Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 24:10 - ພຣະຄຳພີສັກສິ

10 ແລ້ວ​ຜູ້​ປົກຄອງ​ກໍ​ໃຫ້​ສັນຍານ​ແກ່​ໂປໂລ​ເວົ້າ ແລະ​ໂປໂລ​ຈຶ່ງ​ກ່າວ​ວ່າ, “ເນື່ອງ​ຈາກ​ຂ້ານ້ອຍ​ຮູ້​ວ່າ ພະນະທ່ານ​ເປັນ​ຜູ້​ພິພາກສາ​ຂອງ​ຊົນຊາດ​ນີ້​ໄດ້​ຫລາຍ​ປີ​ມາ​ແລ້ວ. ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ຂໍ​ກ່າວ​ແກ້​ຄະດີ​ຕໍ່ໜ້າ​ທ່ານ​ດ້ວຍ​ໃຈ​ຊື່ນ​ຍິນດີ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ເມື່ອ​ຜູ້ປົກຄອງ​ສັນຍານ​ໃຫ້​ໂປໂລ​ເວົ້າ, ເພິ່ນ​ຈຶ່ງ​ຕອບ​ວ່າ: “ຂ້າພະເຈົ້າ​ຮູ້​ວ່າ​ທ່ານ​ເປັນ​ຜູ້ພິພາກສາ​ໃຫ້​ຊົນຊາດ​ນີ້​ມາ​ຕະຫລອດ​ຫລາຍ​ປີ; ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ຍິນດີ​ທີ່​ຈະ​ຂໍ​ແກ້​ຂໍ້​ກ່າວຫາ​ຂອງ​ຕົນ​ເອງ.

Uka jalj uñjjattʼäta Copia luraña




ກິດຈະການ 24:10
12 Jak'a apnaqawi uñst'ayäwi  

“ເມື່ອ​ພວກເຂົາ​ນຳ​ພວກເຈົ້າ​ໄປ​ສອບສວນ​ໃນ​ທຳມະສາລາ ຫລື​ຕໍ່ໜ້າ​ບັນດາ​ຜູ້​ປົກຄອງ ຫລື​ຜູ້​ມີ​ສິດ​ອຳນາດ ຢ່າ​ສູ່​ຄິດ​ກະວົນ​ກະວາຍ​ວ່າ ຈະ​ປ້ອງກັນ​ຕົວ​ເອງ​ຢ່າງ​ໃດ ຫລື​ຈະ​ເວົ້າ​ຢ່າງ​ໃດ.


ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ຊາຍ​ເອີຍ ຜູ້ໃດ​ໄດ້​ຕັ້ງ​ເຮົາ​ໃຫ້​ເປັນ​ຜູ້​ຕັດສິນ​ຄວາມ ຫລື​ເປັນ​ຜູ້​ແບ່ງປັນ​ມໍຣະດົກ​ລະຫວ່າງ​ພວກເຈົ້າ?”


ພຣະອົງ​ຊົງ​ກ່າວ​ວ່າ, “ໃນ​ເມືອງ​ໜຶ່ງ​ຍັງ​ມີ​ຕຸລາການ​ຜູ້ໜຶ່ງ ທີ່​ບໍ່​ຢຳເກງ​ພຣະເຈົ້າ ແລະ​ບໍ່​ສົນໃຈ​ກັບ​ເພື່ອນ​ມະນຸດ.


ເປໂຕ​ໃຊ້​ມື​ເຮັດ​ສັນຍານ​ໃຫ້​ພວກເຂົາ​ມິດ ແລະ​ໄດ້​ເລົ່າ​ໃຫ້​ພວກເຂົາ​ຟັງ ເຖິງ​ເລື່ອງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ນຳ​ຕົນ​ອອກ​ມາ​ຈາກ​ຄຸກ​ຢ່າງ​ໃດ ແລ້ວ​ເປໂຕ​ໄດ້​ສັ່ງ​ວ່າ, “ຈົ່ງ​ບອກ​ເລື່ອງ​ນີ້​ໃຫ້​ຢາໂກໂບ ແລະ​ພວກ​ພີ່ນ້ອງ​ທີ່​ເຊື່ອ​ທັງຫລາຍ​ໃຫ້​ຮູ້​ດ້ວຍ.” ເມື່ອ​ເພິ່ນ​ສັ່ງ​ແລ້ວ​ກໍ​ອອກ​ໄປ​ທີ່​ອື່ນ.


ແລ້ວ​ໂປໂລ​ກໍ​ລຸກ​ຂຶ້ນ ໃຊ້​ມື​ເປັນ​ສັນຍານ ແລະ​ກ່າວ​ວ່າ, “ຊາວ​ອິດສະຣາເອນ ແລະ​ທ່ານ​ທັງຫລາຍ​ທີ່​ຢຳເກງ​ພຣະເຈົ້າ​ເອີຍ ເຊີນ​ຟັງ​ເທີ້ນ


ແຕ່​ໃນ​ເມື່ອ​ເປັນ​ການ ໂຕ້ຖຽງ​ກັນ​ເຖິງ​ເລື່ອງ​ຖ້ອຍຄຳ​ກັບ​ຊື່​ຕ່າງໆ ແລະ​ເລື່ອງ​ກົດບັນຍັດ​ຂອງ​ເຈົ້າ​ທັງຫລາຍ​ແລ້ວ ກໍ​ໃຫ້​ເປັນ​ທຸລະ​ຂອງ​ພວກເຈົ້າ​ເອງ, ເຮົາ​ບໍ່​ຢາກ​ເປັນ​ຜູ້​ຕັດສິນ​ໃນ​ເລື່ອງ​ຢ່າງ​ນີ້.”


ບາງຄົນ​ໃນ​ປະຊາຊົນ​ໄດ້​ອະທິບາຍ​ເລື່ອງ​ສູ່​ອາເລັກຊັນເດີ ຜູ້​ທີ່​ພວກ​ຢິວ​ຊຸກ​ໃຫ້​ອອກ​ໄປ​ຂ້າງ​ໜ້າ ແລ້ວ​ອາເລັກຊັນເດີ​ກໍ​ໃຊ້​ມື​ເປັນ​ສັນຍານ​ໃຫ້​ປະຊາຊົນ​ງຽບ ແລະ​ພະຍາຍາມ​ທີ່​ຈະ​ກ່າວ​ແກ້​ແທນ​ເປັນ​ການ​ປ້ອງກັນ.


ເມື່ອ​ນາຍພັນ​ອະນຸຍາດ​ແລ້ວ ໂປໂລ​ກໍ​ຢືນ​ຂຶ້ນ​ທີ່​ຂັ້ນໄດ ແລະ​ໃຊ້​ມື​ເຮັດ​ສັນຍານ​ໃຫ້​ປະຊາຊົນ​ງຽບ ເມື່ອ​ພວກເຂົາ​ງຽບ​ແລ້ວ​ໂປໂລ​ກໍ​ກ່າວ​ແກ່​ພວກເຂົາ​ເປັນ​ພາສາ​ເຮັບເຣີ​ວ່າ,


ຈົ່ງ​ຈັດຫາ​ມ້າ​ບາງ​ໂຕ​ໃຫ້​ໂປໂລ​ຂີ່ ແລະ​ສົ່ງ​ລາວ​ໄປ​ໃຫ້​ປອດໄພ​ເຖິງ​ຜູ້​ປົກຄອງ​ເຟລິກ.”


ແລ້ວ​ກະສັດ​ອັກຄຼີປາ​ກໍ​ກ່າວ​ແກ່​ໂປໂລ​ວ່າ, “ບັດນີ້ ເຮົາ​ອະນຸຍາດ​ໃຫ້​ເຈົ້າ​ກ່າວ​ແກ້​ຄະດີ​ໄດ້.” ດັ່ງນັ້ນ ໂປໂລ​ຈຶ່ງ​ຢຽດ​ມື​ອອກ ແລະ​ກ່າວ​ແກ້​ຄະດີ​ວ່າ,


ແຕ່​ໃນ​ໃຈ​ຂອງ​ເຈົ້າ​ທັງຫລາຍ ຈົ່ງ​ເຄົາຣົບ​ນັບຖື​ພຣະຄຣິດ​ວ່າ ເປັນ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ມີ​ໃຈ​ພ້ອມ​ຢູ່​ສະເໝີ ເພື່ອ​ພວກເຈົ້າ​ຈະ​ສາມາດ​ຕອບ​ແກ້​ຕົວ​ໄດ້​ຕໍ່​ທຸກຄົນ​ທີ່​ຖາມ​ພວກເຈົ້າ​ວ່າ, ເຈົ້າ​ມີ​ເຫດຜົນ​ປະການ​ໃດ​ຈຶ່ງ​ມີ​ຄວາມຫວັງ​ຢ່າງ​ນີ້.


ຖ້າ​ຜູ້ໃດ​ຜູ້ໜຶ່ງ​ເຮັດ​ຜິດ​ຕໍ່​ຜູ້​ອື່ນ ພຣະເຈົ້າ​ປ້ອງກັນ​ລາວ​ໄວ້​ໄດ້, ແຕ່​ຜູ້ໃດ​ຈະ​ປ້ອງກັນ​ຜູ້ໜຶ່ງ​ທີ່​ເຮັດ​ຜິດ​ຕໍ່​ພຣະເຈົ້າຢາເວ​ໄດ້?” ແຕ່​ພວກເຂົາ​ບໍ່​ຟັງຄວາມ​ພໍ່​ຂອງ​ພວກເຂົາ ເພາະ​ພຣະເຈົ້າຢາເວ​ໄດ້​ຕັດສິນໃຈ​ໄວ້​ແລ້ວ​ວ່າ​ພຣະອົງ​ຈະ​ຂ້າ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka