Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 24:6 - ພຣະຄຳພີສັກສິ

6 ອີກ​ປະການ​ໜຶ່ງ ຜູ້ກ່ຽວ​ເຮັດ​ໃຫ້​ພຣະວິຫານ​ເສື່ອມເສຍ​ຄວາມ​ສັກສິດ ແລະ​ພວກ​ຂ້າພະເຈົ້າ​ໄດ້​ຈັບກຸມ​ລາວ​ໄວ້, [ພວກ​ຂ້າພະເຈົ້າ​ໄດ້​ວາງແຜນ​ຕັດສິນ​ລົງໂທດ​ລາວ ຕາມ​ກົດໝາຍ​ຂອງ​ພວກ​ຂ້າພະເຈົ້າ​ເອງ,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ແລະ ຍັງ​ພະຍາຍາມ​ຈະ​ເຮັດ​ໃຫ້​ວິຫານ​ເສື່ອມເສຍ​ຄວາມ​ສັກສິດ; ດັ່ງນັ້ນ ພວກຂ້າພະເຈົ້າ​ຈຶ່ງ​ຈັບກຸມ​ລາວ​ໄວ້.

Uka jalj uñjjattʼäta Copia luraña




ກິດຈະການ 24:6
8 Jak'a apnaqawi uñst'ayäwi  

ປີລາດ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ໃຫ້​ພວກທ່ານ​ເອົາ​ຊາຍ​ຄົນ​ນີ້ ໄປ​ຕັດສິນ​ຕາມ​ກົດໝາຍ​ຂອງ​ພວກທ່ານ​ເອງ​ສາ.” ພວກເຂົາ​ຕອບ​ວ່າ, “ພວກເຮົາ​ບໍ່ໄດ້​ຮັບ​ອະນຸຍາດ​ໃຫ້​ປະຫານ​ຊີວິດ​ຜູ້ໃດ.”


ພວກເຈົ້າ​ໄດ້​ນຳ​ເອົາ​ຄົນ​ເຫຼົ່ານີ້​ມາ ໂດຍ​ທີ່​ພວກເຂົາ​ບໍ່ໄດ້​ເປັນ​ຄົນ​ປຸ້ນ​ວິຫານ ຫລື​ເວົ້າ​ໝິ່ນປະໝາດ​ເທບທິດາ​ຂອງ​ພວກເຮົາ.


ແລ້ວ​ພວກເຂົາ​ຮ້ອງ​ໂວຍວາຍ​ທັງ​ແກ້​ເສື້ອ​ໂຍນ​ໄປມາ ແລະ​ກຳ​ຂີ້ຝຸ່ນ​ຊັດ​ຂຶ້ນ​ໃນ​ອາກາດ.


ເມື່ອ​ພວກ​ຢິວ​ໄດ້​ພົບ​ຂ້ານ້ອຍ​ນັ້ນ ຂ້ານ້ອຍ​ບໍ່ໄດ້​ໂຕ້ຖຽງ​ກັບ​ຜູ້ໃດ​ໃນ​ພຣະວິຫານ​ເລີຍ ແລະ​ພວກເຂົາ​ກໍ​ເຫັນ​ວ່າ ຂ້ານ້ອຍ​ບໍ່ໄດ້​ຍຸແຍ່​ປະຊາຊົນ​ໃຫ້​ລຸກຮື້ຂຶ້ນ​ທັງ​ໃນ​ທຳມະສາລາ ຫລື​ໃນ​ບ່ອນ​ໃດໆ​ດ້ວຍ.


ແຕ່​ນາຍພັນ​ລີເຊຍ​ໄດ້​ມາ​ໃຊ້​ກຳລັງ​ຍາດ​ເອົາ​ຕົວ​ລາວ​ໄປ​ຈາກ​ພວກ​ຂ້າພະເຈົ້າ ແລ້ວ​ທ່ານ​ນາຍພັນ​ລີເຊຍ​ກໍ​ສັ່ງ​ໃຫ້​ພວກ​ໂຈດ​ມາ​ຟ້ອງ​ລາວ​ຕໍ່ໜ້າ​ທ່ານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka