ອຍ​ເຊື່ອ​ແນ່​ວ່າ ກະສັດ​ຮູ້​ເຫດການ​ຕ່າງໆ​ແຕ່ລະ​ຢ່າງ​ໝົດ​ແລ້ວ. ດ້ວຍວ່າ, ເຫດການ​ເຫຼົ່ານີ້​ບໍ່ໄດ້​ເກີດຂຶ້ນ​ໃນ​ບ່ອນ​ລັບລີ້​ທີ່​ຄົນ​ບໍ່​ຮູ້.


ໂດຍ​ສະເພາະ​ຢ່າງ​ຍິ່ງ ກະສັດ​ເອງ​ກໍ​ເປັນ​ຜູ້​ຮອບຮູ້​ດີ ເຖິງ​ທຳນຽມ​ທັງໝົດ​ຂອງ​ຊາວ​ຢິວ ແລະ​ບັນຫາ​ຕ່າງໆ​ຂອງ​ພວກເຂົາ. ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ຂໍ​ກາບຮຽນ​ກະສັດ​ໄດ້​ອົດທົນ​ຟັງ​ຂ້ານ້ອຍ​ກ່າວ​ດ້ວຍ​ເຖີດ.”


ປະຊາຊົນ​ຂອງ​ພວກ​ຂ້ານ້ອຍ​ທັງ​ສິບສອງ​ເຜົ່າ ຫວັງ​ໄດ້​ຮັບ​ຕາມ​ທີ່​ພຣະເຈົ້າ​ໄດ້​ສັນຍາ​ໄວ້​ນັ້ນ ຈຶ່ງ​ນະມັດສະການ​ພຣະເຈົ້າ​ດ້ວຍ​ໃຈ​ຮ້ອນຮົນ​ທັງເວັນ​ທັງຄືນ, ກະສັດ​ອັກຄຼີປາ​ທີ່​ນັບຖື ຍ້ອນ​ຄວາມຫວັງ​ອັນນີ້ ທີ່​ພວກ​ຢິວ​ກ່າວຫາ​ຂ້ານ້ອຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka