Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 24:8 - ພຣະຄຳພີສັກສິ

8 ຖ້າ​ທ່ານ​ເອງ​ຈະ​ສອບຖາມ​ລາວ ທ່ານ​ກໍ​ສາມາດ​ຈະ​ຮູ້​ໄດ້​ຄັກແນ່​ຈາກ​ລາວ] ໃນ​ເລື່ອງ​ທີ່​ພວກ​ຂ້າພະເຈົ້າ​ກ່າວ​ຟ້ອງ​ນີ້.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ຂໍ​ໃຫ້​ທ່ານ​ສືບສວນ​ລາວ​ເອງ ແລ້ວ​ທ່ານ​ຈະ​ຮູ້​ຄວາມຈິງ​ກ່ຽວກັບ​ຂໍ້​ກ່າວຫາ​ທັງໝົດ​ທີ່​ພວກຂ້າພະເຈົ້າ​ກຳລັງ​ນຳ​ມາ​ກ່າວຫາ​ລາວ”.

Uka jalj uñjjattʼäta Copia luraña




ກິດຈະການ 24:8
7 Jak'a apnaqawi uñst'ayäwi  

ແລະ ເວົ້າ​ກັບ​ພວກເຂົາ​ວ່າ, “ເຈົ້າ​ທັງຫລາຍ​ໄດ້​ນຳ​ຊາຍ​ຄົນ​ນີ້​ມາ ແລະ​ກ່າວຫາ​ວ່າ ລາວ​ເປັນ​ຜູ້​ຊັກຊວນ​ປະຊາຊົນ​ໃຫ້​ຫລົງ​ຜິດ ບັດນີ້ ເຮົາ​ສືບສວນ​ລາວ​ຊ້ອງໜ້າ​ພວກເຈົ້າ​ແລ້ວ ແລະ​ເຮົາ​ບໍ່​ເຫັນ​ຄວາມຜິດ​ໃນ​ຂໍ້ໃດ​ຂໍ້ໜຶ່ງ ຕາມ​ທີ່​ພວກເຈົ້າ​ກ່າວຫາ​ລາວ​ນັ້ນ​ແຕ່​ປະການ​ໃດ.


ຕໍ່ມາ ເມື່ອ​ຂ້າພະເຈົ້າ​ໄດ້​ຮັບ​ແຈ້ງ​ວ່າ ພວກ​ຢິວ​ຮ່ວມ​ກັນ​ຄິດ​ແຜນການ​ຊົ່ວຮ້າຍ​ຕໍ່​ຊາຍ​ຄົນ​ນີ້ ຂ້າພະເຈົ້າ​ຈຶ່ງ​ສົ່ງ​ລາວ​ມາ​ຫາ​ພະນະທ່ານ​ທັນທີ ຂ້າພະເຈົ້າ​ໄດ້​ບອກ​ໃຫ້​ໂຈດ ໄປ​ວ່າຄວາມ​ກັນ​ຢູ່​ຕໍ່ໜ້າ​ພະນະທ່ານ.”


ເພິ່ນ​ຈຶ່ງ​ເວົ້າ​ວ່າ, “ເມື່ອ​ພວກ​ໂຈດ​ມາ​ເຖິງ​ແລ້ວ ເຮົາ​ຈະ​ຟັງ​ຄຳ​ໃຫ້​ການ​ຂອງ​ເຈົ້າ.” ແລ້ວ​ເພິ່ນ​ກໍ​ສັ່ງ​ໃຫ້​ຄຸມ​ຕົວ​ໂປໂລ​ໄວ້​ໃນ​ຜາສາດ​ທີ່​ເຮໂຣດ​ໄດ້​ສ້າງ.


ແຕ່​ນາຍພັນ​ລີເຊຍ​ໄດ້​ມາ​ໃຊ້​ກຳລັງ​ຍາດ​ເອົາ​ຕົວ​ລາວ​ໄປ​ຈາກ​ພວກ​ຂ້າພະເຈົ້າ ແລ້ວ​ທ່ານ​ນາຍພັນ​ລີເຊຍ​ກໍ​ສັ່ງ​ໃຫ້​ພວກ​ໂຈດ​ມາ​ຟ້ອງ​ລາວ​ຕໍ່ໜ້າ​ທ່ານ.


ພວກ​ຢິວ​ຕ່າງ​ກໍ​ສະໜັບ​ສະໜູນ​ຄຳ​ກ່າວຫາ​ນີ້ ແລະ​ຢືນຢັນ​ວ່າ​ເລື່ອງລາວ​ທັງໝົດ​ນັ້ນ​ເປັນ​ຄວາມຈິງ.


ດັ່ງນັ້ນ ຈົ່ງ​ໃຫ້​ບັນດາ​ຜູ້​ມີ​ອຳນາດ​ໃນ​ພວກເຈົ້າ​ໄປ​ທີ່​ເມືອງ​ກາຍຊາເຣຍ​ກັບ​ເຮົາ ແລະ​ຟ້ອງ​ຜູ້ກ່ຽວ ຖ້າ​ລາວ​ເຮັດ​ຜິດ​ຢ່າງໃດ​ຢ່າງໜຶ່ງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka