Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 24:11 - ພຣະຄຳພີສັກສິ

11 ທ່ານ​ຄົງ​ສືບຊາບ​ຮູ້​ໄດ້​ວ່າ ຕັ້ງແຕ່​ຂ້ານ້ອຍ​ໄດ້​ໄປ​ນະມັດສະການ​ທີ່​ນະຄອນ​ເຢຣູຊາເລັມ ຍັງ​ບໍ່ໄດ້​ເກີນ​ສິບສອງ​ວັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ທ່ານ​ສາມາດ​ກວດສອບ​ໄດ້​ຢ່າງ​ງ່າຍ​ວ່າ​ຂ້າພະເຈົ້າ​ໄດ້​ຂຶ້ນ​ໄປ​ນະມັດສະການ​ທີ່​ເຢຣູຊາເລັມ​ນັ້ນ​ຍັງ​ບໍ່​ເກີນ​ສິບສອງ​ວັນ.

Uka jalj uñjjattʼäta Copia luraña




ກິດຈະການ 24:11
8 Jak'a apnaqawi uñst'ayäwi  

ວັນ​ຕໍ່ມາ ໂປໂລ​ກັບ​ພວກເຮົາ​ໄດ້​ໄປ​ຢ້ຽມຢາມ​ຢາໂກໂບ ແລະ​ເຖົ້າແກ່​ທຸກຄົນ​ໃນ​ຄຣິສຕະຈັກ​ກໍ​ມີ​ໜ້າ​ຢູ່​ທີ່​ນັ້ນ​ດ້ວຍ.


ຍ້ອນ​ນາຍພັນ​ຢາກ​ຮູ້​ພວກ​ຢິວ​ກ່າວຫາ​ໂປໂລ​ດ້ວຍ​ເຫດ​ອັນ​ໃດ​ແທ້, ສະນັ້ນ ຕົກ​ວັນ​ໜ້າ​ມາ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ທະຫານ​ແກ້​ໂສ້​ທີ່​ລ່າມ​ໂປໂລ​ອອກ ແລະ​ທັງ​ສັ່ງ​ໃຫ້​ບັນດາ​ຫົວໜ້າ​ປະໂຣຫິດ​ກັບ​ບັນດາ​ສະມາຊິກ​ຂອງ​ສະພາ​ສູງສຸດ​ມາ​ປະຊຸມ​ກັນ ແລ້ວ​ນາຍພັນ​ກໍ​ພາ​ໂປໂລ​ໄປ ແລະ​ໃຫ້​ຢືນ​ຢູ່​ຕໍ່ໜ້າ​ພວກເຂົາ.


ໃນ​ຄືນ​ນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຢືນ​ຢູ່​ໃກ້​ໂປໂລ ແລະ​ກ່າວ​ວ່າ, “ຢ່າ​ສູ່​ຢ້ານ ເຈົ້າ​ເປັນ​ພະຍານ​ໃຫ້​ແກ່​ເຮົາ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ນີ້​ແລ້ວ​ຢ່າງ​ໃດ ເຈົ້າ​ກໍ​ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ​ຢູ່​ໃນ​ນະຄອນ​ໂຣມ​ຢ່າງ​ນັ້ນ.”


ແລ້ວ​ນາຍພັນ​ກໍ​ເອີ້ນ​ນາຍຮ້ອຍ​ສອງ​ຄົນ​ຂອງຕົນ​ມາ ແລະ​ສັ່ງ​ວ່າ, “ຈົ່ງ​ຈັດຕຽມ​ເອົາ​ທະຫານ​ສອງຮ້ອຍ​ຄົນ ເພື່ອ​ເດີນທາງ​ໄປ​ທີ່​ເມືອງ​ກາຍຊາເຣຍ ພ້ອມ​ນີ້​ໃຫ້​ເອົາ​ທະຫານ​ມ້າ​ເຈັດສິບ​ຄົນ ກັບ​ທະຫານ​ຫອກ​ສອງຮ້ອຍ​ຄົນ​ໄປ​ນຳ ແລະ​ໃຫ້​ຕຽມພ້ອມ​ອອກ​ເດີນທາງ​ໃນ​ເວລາ​ເກົ້າ​ໂມງ​ຂອງ​ຄືນ​ນີ້.


ເມື່ອ​ຜ່ານ​ໄປ​ໄດ້​ຫ້າ​ວັນ​ແລ້ວ ອານາເນຍ​ມະຫາ​ປະໂຣຫິດ​ກໍໄດ້​ເດີນທາງ​ໄປ​ທີ່​ເມືອງ​ກາຍຊາເຣຍ ກັບ​ພວກ​ເຖົ້າແກ່​ບາງຄົນ ແລະ​ທະນາຍຄວາມ​ຄົນ​ໜຶ່ງ​ຊື່​ວ່າ ເຕຕູໂລ, ພວກເຂົາ​ໄດ້​ມາ​ສະເໜີ​ຕົວ​ເພື່ອ​ຍື່ນ​ຄະດີ​ຟ້ອງ​ໂປໂລ​ຕໍ່ໜ້າ​ຜູ້​ປົກຄອງ​ເຟລິກ.


“ຫລັງຈາກ​ທີ່​ຂ້ານ້ອຍ​ໄດ້​ຈາກ​ນະຄອນ​ເຢຣູຊາເລັມ​ໄປ ເປັນ​ເວລາ​ຫລາຍ​ປີ​ແລ້ວ, ຂ້ານ້ອຍ​ກໍ​ກັບຄືນ​ມາ​ນະຄອນ​ນີ້​ອີກ ເພື່ອ​ນຳ​ເອົາ​ເງິນ​ຊ່ວຍເຫລືອ​ມາ​ໃຫ້​ປະຊາຊົນ​ຂອງ​ຂ້ານ້ອຍ ແລະ ເພື່ອ​ຖວາຍບູຊາ​ແກ່​ພຣະເຈົ້າ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka