Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 24:3 - ພຣະຄຳພີສັກສິ

3 ພວກ​ຂ້າພະເຈົ້າ​ຍິນດີ​ຮັບ​ເອົາ​ການ​ປະຕິຮູບ​ນີ້ ໃນ​ທົ່ວ​ທຸກ​ບ່ອນ ແລະ​ຕະຫລອດ​ເວລາ ແລະ​ທັງ​ຮູ້ສຶກ​ຢ່າງ​ເລິກເຊິ່ງ​ວ່າ​ໄດ້​ເປັນ​ໜີ້​ບຸນຄຸນ​ຕໍ່​ທ່ານ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ທ່ານ​ເຟລິກ​ທີ່​ນັບຖື, ພວກ​ຂ້າພະເຈົ້າ​ນ້ອມຮັບ​ສິ່ງ​ນີ້​ດ້ວຍ​ຄວາມສຳນຶກ​ໃນ​ບຸນຄຸນ​ຢ່າງ​ຍິ່ງ​ໃນ​ທຸກຫົນທຸກແຫ່ງ ແລະ ໃນ​ທຸກໆ​ດ້ານ.

Uka jalj uñjjattʼäta Copia luraña




ກິດຈະການ 24:3
7 Jak'a apnaqawi uñst'ayäwi  

ດັ່ງນັ້ນແຫລະ ທ່ານ​ເທໂອຟີໂລ​ທີ່​ນັບຖື ຫລັງຈາກ​ທີ່​ຂ້າພະເຈົ້າ​ໄດ້​ສຶກສາ​ຢ່າງ​ຖີ່ຖ້ວນ​ຮອບຄອບ ເຖິງ​ສິ່ງ​ເຫຼົ່ານີ້​ທັງໝົດ​ແລ້ວ​ຕັ້ງແຕ່​ຕົ້ນ ຂ້າພະເຈົ້າ​ຈຶ່ງ​ເຫັນ​ດີ​ຮຽບຮຽງ​ເລື່ອງລາວ​ຕາມ​ລຳດັບ​ເພື່ອ​ປະໂຫຍດ​ແກ່​ທ່ານ.


ຈົ່ງ​ຈັດຫາ​ມ້າ​ບາງ​ໂຕ​ໃຫ້​ໂປໂລ​ຂີ່ ແລະ​ສົ່ງ​ລາວ​ໄປ​ໃຫ້​ປອດໄພ​ເຖິງ​ຜູ້​ປົກຄອງ​ເຟລິກ.”


“ຂ້າພະເຈົ້າ ກລາວດີໂອລີເຊຍ ກາບຮຽນ​ພະນະທ່ານ​ເຟລິກ​ຜູ້​ປົກຄອງ.


ພໍ​ມາ​ເຖິງ​ເມືອງ​ກາຍຊາເຣຍ​ແລ້ວ ພວກ​ທະຫານ​ມ້າ​ກໍ​ມອບ​ຈົດໝາຍ​ໃຫ້​ຜູ້​ປົກຄອງ ແລະ​ມອບ​ໂປໂລ​ໃຫ້​ເພິ່ນ​ດ້ວຍ.


ເມື່ອ​ໂປໂລ​ຖືກ​ນຳ​ຕົວ​ເຂົ້າ​ມາ​ແລ້ວ ເຕຕູໂລ​ກໍ​ເລີ່ມ​ກ່າວ​ຟ້ອງ​ວ່າ, “ກາບຮຽນ​ພະນະທ່ານ​ເຟລິກ​ທີ່​ນັບຖື ພາຍໃຕ້​ການນຳພາ​ອັນ​ສະຫລາດ​ສ່ອງໃສ​ຂອງທ່ານ, ພວກ​ຂ້າພະເຈົ້າ​ໄດ້​ມີ​ຄວາມ​ສະຫງົບສຸກ​ເປັນ​ເວລາ​ຍາວນານ ແລະ​ການ​ປະຕິຮູບ​ອັນ​ຈຳເປັນ​ຫລາຍ​ຢ່າງ ກໍ​ມີ​ຜົນ​ດີ​ແກ່​ປະເທດ​ຊາດ​ຂອງ​ພວກ​ຂ້າພະເຈົ້າ.


ແຕ່​ເພື່ອ​ບໍ່​ໃຫ້​ທ່ານ​ເສຍ​ເວລາ​ເກີນໄປ ຂ້າພະເຈົ້າ​ຈຶ່ງ​ຂໍ​ຄວາມ​ກະລຸນາ​ຈາກ​ທ່ານ ໂຜດ​ຟັງ​ຂ້າພະເຈົ້າ​ກ່າວ​ເລື່ອງລາວ​ຂອງ​ພວກ​ຂ້າພະເຈົ້າ​ຢ່າງ​ສັ້ນໆ.


ໂປໂລ​ຕອບ​ວ່າ, “ພະນະທ່ານ ຂ້ານ້ອຍ​ບໍ່ໄດ້​ເປັນ​ບ້າ ຂ້ານ້ອຍ​ກຳລັງ​ກ່າວ​ຄວາມຈິງ​ອັນ​ສົມເຫດ​ສົມຜົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka