Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 23:3 - ພຣະຄຳພີສັກສິ

3 ດັ່ງນັ້ນ ໂປໂລ​ຈຶ່ງ​ກ່າວ​ຕໍ່​ມະຫາ​ປະໂຣຫິດ​ວ່າ, “ພຣະເຈົ້າ​ຈະ​ຊົງ​ຕົບ​ເຈົ້າ ຜູ້​ເປັນ​ຝາ​ທີ່​ທາ​ດ້ວຍ​ປູນຂາວ ເຈົ້າ​ນັ່ງ​ພິພາກສາ​ເຮົາ​ຕາມ​ກົດບັນຍັດ ແຕ່​ເຈົ້າ​ຝ່າຝືນ​ກົດບັນຍັດ​ໂດຍ​ສັ່ງ​ຄົນ​ຕົບ​ປາກ​ເຮົາ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ແລ້ວ​ໂປໂລ​ຈຶ່ງ​ເວົ້າ​ກັບ​ເພິ່ນ​ວ່າ, “ພຣະເຈົ້າ​ຈະ​ຕົບ​ເຈົ້າ​ຜູ້​ເປັນ​ຝາ​ທີ່​ທາ​ດ້ວຍ​ປູນຂາວ! ເຈົ້າ​ນັ່ງ​ຢູ່​ທີ່​ນັ້ນ​ເພື່ອ​ຕັດສິນ​ເຮົາ​ຕາມ​ກົດບັນຍັດ ແຕ່​ເຈົ້າ​ຍັງ​ຝ່າຝືນ​ກົດບັນຍັດ​ໂດຍ​ສັ່ງ​ຄົນ​ໃຫ້​ຕົບ​ປາກ​ເຮົາ!”

Uka jalj uñjjattʼäta Copia luraña




ກິດຈະການ 23:3
14 Jak'a apnaqawi uñst'ayäwi  

ແລ້ວ​ຜູ້ທຳນວາຍ​ເຊເດກີຢາ​ລູກຊາຍ​ຂອງ​ເຄນາອານາ​ກໍ​ອອກ​ໄປ​ຫາ​ມີກາອີຢາ ທັງ​ຕົບ​ໜ້າ​ເພິ່ນ ແລະ​ຖາມ​ວ່າ, “ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ອອກ​ຈາກ​ຂ້ອຍ​ໄປ​ຫາ​ເຈົ້າ​ເມື່ອໃດ?”


ຜູ້ປົກຄອງ​ທີ່​ຊົ່ວຮ້າຍ​ຈະ​ຮ່ວມມື​ກັບ​ພຣະອົງ​ໄດ້​ຫລື? ຄື​ຜູ້​ທີ່​ແຕ່ງ​ກົດບັນຍັດ​ອັນ​ບໍ່​ຍຸດຕິທຳ​ນັ້ນ.


ນອກຈາກນີ້ ຂ້າພະເຈົ້າ​ຍັງ​ໄດ້​ສັງເກດ​ເຫັນ​ວ່າ ຢູ່ໃຕ້​ດວງຕາເວັນ​ທ່ານ​ໄດ້​ພົບ​ເຫັນ​ຄວາມ​ຊົ່ວຊ້າ ໃນ​ບ່ອນ​ທີ່​ຄວນ​ມີ​ຄວາມ​ຍຸດຕິທຳ ແລະ​ຄວາມ​ຊອບທຳ.


ຈົ່ງ​ສັດຊື່​ແລະ​ທ່ຽງທຳ ເມື່ອ​ພວກເຈົ້າ​ຕັດສິນ​ຄະດີ​ທາງ​ກົດໝາຍ; ຢ່າ​ສະແດງ​ຄວາມ​ເຫັນອົກ​ເຫັນໃຈ​ຄົນ​ຍາກຈົນ ແລະ​ຢ່າ​ສະແດງ​ຄວາມ​ຢ້ານກົວ​ຕໍ່​ຄົນ​ຮັ່ງມີ.


ຢ່າ​ສໍ້ໂກງ​ຜູ້ໃດ​ຜູ້ໜຶ່ງ​ໂດຍ​ໃຊ້​ເຄື່ອງ​ວັດແທກ​ປອມ ເຊັ່ນ: ແທກ​ຄວາມ​ຍາວ, ຊັ່ງ​ນໍ້າໜັກ ຫລື​ນັບ​ຈຳນວນ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ຜູ້​ທີ່​ບິດເບືອນ​ຄວາມ​ຍຸດຕິທຳ​ແລະ​ສໍ້ໂກງ​ຄົນ ເພື່ອ​ບໍ່​ໃຫ້​ໄດ້​ຮັບ​ສິດທິ​ຂອງຕົນ.


ດັ່ງນັ້ນ ອັນນາ​ຈຶ່ງ​ສົ່ງ​ພຣະເຢຊູເຈົ້າ​ທີ່​ຖືກ​ລ່າມໂສ້​ຢູ່​ນັ້ນ ໄປ​ຫາ​ມະຫາ​ປະໂຣຫິດ​ກາຢະຟາ.


“ຕາມ​ກົດບັນຍັດ​ຂອງ​ພວກເຮົາ​ແລ້ວ ພວກເຮົາ​ຈະ​ລົງໂທດ​ຄົນໃດ​ຄົນໜຶ່ງ​ບໍ່ໄດ້ ຈົນກວ່າ​ໄດ້​ຟັງ​ຄຳ​ໃຫ້​ການ​ຂອງ​ລາວ​ກ່ອນ ແລະ​ຮູ້​ວ່າ​ລາວ​ໄດ້​ເຮັດ​ຜິດ​ຢ່າງ​ໃດ​ແດ່.”


ຄົນ​ທີ່​ຢູ່​ໃກ້​ກັບ​ໂປໂລ​ເວົ້າ​ຕໍ່​ເພິ່ນ​ວ່າ, “ເຈົ້າ​ເວົ້າ​ໝິ່ນປະໝາດ​ມະຫາ​ປະໂຣຫິດ​ຂອງ​ພຣະເຈົ້າ​ບໍ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka