Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 26:10 - ພຣະຄຳພີສັກສິ

10 ການ​ຂັດຂວາງ​ເຊັ່ນນັ້ນ ຂ້ານ້ອຍ​ໄດ້​ເຮັດ​ໃນ​ນະຄອນ​ເຢຣູຊາເລັມ ເມື່ອ​ຂ້ານ້ອຍ​ໄດ້​ຮັບ​ສິດ​ອຳນາດ​ພິເສດ​ຈາກ​ພວກ​ມະຫາ​ປະໂຣຫິດ ແລະ​ໄດ້​ຈັບກຸມ​ໄພ່ພົນ​ຂອງ​ພຣະເຈົ້າ​ຫລາຍ​ຄົນ​ເຂົ້າ​ຄຸກ ແລະ​ເມື່ອ​ພວກເຂົາ​ຖືກ​ຕັດສິນ​ລົງໂທດ​ໃຫ້​ປະຫານ​ຊີວິດ ຂ້ານ້ອຍ​ກໍ​ເຫັນ​ພ້ອມ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ແລະ ນັ້ນ​ແຫລະ​ຄື​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ເຮັດ​ໃນ​ເຢຣູຊາເລັມ. ຂ້ານ້ອຍ​ໄດ້​ຈັບ​ຄົນ​ຂອງ​ພຣະເຈົ້າ​ຫລາຍ​ຄົນ​ເຂົ້າ​ຄຸກ ໂດຍ​ອາໄສ​ສິດອຳນາດ​ຂອງ​ບັນດາ​ຫົວໜ້າ​ປະໂລຫິດ ແລະ ເມື່ອ​ພວກເຂົາ​ຖືກ​ຂ້າ, ຂ້ານ້ອຍ​ກໍ​ເຫັນພ້ອມ​ດ້ວຍ.

Uka jalj uñjjattʼäta Copia luraña




ກິດຈະການ 26:10
17 Jak'a apnaqawi uñst'ayäwi  

ປະຊາຊົນ​ຜູ້​ສັດຊື່​ທີ່​ອາໄສ​ຢູ່​ໃນ​ດິນແດນ ຄື​ພວກ​ທີ່​ຂ້ານ້ອຍ​ຊົມຊື່ນ​ຍິນດີ​ກັບ​ພວກເຂົາ.


ພວກເຂົາ​ຊຸກ​ຊະເຕຟາໂນ​ອອກ​ໄປ​ນອກ​ເມືອງ ແລະ​ແກວ່ງ​ກ້ອນຫີນ​ໃສ່ ຄົນ​ທັງຫລາຍ​ທີ່​ເປັນ​ພະຍານ ໄດ້​ແກ້​ເສື້ອ​ຊັ້ນນອກ​ຂອງຕົນ​ອອກ ໄວ້​ໃກ້​ຕີນ​ຊາຍໜຸ່ມ​ຄົນ​ໜຶ່ງ​ທີ່​ຊື່​ວ່າ ໂຊໂລ.


ໂຊໂລ​ກໍ​ເຫັນ​ພ້ອມ​ກັບ​ການ​ຂ້າ​ຊະເຕຟາໂນ. ໃນ​ວັນ​ນັ້ນ​ເອງ ໄດ້​ເກີດ​ມີ​ການ​ຂົ່ມເຫັງ​ຢ່າງ​ໜັກ ຕໍ່​ຄຣິສຕະຈັກ​ໃນ​ນະຄອນ​ເຢຣູຊາເລັມ ພວກ​ລູກສິດ​ທັງໝົດ ເວັ້ນ​ໄວ້​ແຕ່​ພວກ​ອັກຄະສາວົກ ຕ່າງ​ກໍໄດ້​ກະຈັດ​ກະຈາຍ​ໄປ​ທົ່ວ​ແຂວງ​ຢູດາຍ ແລະ​ແຂວງ​ຊາມາເຣຍ.


ສ່ວນ​ໂຊໂລ​ນັ້ນ​ໄດ້​ພະຍາຍາມ​ທຳລາຍ​ຄຣິສຕະຈັກ​ຢ່າງ​ຮຸນແຮງ ໂດຍ​ເຂົ້າ​ໄປ​ຕາມ​ບ້ານ​ເຮືອນ ລາກ​ເອົາ​ບາງຄົນ​ທີ່​ເຊື່ອ​ທັງ​ຊາຍ​ທັງ​ຍິງ​ອອກ​ມາ ແລະ​ນຳ​ໄປ​ຂັງ​ໄວ້​ໃນ​ຄຸກ.


ເມື່ອ​ຄົນ​ທັງຫລາຍ​ໄດ້ຍິນ​ໂຊໂລ​ກ່າວ ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ຖາມ​ວ່າ, “ບໍ່ແມ່ນ​ຄົນ​ນີ້​ບໍ ທີ່​ຂ້າ​ຄົນ​ຜູ້​ທີ່​ຮ້ອງ​ອອກ​ນາມຊື່​ພຣະເຢຊູເຈົ້າ ທີ່​ນະຄອນ​ເຢຣູຊາເລັມ? ລາວ​ມາ​ທີ່​ນີ້ ມີ​ເປົ້າໝາຍ​ເພື່ອ​ຈັບກຸມ​ຄົນ​ເຫຼົ່ານັ້ນ ແລະ​ນຳ​ກັບຄືນ​ໄປ​ຫາ​ບັນດາ​ຫົວໜ້າ​ປະໂຣຫິດ ບໍ່ແມ່ນ​ບໍ?”


ເມື່ອ​ໂຊໂລ​ມາ​ຮອດ​ນະຄອນ​ເຢຣູຊາເລັມ​ແລ້ວ ເພິ່ນ​ກໍ​ພະຍາຍາມ​ຈະ​ເຂົ້າ​ຮ່ວມ​ກັບ​ພວກ​ສິດ, ແຕ່​ພວກ​ເຫຼົ່ານີ້​ຍັງ​ຢ້ານ​ໂຊໂລ​ຢູ່ ແລະ​ບໍ່​ເຊື່ອ​ວ່າ​ເພິ່ນ​ກັບໃຈ​ມາ​ເປັນ​ສິດ​ຄົນ​ໜຶ່ງ​ແລ້ວ.


ຝ່າຍ​ເປໂຕ​ນັ້ນ, ເມື່ອ​ທຽວ​ໄປ​ທຸກ​ທີ່​ທຸກ​ບ່ອນ​ແລ້ວ ເພິ່ນ​ກໍໄດ້​ໄປ​ຢ້ຽມຢາມ​ໄພ່ພົນ​ບໍຣິສຸດ​ຂອງ​ພຣະເຈົ້າ​ທີ່​ຢູ່​ໃນ​ເມືອງ​ລິດດາ.


ຝ່າຍ​ເປໂຕ​ກໍ​ຍື່ນ​ມື​ຊ່ວຍເຫຼືອ​ນາງ​ໃຫ້​ລຸກ​ຂຶ້ນ, ແລ້ວ​ເພິ່ນ​ກໍ​ເອີ້ນ​ພີ່ນ້ອງ​ຜູ້​ທີ່​ເຊື່ອ​ທຸກຄົນ​ເຂົ້າ​ມາ ລວມທັງ​ບັນດາ​ແມ່ໝ້າຍ ແລະ​ເພິ່ນ​ໄດ້​ມອບ​ນາງ​ທີ່​ເປັນ​ຄືນ​ມາ​ຈາກ​ຕາຍ​ນັ້ນ ໃຫ້​ແກ່​ພວກເຂົາ.


ດ້ວຍວ່າ, ເຮົາ​ເປັນ​ຜູ້​ນ້ອຍ​ທີ່ສຸດ ໃນ​ບັນດາ​ອັກຄະສາວົກ​ທຸກຄົນ ເຮົາ​ຈຶ່ງ​ບໍ່​ສົມຄວນ​ໃຫ້​ຄົນ​ເອີ້ນ​ເຮົາ​ວ່າ, ອັກຄະສາວົກ ເພາະ​ເຮົາ​ໄດ້​ຂົ່ມເຫັງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ.


ເພາະວ່າ ເຈົ້າ​ທັງຫລາຍ​ໄດ້ຍິນ​ເຖິງ​ຊີວິດ​ເບື້ອງ​ຫລັງ​ຂອງເຮົາ ເມື່ອ​ເຮົາ​ຍັງ​ຢູ່​ໃນ​ລັດທິ​ຢິວ​ນັ້ນ​ວ່າ ເຮົາ​ໄດ້​ຂົ່ມເຫັງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ຢ່າງ​ຮ້າຍແຮງ​ເຫລືອເກີນ ແລະ​ທຳຮ້າຍ​ຕໍ່​ຄຣິສຕະຈັກ​ນັ້ນ.


ໂປໂລ ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າ​ເຢຊູ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ. ເຖິງ​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ ຜູ້​ທີ່​ເຫຼື້ອມໃສ​ສັດທາ​ໃນ​ພຣະຄຣິດເຈົ້າ​ເຢຊູ.


ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ຍິງ​ຄົນ​ນັ້ນ ເມົາ​ດ້ວຍ​ເລືອດ​ໄພ່ພົນ​ຂອງ​ພຣະເຈົ້າ ແລະ​ດ້ວຍ​ເລືອດ​ຂອງ​ບັນດາ​ຜູ້​ທີ່​ຍອມ​ສະຫລະ​ຊີວິດ ເພາະ​ເປັນ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ. ເມື່ອ​ຂ້າພະເຈົ້າ​ເຫັນ​ຍິງ​ຄົນ​ນັ້ນ​ແລ້ວ ກໍ​ອັດສະຈັນ​ໃຈ​ຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka