Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 26:16 - ພຣະຄຳພີສັກສິ

16 ແຕ່​ຈົ່ງ​ລຸກ​ຂຶ້ນ ແລະ​ຢືນ​ຢູ່, ເຮົາ​ໄດ້​ປາກົດ​ແກ່​ເຈົ້າ​ເພື່ອ​ແຕ່ງຕັ້ງ​ເຈົ້າ ໃຫ້​ເປັນ​ຜູ້ຮັບໃຊ້​ຂອງເຮົາ, ເຈົ້າ​ຈະ​ເປັນ​ພະຍານ​ຂອງເຮົາ ເພື່ອ​ບອກ​ຄົນອື່ນ​ວ່າ​ໃນວັນນີ້ ເຈົ້າ​ໄດ້​ເຫັນ​ເຮົາ ແລະ​ບອກ​ເຖິງ​ສິ່ງ​ທີ່​ເຮົາ​ຈະ​ສຳແດງ​ໃຫ້​ຮູ້​ໃນ​ອະນາຄົດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ບັດນີ້​ຈົ່ງ​ລຸກຂຶ້ນ ແລະ ຢືນ​ຢູ່. ເຮົາ​ໄດ້​ປາກົດ​ແກ່​ເຈົ້າ​ກໍ​ເພື່ອ​ແຕ່ງຕັ້ງ​ເຈົ້າ​ເປັນ​ຜູ້ຮັບໃຊ້ ແລະ ເປັນ​ພະຍານ​ເຖິງ​ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ​ກ່ຽວກັບ​ເຮົາ ແລະ ສິ່ງ​ທີ່​ເຮົາ​ຈະ​ສະແດງ​ແກ່​ເຈົ້າ.

Uka jalj uñjjattʼäta Copia luraña




ກິດຈະການ 26:16
34 Jak'a apnaqawi uñst'ayäwi  

ພຣະອົງ​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ລຸກ​ຂຶ້ນ ເຮົາ​ຕ້ອງການ​ເວົ້າ​ກັບ​ເຈົ້າ.”


ເພິ່ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ດານີເອນ​ເອີຍ ພຣະເຈົ້າ​ຮັກ​ເຈົ້າ. ຈົ່ງ​ລຸກ​ຂຶ້ນ ແລະ​ຕັ້ງໃຈ​ຟັງ​ສິ່ງ​ທີ່​ເຮົາ​ຈະ​ກ່າວ. ພຣະເຈົ້າ​ໄດ້​ໃຊ້​ເຮົາ​ມາ​ຫາ​ເຈົ້າ.” ເມື່ອ​ເພິ່ນ​ກ່າວ​ດັ່ງນີ້​ແລ້ວ ຂ້າພະເຈົ້າ​ກໍ​ລຸກ​ຢືນ​ຂຶ້ນ​ແຕ່​ຕົວ​ກໍ​ຍັງ​ສັ່ນ​ຢູ່.


ຕາມ​ທີ່​ພວກເຂົາ ຜູ້​ໄດ້​ເຫັນ​ດ້ວຍ​ຕາ​ຕົນເອງ​ຕັ້ງແຕ່​ຕົ້ນ ແລະ​ເປັນ​ຜູ້​ປະກາດ​ຖ້ອຍຄຳ​ນັ້ນ ຈຶ່ງ​ໄດ້​ສົ່ງ​ສືບ​ຕໍ່ມາ​ໃຫ້​ພວກເຮົາ​ຮູ້.


ຢູດາ​ເປັນ​ຄົນ​ໜຶ່ງ​ໃນ​ພວກເຮົາ ລາວ​ໄດ້​ຮັບ​ສ່ວນ​ໃນ​ງານ​ນີ້​ເໝືອນກັນ.” (


ເພື່ອ​ໃຫ້​ຮັບໃຊ້​ເປັນ​ອັກຄະສາວົກ​ແທນ​ໜ້າທີ່​ຂອງ​ຢູດາ ຜູ້​ທີ່​ຈາກ​ໄປ​ສູ່​ບ່ອນ​ທີ່​ລາວ​ສົມຄວນ​ຕ້ອງ​ໄປ.”


ແຕ່​ຂ້າພະເຈົ້າ​ຖື​ວ່າ ຊີວິດ​ຂອງ​ຂ້າພະເຈົ້າ ບໍ່ມີ​ຄ່າ​ແກ່​ຂ້າພະເຈົ້າ​ເອງ​ຢ່າງ​ໃດ​ໝົດ, ເພື່ອ​ຂ້າພະເຈົ້າ​ຈະ​ເຮັດ​ໜ້າທີ່​ຂອງ​ຂ້າພະເຈົ້າ ແລະ​ຈະ​ໄດ້​ປະຕິບັດ​ງານ​ທີ່​ໄດ້​ຮັບ​ມອບໝາຍ​ຈາກ​ອົງ​ພຣະເຢຊູເຈົ້າ​ໃຫ້​ສຳເລັດ ຄື​ຈະ​ເປັນ​ພະຍານ​ຢ່າງ​ຄົບຖ້ວນ ເຖິງ​ເລື່ອງ​ຂ່າວປະເສີດ​ກ່ຽວກັບ​ພຣະຄຸນ​ຂອງ​ພຣະເຈົ້າ​ນັ້ນ.


ເມື່ອ​ໂປໂລ​ທັກທາຍ​ກັບ​ເຂົາ​ເຫຼົ່ານັ້ນ​ທຸກຄົນ​ແລ້ວ, ເພິ່ນ​ຈຶ່ງ​ລາຍງານ​ຢ່າງ​ລະອຽດ​ເຖິງ​ທຸກສິ່ງ ຊຶ່ງ​ພຣະເຈົ້າ​ໄດ້​ກະທຳ​ໃນ​ທ່າມກາງ​ຄົນຕ່າງຊາດ ໂດຍ​ຜ່ານ​ທາງ​ພາລະກິດ​ຂອງຕົນ.


ຂ້າພະເຈົ້າ​ຖາມ​ວ່າ, ‘ພຣະອົງເຈົ້າ​ເອີຍ ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ແນວ​ໃດ?’ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ຈົ່ງ​ລຸກ​ຂຶ້ນ ແລະ​ເຂົ້າ​ໄປ​ໃນ​ເມືອງ​ດາມັສກັດ ຢູ່​ທີ່​ນັ້ນ​ຈະ​ມີ​ຄົນ​ບອກ​ເຈົ້າ ເຖິງ​ສິ່ງ​ທັງໝົດ​ທີ່​ພຣະເຈົ້າ​ໄດ້​ກຳນົດ​ໃຫ້​ເຈົ້າ​ເຮັດ.’


ໃນ​ຄືນ​ນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຢືນ​ຢູ່​ໃກ້​ໂປໂລ ແລະ​ກ່າວ​ວ່າ, “ຢ່າ​ສູ່​ຢ້ານ ເຈົ້າ​ເປັນ​ພະຍານ​ໃຫ້​ແກ່​ເຮົາ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ນີ້​ແລ້ວ​ຢ່າງ​ໃດ ເຈົ້າ​ກໍ​ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ​ຢູ່​ໃນ​ນະຄອນ​ໂຣມ​ຢ່າງ​ນັ້ນ.”


ຂ້ານ້ອຍ​ຈຶ່ງ​ຖາມ​ວ່າ, ‘ພຣະອົງເຈົ້າ​ເອີຍ ພຣະອົງ​ແມ່ນ​ຜູ້ໃດ?’ ອົງພຣະ​ຜູ້​ເປັນເຈົ້າ​ຕອບ​ວ່າ, ‘ເຮົາ​ແມ່ນ​ເຢຊູ ຜູ້​ທີ່​ເຈົ້າ​ກຳລັງ​ຂົ່ມເຫັງ.


ສ່ວນ​ພວກເຮົາ ກໍ​ຈະ​ອຸທິດ​ເວລາ​ທັງໝົດ​ໃສ່​ໃນ​ການ​ພາວັນນາ​ອະທິຖານ ແລະ​ການ​ສັ່ງສອນ​ພຣະທຳ.”


ໂດຍ​ທາງ​ພຣະອົງ​ນີ້ແຫຼະ ເຮົາ​ໄດ້​ຮັບ​ພຣະຄຸນ ແລະ​ໜ້າທີ່​ເປັນ​ອັກຄະສາວົກ ເພື່ອ​ເຫັນ​ແກ່​ພຣະນາມ​ຂອງ​ພຣະອົງ ໃຫ້​ໄປ​ປະກາດ​ທ່າມກາງ​ຊົນຊາດ​ຕ່າງໆ​ໃຫ້​ເຂົາ​ເຊື່ອຟັງ.


ເພື່ອ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຢຊູ​ຄຣິດເຈົ້າ ໄປ​ຍັງ​ຄົນຕ່າງຊາດ ແລະ​ເຮັດ​ໜ້າທີ່​ປະໂຣຫິດ​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະເຈົ້າ ເພື່ອ​ວ່າ​ຄົນຕ່າງຊາດ​ຈະ​ເປັນ​ເຄື່ອງ​ບູຊາ​ທີ່​ພຣະເຈົ້າ​ພໍພຣະໄທ ຄື​ຊຳລະ​ໄວ້​ແລ້ວ ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ.


ເພາະ​ດ້ວຍ​ພຣະ​ກະລຸນາ​ຂອງ​ພຣະເຈົ້າ ພວກເຮົາ​ຈຶ່ງ​ໄດ້​ຮັບໃຊ້​ພັນທະກິດ ດັ່ງນັ້ນ ພວກເຮົາ​ຈຶ່ງ​ບໍ່​ທໍ້ຖອຍ.


ສິ່ງ​ທັງໝົດ​ນີ້ ແມ່ນ​ເກີດ​ມາ​ຈາກ​ພຣະເຈົ້າ ຜູ້​ຊົງ​ໂຜດ​ໃຫ້​ພວກເຮົາ​ຄືນ​ດີ​ກັບ​ພຣະອົງ​ໂດຍ​ທາງ​ພຣະຄຣິດ ແລະ​ພຣະອົງ​ກໍໄດ້​ມອບໝາຍ​ພາລະກິດ​ນີ້​ແກ່​ພວກເຮົາ ເພື່ອ​ເຮັດ​ໃຫ້​ຄົນອື່ນ​ຄືນ​ດີ​ກັບ​ພຣະອົງ​ເໝືອນກັນ.


ດ້ວຍວ່າ, ເຮົາ​ບໍ່ໄດ້​ຮັບ​ຂ່າວປະເສີດ​ນັ້ນ​ຈາກ​ມະນຸດ ຫລື​ບໍ່ມີ​ມະນຸດ​ຄົນ​ໃດ​ສອນ​ເຮົາ ແຕ່​ເຮົາ​ໄດ້​ຮັບ​ຂ່າວປະເສີດ​ນັ້ນ​ໂດຍ​ພຣະເຢຊູ​ຄຣິດເຈົ້າ​ຊົງ​ສຳແດງ​ແກ່​ເຮົາ.


ເຮົາ​ໄປ​ຕາມ​ທີ່​ພຣະເຈົ້າ​ໄດ້​ຊົງ​ສຳແດງ​ແກ່​ເຮົາ ເຮົາ​ໄດ້​ອະທິບາຍ​ເລື່ອງ​ຂ່າວປະເສີດ​ແກ່​ພວກເຂົາ ຊຶ່ງ​ເຮົາ​ໄດ້​ເຄີຍ​ປະກາດ​ແກ່​ຄົນຕ່າງຊາດ (ແຕ່​ຍັງ​ໄດ້​ເລົ່າ​ໃຫ້​ຄົນ​ສຳຄັນ​ຟັງ​ເປັນ​ການ​ສ່ວນຕົວ) ເພາະ​ຢ້ານ​ວ່າ​ເຮົາ​ກຳລັງ​ແລ່ນ​ແຂ່ງ​ກັນ ຫລື​ວ່າ​ໄດ້​ແລ່ນ​ແຂ່ງ​ແລ້ວ​ໂດຍ​ບໍ່ມີ​ປະໂຫຍດ.


ພຣະອົງ​ໄດ້​ເປີດເຜີຍ​ແຜນການ​ອັນ​ເລິກລັບ​ຂອງ​ພຣະອົງ​ໃຫ້​ຂ້າພະເຈົ້າ​ໄດ້​ຮູ້​ແຜນການ​ນັ້ນ. (ຕາມ​ທີ່​ຂ້າພະເຈົ້າ​ໄດ້​ຂຽນ​ໄວ້​ແລ້ວ ຢ່າງ​ຫຍໍ້ໆ​ກ່ຽວກັບ​ເລື່ອງ​ນີ້


ແຕ່​ພວກເຈົ້າ​ຕ້ອງ​ຕັ້ງໝັ້ນ​ຢູ່​ໃນ​ຄວາມເຊື່ອ ເທິງ​ຮາກຖານ​ອັນ​ໝັ້ນຄົງ​ແລະ​ຖາວອນ ຢ່າ​ໄດ້​ໜີ​ຈາກ​ຄວາມຫວັງ​ທີ່​ພວກເຈົ້າ​ມີ ເມື່ອ​ໄດ້ຍິນ​ຂ່າວປະເສີດ​ແລ້ວ​ນັ້ນ ແມ່ນ​ຂ່າວປະເສີດ​ນັ້ນ​ແຫຼະ ທີ່​ໄດ້​ແຜ່​ຂະຫຍາຍ​ໄປ​ສູ່​ມວນ​ມະນຸດ​ທົ່ວ​ໃຕ້​ຟ້າ ຊຶ່ງ​ເຮົາ​ຄື​ໂປໂລ ໄດ້​ກາຍເປັນ​ຜູ້ຮັບໃຊ້​ໃນ​ການ​ປະກາດ​ຂ່າວປະເສີດ​ນັ້ນ.


ເຮົາ​ໄດ້​ມາ​ເປັນ​ຜູ້ຮັບໃຊ້​ຄຣິສຕະຈັກ​ນັ້ນ ຕາມ​ທີ່​ພຣະເຈົ້າ​ໄດ້​ຊົງ​ມອບໝາຍ​ໃຫ້​ເຮົາ ເພື່ອ​ເປັນ​ຜົນດີ​ແກ່​ພວກເຈົ້າ ໃນ​ການ​ປະກາດ​ເລື່ອງ​ພຣະເຈົ້າ​ຢ່າງ​ຄົບຖ້ວນ,


ດັ່ງ​ທີ່​ພວກເຈົ້າ​ໄດ້​ຮຽນຮູ້​ຈາກ​ເອປາ​ຟາ ເພື່ອນ​ຮັບໃຊ້​ທີ່​ຮັກ​ຂອງ​ພວກເຮົາ ຜູ້​ທີ່​ເຮັດ​ວຽກງານ​ຂອງ​ພຣະຄຣິດ​ແທນ​ເຮົາ​ຢ່າງ​ສັດຊື່.


ແລະ​ໄດ້​ໃຊ້​ຕີໂມທຽວ ພີ່ນ້ອງ​ຂອງເຮົາ ທີ່​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຝ່າຍ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ ໃຫ້​ໄປ​ຫາ​ເຈົ້າ​ທັງຫລາຍ ເພື່ອ​ຈະ​ຕັ້ງ​ພວກເຈົ້າ​ໄວ້​ໃຫ້​ໝັ້ນຄົງ ທັງ​ຈະ​ຊູ​ໃຈ​ໃນ​ເລື່ອງ​ຄວາມເຊື່ອ​ຂອງ​ພວກເຈົ້າ,


ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະຄຣິດເຈົ້າ​ເຢຊູ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ໂຜດ​ຊູ​ກຳລັງ​ເຮົາ. ດ້ວຍວ່າ, ພຣະອົງ​ຊົງ​ຖື​ເຮົາ​ວ່າ​ເປັນ​ຜູ້​ສັດຊື່ ແລະ​ແຕ່ງຕັ້ງ​ເຮົາ​ໃຫ້​ເປັນ​ຜູ້ຮັບໃຊ້​ພຣະອົງ,


ຖ້າ​ເຈົ້າ​ໃຫ້​ຄຳແນະນຳ​ເຫຼົ່ານີ້​ແກ່​ບັນດາ​ພີ່ນ້ອງ, ເຈົ້າ​ກໍ​ຈະ​ເປັນ​ຜູ້ຮັບໃຊ້​ທີ່​ດີ​ຂອງ​ພຣະເຢຊູ​ຄຣິດເຈົ້າ ສົມກັບ​ທີ່​ເຈົ້າ​ໄດ້​ບຳລຸງ​ຕົນ​ດ້ວຍ​ຖ້ອຍຄຳ​ເລື່ອງ​ຄວາມເຊື່ອ ແລະ​ດ້ວຍ​ຄຳສັ່ງສອນ​ອັນ​ແທ້ຈິງ​ທີ່​ເຈົ້າ​ໄດ້​ປະຕິບັດ​ຕາມ​ນັ້ນ.


ແຕ່​ເຈົ້າ​ຈົ່ງ​ລະວັງ​ຕົນເອງ​ໃຫ້​ດີ​ໃນ​ທຸກ​ສະພາບ​ການ, ຈົ່ງ​ອົດທົນ​ຕໍ່​ຄວາມ​ຍາກ​ລຳບາກ ແລະ​ຈົ່ງ​ເຮັດ​ໜ້າທີ່​ຂອງ​ຜູ້​ປະກາດ​ຂ່າວປະເສີດ ຈົ່ງ​ປະຕິບັດ​ໜ້າທີ່​ການ​ຂອງ​ເຈົ້າ​ນັ້ນ​ໃຫ້​ສຳເລັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka