Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 24:12 - ພຣະຄຳພີສັກສິ

12 ເມື່ອ​ພວກ​ຢິວ​ໄດ້​ພົບ​ຂ້ານ້ອຍ​ນັ້ນ ຂ້ານ້ອຍ​ບໍ່ໄດ້​ໂຕ້ຖຽງ​ກັບ​ຜູ້ໃດ​ໃນ​ພຣະວິຫານ​ເລີຍ ແລະ​ພວກເຂົາ​ກໍ​ເຫັນ​ວ່າ ຂ້ານ້ອຍ​ບໍ່ໄດ້​ຍຸແຍ່​ປະຊາຊົນ​ໃຫ້​ລຸກຮື້ຂຶ້ນ​ທັງ​ໃນ​ທຳມະສາລາ ຫລື​ໃນ​ບ່ອນ​ໃດໆ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ຜູ້​ທີ່​ກ່າວຫາ​ຂ້າພະເຈົ້າ​ບໍ່​ໄດ້​ເຫັນ​ວ່າ​ຂ້າພະເຈົ້າ​ໂຕ້ຖຽງ​ກັບ​ຜູ້ໃດ​ທີ່​ວິຫານ, ຫລື ປຸກລະດົມ​ຄົນ​ໃນ​ທຳມະສາລາ​ຕ່າງໆ ຫລື ບ່ອນອື່ນ​ໃນ​ເມືອງ.

Uka jalj uñjjattʼäta Copia luraña




ກິດຈະການ 24:12
6 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຢຊູເຈົ້າ ແລະ​ສາວົກ​ສາມ​ຄົນ​ກັບ​ມາ​ຮອດ​ບ່ອນ​ທີ່​ສາວົກ​ຄົນອື່ນໆ​ຢູ່​ນັ້ນ ກໍ​ເຫັນ​ຄົນ​ໝູ່ໃຫຍ່​ອ້ອມ​ພວກເຂົາ ແລະ​ມີ​ພວກ​ທຳມະຈານ​ກຳລັງ​ໂຕ້ຖຽງ​ກັບ​ພວກເຂົາ​ຢູ່.


ທ່ານ​ຖາມ​ເຮົາ​ເຮັດ​ຫຍັງ? ຈົ່ງ​ຖາມ​ພວກ​ທີ່​ໄດ້ຍິນ​ເຮົາ​ໄດ້​ກ່າວ ວ່າ​ເຮົາ​ໄດ້​ເວົ້າ​ຫຍັງ​ແດ່​ກັບ​ພວກເຂົາ ພວກເຂົາ​ຮູ້​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ.”


ໃນ​ຂະນະທີ່​ຂ້ານ້ອຍ​ກຳລັງ​ປະຕິບັດ​ສິ່ງ​ນີ້​ຢູ່​ນັ້ນ​ເອງ ທີ່​ພວກເຂົາ​ໄດ້​ພົບ​ຂ້ານ້ອຍ​ໃນ​ບໍລິເວນ​ພຣະວິຫານ ຂະນະທີ່​ຂ້ານ້ອຍ​ໄດ້​ປະກອບ​ພິທີ​ຊຳລະ​ຕົວ​ແລ້ວ, ບໍ່ມີ​ຜູ້​ສ້າງ​ຄວາມ​ປັ່ນປ່ວນ​ໃດໆ​ຢູ່​ກັບ​ຂ້ານ້ອຍ ແລະ​ບໍ່ມີ​ຜູ້​ກໍ່​ການ​ວຸ້ນວາຍ​ໃດໆ.


ພວກ​ຂ້າພະເຈົ້າ​ເຫັນ​ວ່າ ຊາຍ​ຄົນ​ນີ້​ເປັນ​ໄພ​ອັນຕະລາຍ​ຢ່າງ​ຮ້າຍແຮງ​ຕໍ່​ບ້ານ​ເມືອງ, ລາວ​ຍຸແຍ່​ໃຫ້​ເກີດ​ຄວາມ​ວຸ້ນວາຍ​ຂຶ້ນ ໃນ​ທ່າມກາງ​ພວກ​ຢິວ​ທົ່ວ​ໂລກນີ້ ແລະ​ລາວ​ກໍ​ເປັນ​ຜູ້ນຳ​ຂອງ​ລັດທິ​ນາຊາເຣັດ.


ແຕ່​ໂປໂລ​ກ່າວ​ແກ້​ຄະດີ​ວ່າ, “ຂ້ານ້ອຍ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ຕໍ່ສູ້​ກົດໝາຍ​ຂອງ​ພວກ​ຢິວ, ຕໍ່ສູ້​ພຣະວິຫານ ແລະ​ຕໍ່ສູ້​ຈັກກະພັດ​ໂຣມ.”


ສາມ​ວັນ​ຕໍ່ມາ ໂປໂລ​ໄດ້​ເຊີນ​ບັນດາ​ຫົວໜ້າ​ຂອງ​ພວກ​ຢິວ​ມາ​ປະຊຸມ. ເມື່ອ​ມາ​ພ້ອມໜ້າກັນ​ແລ້ວ ເພິ່ນ​ຈຶ່ງ​ໄດ້ກ່າວ​ແກ່​ພວກເຂົາ​ວ່າ, “ພີ່ນ້ອງ​ທັງຫຼາຍ​ເອີຍ ເຖິງ​ແມ່ນ​ວ່າ​ຂ້າພະເຈົ້າ​ບໍ່ໄດ້​ເຮັດຜິດ​ສິ່ງໃດ​ຕໍ່​ປະຊາຊົນ​ຂອງ​ພວກເຮົາ, ຫລື​ຜິດຕໍ່​ທຳນຽມ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ກໍຕາມ, ແຕ່​ຂ້າພະເຈົ້າ​ກໍ​ຍັງ​ຕົກ​ເປັນ​ນັກໂທດ​ໃນ​ນະຄອນ​ເຢຣູຊາເລັມ ແລະ​ໄດ້ຖືກ​ມອບ​ໃຫ້​ຢູ່​ໃນ​ມື​ຂອງ​ພວກ​ໂຣມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka