Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 26:13 - ພຣະຄຳພີສັກສິ

13 ກະສັດ​ອັກຄຼີປາ​ທີ່​ນັບຖື ໃນ​ເວລາ​ທ່ຽງວັນ ເມື່ອ​ກຳລັງ​ເດີນທາງ​ໄປ​ນັ້ນ ຂ້ານ້ອຍ​ໄດ້​ເຫັນ​ແສງ​ສະຫວ່າງ​ກ້າ​ກວ່າ​ແສງ​ຕາເວັນ ຈາກ​ທ້ອງຟ້າ​ສ່ອງ​ລົງ​ມາ​ອ້ອມ​ຂ້ານ້ອຍ ກັບ​ຄົນ​ທີ່​ເດີນທາງ​ໄປ​ນຳ​ຂ້ານ້ອຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 ກະສັດ​ອັກຄຣີປາ​ທີ່​ນັບຖື, ປະມານ​ຕອນທ່ຽງ​ໃນ​ຂະນະ​ທີ່​ຢູ່​ກາງທາງ ຂ້ານ້ອຍ​ເຫັນ​ແສງສະຫວ່າງ​ຈາກ​ສະຫວັນ ແສງ​ກ້າ​ກວ່າ​ແສງອາທິດ ສ່ອງ​ອ້ອມ​ຂ້ານ້ອຍ ແລະ ຄົນ​ທີ່​ເດີນທາງ​ໄປ​ກັບ​ຂ້ານ້ອຍ.

Uka jalj uñjjattʼäta Copia luraña




ກິດຈະການ 26:13
10 Jak'a apnaqawi uñst'ayäwi  

ດວງຈັນ​ຈະ​ມືດມົວ ແລະ​ດວງອາທິດ​ຈະ​ບໍ່​ສ່ອງແສງ. ດ້ວຍວ່າ, ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ຂຶ້ນ​ເປັນ​ກະສັດ. ພຣະອົງ​ຈະ​ປົກຄອງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ທີ່​ເທິງ​ພູເຂົາ​ຊີໂອນ ແລະ​ພວກ​ຜູ້ນຳ​ປະຊາຊົນ​ຈະ​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ.


ດວງຈັນ​ຈະ​ສ່ອງແສງ​ເຫລືອງເຫລື້ອມ​ດັ່ງ​ຕາເວັນ ແລະ​ຕາເວັນ​ກໍ​ຈະ​ສ່ອງແສງ​ເຫລືອງເຫລື້ອມ​ກວ່າ​ປົກກະຕິ​ເຖິງ​ເຈັດ​ເທົ່າ ດັ່ງ​ແສງແຈ້ງ​ຂອງ​ເຈັດ​ວັນ​ສ່ອງ​ໃສ່​ວັນ​ດຽວ. ເຫດການ​ນີ້​ຈະ​ເກີດຂຶ້ນ ເມື່ອ​ພຣະເຈົ້າຢາເວ​ໃຊ້​ຜ້າ​ພັນບາດ ແລະ​ປິ່ນປົວ​ແຜ ຊຶ່ງ​ພຣະອົງ​ໄດ້​ເຮັດ​ໃຫ້​ເກີດຂຶ້ນ​ແກ່​ປະຊາຊົນ​ຂອງ​ພຣະອົງ.


ພວກ​ສາວົກ​ເຫັນ​ພຣະກາຍ​ຂອງ​ພຣະອົງ​ປ່ຽນແປງ​ໄປ​ຕໍ່ໜ້າ​ພວກເພິ່ນ​ຄື ໜ້າ​ຂອງ​ພຣະອົງ​ສ່ອງ​ແສງ​ດັ່ງ​ຕາເວັນ ແລະ​ເຄື່ອງ​ນຸ່ງ​ຂອງ​ພຣະອົງ​ກໍ​ຂາວ​ຜ່ອງ​ເຫຼື້ອມ​ເໝືອນ​ແສງ​ສະຫວ່າງ​ກ້າ.


“ຂະນະທີ່​ຂ້າພະເຈົ້າ​ກຳລັງ​ເດີນທາງ​ໄປ​ນັ້ນ ແລະ​ໃກ້​ຈະ​ເຖິງ​ເມືອງ​ດາມັສກັດ ໃນ​ເວລາ​ປະມານ​ທ່ຽງ​ວັນ ກໍ​ມີ​ແສງ​ສະຫວ່າງ​ກ້າ​ຈາກ​ທ້ອງຟ້າ​ສ່ອງ​ລົງ​ມາ​ອ້ອມຕົວ​ຂ້າພະເຈົ້າ.


ບັນດາ​ຄົນ​ທີ່​ຢູ່​ກັບ​ຂ້າພະເຈົ້າ​ໄດ້​ເຫັນ​ແສງ​ສະຫວ່າງ​ນັ້ນ ແຕ່​ບໍ່ໄດ້ຍິນ​ສຽງ​ຂອງ​ຜູ້​ທີ່​ກຳລັງ​ກ່າວ​ກັບ​ຂ້າພະເຈົ້າ.


“ດ້ວຍເຫດນີ້, ຂ້ານ້ອຍ​ຈຶ່ງ​ໄດ້​ເດີນທາງ​ໄປ​ທີ່​ເມືອງ​ດາມັສກັດ ໂດຍ​ອາໄສ​ສິດ​ອຳນາດ ແລະ​ຄຳສັ່ງ​ຂອງ​ມະຫາ​ປະໂຣຫິດ.


ເມື່ອ​ທຸກຄົນ​ລົ້ມ​ລົງ​ທີ່​ພື້ນດິນ ແລະ​ຂ້ານ້ອຍ​ໄດ້ຍິນ​ສຽງ​ໜຶ່ງ​ກ່າວ​ເປັນ​ພາສາ​ເຮັບເຣີ​ວ່າ, ‘ໂຊໂລ ໂຊໂລ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫັງ​ເຮົາ? ເຈົ້າ​ເຮັດ​ໃຫ້​ເຈັບ​ຕົວ​ເອງ​ລ້າໆ ດັ່ງ​ສັດ​ທີ່​ລູ່​ໃສ່​ໄມ້ແສ້​ຂອງ​ຜູ້​ເປັນ​ນາຍ.’


ພໍ​ເມື່ອ​ໂຊໂລ​ເດີນທາງ​ໃກ້​ຈະ​ຮອດ​ເມືອງ​ດາມັສກັດ ໃນ​ທັນໃດນັ້ນ ກໍ​ມີ​ແສງ​ສະຫວ່າງ​ຈາກ​ທ້ອງຟ້າ​ແມບ​ມາບ​ລົງ​ມາ​ອ້ອມ​ລາວ.


ມື​ເບື້ອງຂວາ​ຂອງ​ພຣະອົງ ຊົງ​ຖື​ດາວ​ເຈັດ​ດວງ ແລະ​ມີ​ດາບ​ສອງ​ຄົມ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ. ໃບ​ໜ້າ​ຂອງ​ພຣະອົງ​ເຫຼື້ອມ​ເໝືອນ​ດັ່ງ​ດວງ​ຕາເວັນ​ທີ່​ສ່ອງ​ແສງກ້າ.


ນະຄອນ​ນັ້ນ ບໍ່​ຕ້ອງການ​ແສງ​ສະຫວ່າງ​ຂອງ​ດວງອາທິດ ຫລື​ດວງຈັນ, ເພາະວ່າ​ພຣະ​ຣັດສະໝີ​ຂອງ​ພຣະເຈົ້າ ຊົງ​ເປັນ​ແສງ​ສະຫວ່າງ​ຂອງ​ນະຄອນ​ນັ້ນ ແລະ​ພຣະ​ເມສານ້ອຍ ຊົງ​ເປັນ​ໂຄມໄຟ​ຂອງ​ນະຄອນ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka