Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 26:11 - ພຣະຄຳພີສັກສິ

11 ຫລາຍ​ເທື່ອ​ທີ່​ຂ້ານ້ອຍ​ໄດ້​ລົງໂທດ​ພວກເຂົາ​ໃນ​ທຳມະສາລາ​ຕ່າງໆ ແລະ​ພະຍາຍາມ​ບັງຄັບ​ພວກເຂົາ​ໃຫ້​ກ່າວ​ຄຳ​ທີ່​ໝິ່ນປະໝາດ​ຕໍ່​ພຣະເຈົ້າ, ຂ້ານ້ອຍ​ໂກດແຄ້ນ​ພວກເຂົາ​ແຮງ ຈົນ​ວ່າ​ຂ້ານ້ອຍ​ໄດ້​ໄປ​ຂົ່ມເຫັງ​ພວກເຂົາ ຕາມ​ເມືອງ​ຕ່າງໆ​ໃນ​ຕ່າງ​ປະເທດ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ຫລາຍ​ຄັ້ງ​ຂ້ານ້ອຍ​ໄປ​ຕາມ​ທຳມະສາລາ​ຕ່າງໆ​ເພື່ອ​ລົງໂທດ​ພວກເຂົາ ແລະ ພະຍາຍາມ​ບີບບັງຄັບ​ໃຫ້​ພວກເຂົາ​ກ່າວ​ຄຳໝິ່ນປະໝາດ​ຕໍ່​ພຣະເຈົ້າ. ຂ້ານ້ອຍ​ຄຽດແຄ້ນ​ພວກເຂົາ​ແຮງ​ຈົນ​ວ່າ​ຕາມ​ໄປ​ຂົ່ມເຫັງ​ພວກເຂົາ​ທີ່​ເມືອງ​ຕ່າງໆ​ໃນ​ຕ່າງປະເທດ.

Uka jalj uñjjattʼäta Copia luraña




ກິດຈະການ 26:11
17 Jak'a apnaqawi uñst'ayäwi  

ສັດຕູ​ດູໝິ່ນ​ປະໝາດ​ຂ້ານ້ອຍ​ທັງເວັນ​ທັງຄືນ ໂດຍ​ໃຊ້​ຊື່​ຂ້ານ້ອຍ​ເປັນ​ຄຳສາບແຊ່ງ.


ຊາຕາກຳ​ອັນດຽວ​ມາ​ສູ່​ທຸກຄົນ​ສະເໝີ​ໜ້າ​ກັນ ແລະ​ອັນ​ນີ້​ແມ່ນ​ຜິດ​ຈາກ​ເຫດການ​ໃດໆ ທີ່​ເກີດຂຶ້ນ​ຢູ່​ໃຕ້​ດວງ​ຕາເວັນ. ຕາບໃດ​ທີ່​ມະນຸດ​ມີ​ຊີວິດ​ຢູ່ ຕາບນັ້ນ​ຄວາມຄິດ​ຂອງ​ເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມຊົ່ວ​ແລະ​ຄວາມ​ບ້າບໍ ແລະ​ພວກເຂົາ​ກໍ​ຕາຍໄປ​ໃນ​ທັນໃດນັ້ນ.


ຈົ່ງ​ລະວັງ​ໃຫ້​ດີ. ດ້ວຍວ່າ, ຈະ​ມີ​ຄົນ​ຈັບ​ພວກເຈົ້າ​ຂຶ້ນ​ສານ ແລະ​ເຂົາ​ຈະ​ຂ້ຽນ​ຕີ​ພວກເຈົ້າ​ໃນ​ທຳມະສາລາ​ຂອງ​ພວກເຂົາ.


ແຕ່​ຈົ່ງ​ລະວັງຕົວ​ໃຫ້​ດີ ພວກເຂົາ​ຈະ​ຈັບ​ພວກເຈົ້າ​ຂຶ້ນ​ສານ ແລະ​ຈະ​ຖືກ​ຂ້ຽນຕີ​ໃນ​ທຳມະສາລາ, ພວກເຂົາ​ຈະ​ໃຫ້​ພວກເຈົ້າ​ຢືນ​ຢູ່​ຕໍ່ໜ້າ​ຜູ້​ປົກຄອງ ແລະ​ກະສັດ​ເພາະ​ເຫັນ​ແກ່​ເຮົາ ເພື່ອ​ຈະ​ໄດ້​ເປັນ​ພະຍານ​ແກ່​ພວກເຂົາ.


“ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ການບາບ​ທຸກປະການ ຄຳ​ໝິ່ນປະໝາດ​ທຸກຢ່າງ​ທີ່​ມະນຸດ​ກ່າວ ຈະ​ໄດ້​ຮັບ​ການອະໄພ.


ໃນ​ທີ່ສຸດ ລາວ​ກໍ​ສຳນຶກ​ຕົວ​ໄດ້ ແລະ​ເວົ້າ​ກັບ​ຕົນເອງ​ວ່າ, ‘ລູກຈ້າງ​ທຸກຄົນ​ຂອງ​ພໍ່​ເຮົາ ກໍ​ຍັງ​ມີ​ອາຫານ​ກິນ​ຢ່າງ​ເຫລືອເຟືອ ສ່ວນ​ເຮົາ​ກຳລັງ​ຕາຍ​ຫິວ​ຢູ່​ທີ່​ນີ້


ແຕ່​ກ່ອນ​ເຫດການ​ທັງໝົດ​ເຫຼົ່ານີ້​ຈະ​ເກີດຂຶ້ນ ພວກເຈົ້າ​ຈະ​ຖືກ​ຈັບ ແລະ​ຖືກ​ຂົ່ມເຫັງ, ພວກເຈົ້າ​ຈະ​ຖືກ​ມອບ​ໄວ້​ໃນ​ທຳມະສາລາ​ຖືກ​ຕັດສິນ ແລະ​ຖືກ​ຂັງ​ຄຸກ ພວກເຈົ້າ​ຈະ​ຖືກ​ນຳ​ຂຶ້ນ​ໄປ​ຕໍ່ໜ້າ​ກະສັດ ແລະ​ຜູ້​ປົກຄອງ ເພາະ​ເຫັນແກ່​ນາມຊື່​ຂອງເຮົາ.


ຝ່າຍ​ຄົນ​ເຫຼົ່ານັ້ນ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຄຽດແຄ້ນ ແລະ​ໄດ້​ປຶກສາ​ກັນ​ວ່າ​ຈະ​ເຮັດ​ຢ່າງ​ໃດ​ກັບ​ພຣະເຢຊູເຈົ້າ.


ເມື່ອ​ພວກ​ຢິວ​ເຫັນ​ປະຊາຊົນ​ຫລວງຫລາຍ​ເຊັ່ນນີ້ ພວກເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ອິດສາ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໂຕ້ຖຽງ​ຄຳ​ເວົ້າ​ຂອງ​ໂປໂລ ແລະ​ໝິ່ນປະໝາດ​ເພິ່ນ.


ແຕ່​ເມື່ອ​ພວກ​ເຫຼົ່ານັ້ນ​ຂັດຂວາງ ແລະ​ກ່າວ​ຄຳ​ຫຍາບຊ້າ ໂປໂລ​ຈຶ່ງ​ສັ່ນ​ເສື້ອຜ້າ​ຕໍ່ສູ້​ພວກເຂົາ ແລ້ວ​ເວົ້າ​ວ່າ, “ຂໍ​ໃຫ້​ໂທດ​ຂອງ​ພວກເຈົ້າ​ຕົກ​ໃສ່​ຫົວ​ຂອງ​ພວກເຈົ້າ​ເອງ ຝ່າຍ​ເຮົາ, ເຮົາ​ບໍ່ມີ​ໂທດ ຕັ້ງແຕ່​ນີ້​ໄປ ເຮົາ​ຈະ​ໄປ​ຫາ​ພວກ​ຕ່າງຊາດ.”


ຂ້າພະເຈົ້າ​ຕອບ​ວ່າ, ‘ພຣະອົງເຈົ້າ​ເອີຍ ຄົນ​ເຫຼົ່ານັ້ນ​ຮູ້​ດີ​ວ່າ ຂ້ານ້ອຍ​ເຄີຍ​ໄປ​ທີ່​ທຳມະສາລາ ຈັບ​ເອົາ​ບັນດາ​ຄົນ​ທີ່​ເຊື່ອ​ໃນ​ພຣະອົງ ແລະ​ຂ້ຽນຕີ​ພວກເຂົາ.


ເລື່ອງ​ນີ້​ມະຫາ​ປະໂຣຫິດ​ກັບ​ບັນດາ​ເຖົ້າແກ່​ທີ່​ເປັນ​ສະມາຊິກ​ຂອງ​ສະພາ​ສູງສຸດ​ທຸກຄົນ ຄົງ​ຢືນຢັນ​ໄດ້​ວ່າ​ຂ້າພະເຈົ້າ​ເວົ້າ​ຄວາມຈິງ, ຂ້າພະເຈົ້າ​ໄດ້​ຮັບ​ໜັງສື​ຈາກ​ພວກເພິ່ນ ແລະ​ຖື​ໄປ​ຫາ​ບັນດາ​ພີ່ນ້ອງ​ຊາວ​ຢິວ​ທີ່​ເມືອງ​ດາມັສກັດ ເພື່ອ​ຈະ​ຈັບ​ເອົາ​ພວກ​ຄົນ​ທີ່​ເຊື່ອ​ຢູ່​ໃນ​ທີ່ນັ້ນ ແລະ​ນຳ​ພວກເຂົາ​ມາ​ທີ່​ນະຄອນ​ເຢຣູຊາເລັມ​ເພື່ອ​ລົງໂທດ.”


ຝ່າຍ​ໂຊໂລ​ສືບຕໍ່​ຂູ່ເຂັນ​ວ່າ​ຈະ​ຂ້າ​ພວກ​ສິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ເສຍ ຈຶ່ງ​ໄປ​ຫາ​ມະຫາ​ປະໂຣຫິດ,


ບໍ່ແມ່ນ​ພວກເຂົາ​ນັ້ນ​ຫລື ທີ່​ເວົ້າ​ໝິ່ນປະໝາດ​ຕໍ່​ພຣະນາມ​ອັນ​ປະເສີດ ຊຶ່ງ​ພວກເຈົ້າ​ກໍ​ເປັນ​ຂອງ​ພຣະອົງ?


ແຕ່​ບາລາອາມ​ນັ້ນ​ໄດ້​ຖືກ​ຕີ ເພາະ​ການ​ລະເມີດ​ຂອງຕົນ ລໍ​ໂຕ​ປາກ​ບໍ່​ເປັນ​ກໍ​ຍັງ​ໄດ້​ປາກ​ພາສາ​ມະນຸດ ແລະ​ໄດ້​ຫ້າມ​ຄວາມ​ບ້າ​ຂອງ​ບາລາອາມ ຜູ້ທຳນວາຍ​ນັ້ນ​ໃຫ້​ເຊົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka