Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 23:6 - ພຣະຄຳພີສັກສິ

6 ເມື່ອ​ໂປໂລ​ສັງເກດ​ເຫັນ​ວ່າ ໃນ​ກອງ​ປະຊຸມ​ຂອງ​ສະພາ​ສູງສຸດ​ນີ້ ຄົນ​ສ່ວນ​ໜຶ່ງ​ເປັນ​ພວກ​ຊາດູກາຍ ແລະ​ຄົນ​ສ່ວນ​ໜຶ່ງ​ອີກ​ເປັນ​ພວກ​ຟາຣີຊາຍ. ດັ່ງນັ້ນ ເພິ່ນ​ຈຶ່ງ​ຮ້ອງ​ຂຶ້ນ​ຕໍ່ໜ້າ​ກອງ​ປະຊຸມ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ, ຂ້າພະເຈົ້າ​ເປັນ​ຟາຣີຊາຍ ແລະ​ເປັນ​ລູກ​ຂອງ​ຄົນ​ຟາຣີຊາຍ. ຂ້າພະເຈົ້າ​ຖືກ​ນຳ​ຕົວ​ມາ​ພິພາກສາ​ຢູ່​ທີ່​ນີ້ ກໍ​ເພາະ​ຂ້າພະເຈົ້າ​ມີ​ຄວາມຫວັງ​ວ່າ ຄົນ​ຕາຍ​ຈະ​ເປັນ​ຄືນ​ມາ​ສູ່​ຊີວິດ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ເມື່ອ​ໂປໂລ​ຮູ້​ວ່າ​ບາງຄົນ​ໃນ​ພວກເຂົາ​ເປັນ​ພວກ​ຊາດູກາຍ ແລະ ບາງຄົນ​ກໍ​ເປັນ​ຟາຣີຊາຍ, ເພິ່ນ​ຈຶ່ງ​ຮ້ອງ​ຂຶ້ນ​ຕໍ່ໜ້າ​ສະພາ​ແຊນເຮດຣິນ​ວ່າ, “ພີ່ນ້ອງ​ທັງຫລາຍ, ຂ້າພະເຈົ້າ​ເປັນ​ຄົນຟາຣີຊາຍ, ສືບເຊື້ອສາຍ​ມາ​ຈາກ​ຟາຣີຊາຍ. ຂ້າພະເຈົ້າ​ຖືກ​ພິຈາລະນາ​ຄະດີ​ກໍ​ເພາະ​ຂ້າພະເຈົ້າ​ມີ​ຄວາມຫວັງ​ໃນ​ການ​ເປັນຄືນມາຈາກຕາຍ”.

Uka jalj uñjjattʼäta Copia luraña




ກິດຈະການ 23:6
17 Jak'a apnaqawi uñst'ayäwi  

“ເບິ່ງແມ! ເຮົາ​ໃຊ້​ພວກເຈົ້າ​ອອກ​ໄປ​ເໝືອນ​ແກະ​ຢູ່​ໃນ​ທ່າມກາງ​ຝູງ​ໝາໄນ. ສະນັ້ນ ຈົ່ງ​ສະຫລາດ​ເໝືອນ​ງູ ແລະ​ອ່ອນສຸພາບ​ເໝືອນ​ນົກເຂົາ.


ໃນ​ວັນ​ດຽວກັນ​ນັ້ນ ພວກ​ຊາດູກາຍ​ບາງຄົນ​ກໍ​ມາ​ຫາ​ພຣະເຢຊູເຈົ້າ ພວກ​ນີ້​ຖື​ວ່າ​ມະນຸດ​ຈະ​ບໍ່​ເປັນ​ຄືນ​ມາ​ຈາກ​ຕາຍ, ພວກເຂົາ​ຖາມ​ພຣະອົງ​ວ່າ,


ພໍ​ໂຢຮັນ​ເຫັນ​ພວກ​ຟາຣີຊາຍ​ແລະ​ພວກ​ຊາດູກາຍ​ຢ່າງ​ຫລວງຫລາຍ​ມາ​ຫາ​ຕົນ ເພື່ອ​ຮັບ​ບັບຕິສະມາ ເພິ່ນ​ຈຶ່ງ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ພວກ​ຊາດ​ງູ​ຮ້າຍ​ເອີຍ ຜູ້ໃດ​ໄດ້​ບອກ​ພວກເຈົ້າ​ໃຫ້​ປົບໜີ​ຈາກ​ການ​ຕັດສິນ​ຂອງ​ພຣະເຈົ້າ ທີ່​ໃກ້​ຈະ​ມາ​ເຖິງ​ນັ້ນ?


“ຂ້າພະເຈົ້າ​ເປັນ​ຄົນ​ຢິວ​ເກີດ​ທີ່​ເມືອງ​ຕາໂຊ ໃນ​ແຂວງ​ກີລີເກຍ, ແຕ່​ຂ້າພະເຈົ້າ​ໄດ້​ໃຫຍ່​ຂຶ້ນ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ນີ້​ເອງ ແລະ​ເຄີຍ​ເປັນ​ລູກສິດ​ຂອງ​ອາຈານ​ຄາມາລິເອັນ ຜູ້​ທີ່​ໄດ້​ສັ່ງສອນ​ຂ້າພະເຈົ້າ ໃຫ້​ຮູ້​ກົດບັນຍັດ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ຢ່າງ​ເຄັ່ງຄັດ, ເຄີຍ​ຮ້ອນຮົນ​ໃນ​ການ​ອຸທິດ​ຕົວ​ແກ່​ພຣະເຈົ້າ ເໝືອນ​ທ່ານ​ທຸກຄົນ​ໃນວັນນີ້.


ຍ້ອນ​ນາຍພັນ​ຢາກ​ຮູ້​ພວກ​ຢິວ​ກ່າວຫາ​ໂປໂລ​ດ້ວຍ​ເຫດ​ອັນ​ໃດ​ແທ້, ສະນັ້ນ ຕົກ​ວັນ​ໜ້າ​ມາ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ທະຫານ​ແກ້​ໂສ້​ທີ່​ລ່າມ​ໂປໂລ​ອອກ ແລະ​ທັງ​ສັ່ງ​ໃຫ້​ບັນດາ​ຫົວໜ້າ​ປະໂຣຫິດ​ກັບ​ບັນດາ​ສະມາຊິກ​ຂອງ​ສະພາ​ສູງສຸດ​ມາ​ປະຊຸມ​ກັນ ແລ້ວ​ນາຍພັນ​ກໍ​ພາ​ໂປໂລ​ໄປ ແລະ​ໃຫ້​ຢືນ​ຢູ່​ຕໍ່ໜ້າ​ພວກເຂົາ.


ເລື່ອງ​ນີ້​ມະຫາ​ປະໂຣຫິດ​ກັບ​ບັນດາ​ເຖົ້າແກ່​ທີ່​ເປັນ​ສະມາຊິກ​ຂອງ​ສະພາ​ສູງສຸດ​ທຸກຄົນ ຄົງ​ຢືນຢັນ​ໄດ້​ວ່າ​ຂ້າພະເຈົ້າ​ເວົ້າ​ຄວາມຈິງ, ຂ້າພະເຈົ້າ​ໄດ້​ຮັບ​ໜັງສື​ຈາກ​ພວກເພິ່ນ ແລະ​ຖື​ໄປ​ຫາ​ບັນດາ​ພີ່ນ້ອງ​ຊາວ​ຢິວ​ທີ່​ເມືອງ​ດາມັສກັດ ເພື່ອ​ຈະ​ຈັບ​ເອົາ​ພວກ​ຄົນ​ທີ່​ເຊື່ອ​ຢູ່​ໃນ​ທີ່ນັ້ນ ແລະ​ນຳ​ພວກເຂົາ​ມາ​ທີ່​ນະຄອນ​ເຢຣູຊາເລັມ​ເພື່ອ​ລົງໂທດ.”


ຝ່າຍ​ໂປໂລ​ຈຶ່ງ​ຈ້ອງ​ຕາ​ເບິ່ງ​ກອງ​ປະຊຸມ​ນັ້ນ ແລະ​ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ນີ້​ໄດ້​ດຳເນີນ​ຊີວິດ​ຕໍ່​ພຣະພັກ​ຂອງ​ພຣະເຈົ້າ ລ້ວນແຕ່​ຕາມ​ທີ່​ໃຈ​ສຳນຶກ​ຜິດແລະຊອບ​ທີ່​ດີ​ຈົນເຖິງ​ທຸກ​ວັນນີ້.”


ບັດນີ້ ຈົ່ງ​ໃຫ້​ພວກທ່ານ​ພ້ອມກັບ​ກອງ​ປະຊຸມ​ຂອງ​ສະພາ​ສູງສຸດ ໄປ​ຂໍ​ອະນຸຍາດ​ນາຍພັນ​ໃຫ້​ນຳ​ໂປໂລ​ມາ ໂດຍ​ອ້າງ​ເຫດຜົນ​ກັບ​ເພິ່ນ​ວ່າ, ພວກທ່ານ​ຕ້ອງການ​ຮູ້​ເລື່ອງ​ຜູ້​ກ່ຽວ​ໃຫ້​ຄັກແນ່​ຕື່ມ​ອີກ, ສ່ວນ​ພວກເຮົາ​ນັ້ນ​ກໍ​ພ້ອມແລ້ວ​ທີ່​ຈະ​ຂ້າ​ລາວ ກ່ອນ​ລາວ​ມາ​ເຖິງ​ທີ່​ນີ້.”


ຊາຍ​ໜຸ່ມ​ຈຶ່ງ​ຕອບ​ວ່າ, “ພວກ​ຢິວ​ໄດ້​ຕົກລົງ​ກັນ​ວ່າ ຂໍ​ໃຫ້​ທ່ານ​ພາ​ໂປໂລ​ລົງ​ໄປ​ທີ່​ກອງ​ປະຊຸມ​ຂອງ​ສະພາ​ສູງສຸດ​ໃນ​ມື້ອື່ນ ໂດຍ​ອ້າງ​ເຫດຜົນ​ວ່າ ກອງ​ປະຊຸມ​ຕ້ອງການ​ຮູ້​ເລື່ອງ​ຜູ້ກ່ຽວ​ໃຫ້​ຄັກແນ່​ຕື່ມ​ອີກ.


ພໍ​ໂປໂລ​ກ່າວ​ເຖິງ​ເລື່ອງ​ນີ້ ພວກ​ຟາຣີຊາຍ​ກັບ​ພວກ​ຊາດູກາຍ​ກໍ​ເກີດ​ການ​ໂຕ້ຖຽງ​ກັນ ແລະ​ກອງ​ປະຊຸມ​ກໍ​ແຕກກັນ​ອອກ​ເປັນ​ສອງ​ຝ່າຍ. (


ຂ້ານ້ອຍ​ມີ​ຄວາມຫວັງ​ໃນ​ພຣະເຈົ້າ​ຢ່າງ​ດຽວ​ກັບ​ທີ່​ຄົນ​ເຫຼົ່ານີ້​ມີ​ຢູ່ ຄື​ຫວັງ​ວ່າ​ທຸກໆ​ຄົນ​ທັງ​ຊອບທຳ ແລະ​ບໍ່​ຊອບທຳ​ຈະ​ເປັນ​ຄືນ​ມາ​ຈາກ​ຕາຍ.


ນອກຈາກ​ຂໍ້​ດຽວ​ທີ່​ຂ້ານ້ອຍ​ໄດ້​ຮ້ອງ​ຂຶ້ນ ເມື່ອ​ຂ້ານ້ອຍ​ຢືນ​ຢູ່​ຕໍ່ໜ້າ​ພວກເຂົາ​ວ່າ, ‘ຂ້າພະເຈົ້າ​ຖືກ​ນຳ​ຕົວ​ມາ​ພິພາກສາ​ຢູ່​ຕໍ່ໜ້າ​ທ່ານ​ໃນວັນນີ້ ຍ້ອນ​ຂ້າພະເຈົ້າ​ເຊື່ອ​ວ່າ ຄົນ​ຕາຍ​ຈະ​ເປັນ​ຄືນ​ມາ​ສູ່​ຊີວິດ.”’


ດ້ວຍເຫດນີ້ ຂ້າພະເຈົ້າ​ຈຶ່ງ​ເຊີນ​ທ່ານ​ທັງຫລາຍ​ມາ ເພື່ອ​ຈະ​ໄດ້​ເຫັນ​ໜ້າ ແລະ​ເວົ້າ​ກັບ​ພວກທ່ານ ເພາະ​ທີ່​ຂ້າພະເຈົ້າ​ຖືກ​ລ່າມໂສ້​ນີ້ ກໍ​ເນື່ອງ​ດ້ວຍ​ຄວາມຫວັງ​ຂອງ​ຊົນຊາດ​ອິດສະຣາເອນ.”


ຄື​ເມື່ອ​ເຮົາ​ເກີດ​ມາ​ໄດ້​ແປດ​ວັນ ເຮົາ​ກໍໄດ້​ຮັບ​ພິທີຕັດ ເຮົາ​ເປັນ​ຄົນ​ອິດສະຣາເອນ ໃນ​ຕະກຸນ​ເບັນຢາມິນ, ເປັນ​ຄົນ​ເຮັບເຣີ ເກີດ​ຈາກ​ຊາວ​ເຮັບເຣີ ໃນ​ດ້ານ​ກົດບັນຍັດ ເຮົາ​ກໍ​ຢູ່​ໃນ​ຄະນະ​ຟາຣີຊາຍ.


ເມື່ອ​ຖ້ອຍຄຳ​ແຫ່ງ​ຄວາມຈິງ ຄື​ຂ່າວປະເສີດ​ມາ​ເຖິງ​ພວກເຈົ້າ​ເປັນ​ເທື່ອ​ທຳອິດ​ນັ້ນ ພວກເຈົ້າ​ກໍໄດ້​ຮັບຮູ້​ເຖິງ​ຄວາມຫວັງ​ທີ່​ມີ​ໃນ​ຂ່າວປະເສີດ. ດັ່ງນັ້ນ ຄວາມເຊື່ອ​ກັບ​ຄວາມຮັກ​ຂອງ​ພວກເຈົ້າ ຈຶ່ງ​ຝັງ​ຮາກ​ຢູ່​ເທິງ​ສິ່ງ​ທີ່​ພວກເຈົ້າ​ຫວັງ ພຣະເຈົ້າ​ໄດ້​ຊົງ​ຮັກສາ​ໄວ້​ສຳລັບ​ພວກເຈົ້າ​ໃນ​ສະຫວັນ.


ຄວາມຫວັງ​ທີ່​ພວກເຮົາ​ຢຶດຖື​ນັ້ນ ເປັນ​ສະໝໍ​ທີ່​ແທ້ຈິງ​ອັນ​ໝັ້ນຄົງ​ຂອງ​ຈິດໃຈ ຄວາມຫວັງ​ນັ້ນ​ນຳ​ໄປ​ສູ່​ບ່ອນ​ສັກສິດ​ທີ່ສຸດ​ຢູ່​ເບື້ອງ​ຫລັງ​ຜ້າກັ້ງ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka