ກິດຈະການ 23:12 - ພຣະຄຳພີສັກສິ12 ພໍເວລາຮຸ່ງເຊົ້າແລ້ວ ພວກຢິວບາງຄົນກໍເຕົ້າໂຮມກັນສົມຮູ້ຮ່ວມຄິດ ເພື່ອວາງແຜນການປອງຮ້າຍ ພວກເຂົາສາບານຕົວໄວ້ວ່າ ພວກເຂົາຈະບໍ່ກິນຫລືດື່ມຫຍັງເລີຍ ຈົນກວ່າຈະໄດ້ຂ້າໂປໂລເສຍກ່ອນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່12 ເຊົ້າວັນຕໍ່ມາພວກຢິວໄດ້ເຕົ້າໂຮມກັນວາງແຜນ ແລະ ຜູກມັດກັນດ້ວຍຄຳສາບານວ່າຈະບໍ່ກິນ ຫລື ດື່ມຈົນກວ່າຈະໄດ້ຂ້າໂປໂລ. Uka jalj uñjjattʼäta |
ຂໍຮ່ວມກັບບັນດາຜູ້ນຳຂອງພວກຂ້ານ້ອຍໃນທີ່ນີ້ ພາຍໃຕ້ຄຳສາບແຊ່ງອັນມີໂທດຮ້າຍແຮງ ຖ້າພວກຂ້ານ້ອຍຝ່າຝືນຂໍ້ຕົກລົງນີ້ ຂໍສາບານວ່າພວກຂ້ານ້ອຍຈະດຳເນີນຊີວິດຕາມກົດບັນຍັດ ຊຶ່ງພຣະເຈົ້າໄດ້ມອບໃຫ້ຜ່ານທາງໂມເຊ ຜູ້ຮັບໃຊ້ຂອງພຣະເຈົ້າ; ວ່າພວກຂ້ານ້ອຍຈະກະທຳຕາມສິ່ງທັງໝົດທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກຂ້ານ້ອຍໄດ້ສັ່ງ; ແລະວ່າພວກຂ້ານ້ອຍຈະຢຶດຖືກົດບັນຍັດ ແລະຂໍ້ກຳນົດຕ່າງໆຂອງພຣະອົງ.
ໃນການເດີນທາງຫລາຍເທື່ອຂອງເຮົາ ເຮົາໄດ້ຕົກຢູ່ໃນໄພອັນຕະລາຍຈາກນໍ້າຖ້ວມແລະຈາກພວກໂຈນ, ໃນອັນຕະລາຍຈາກພວກຢິວເພື່ອນຮ່ວມຊາດຂອງຕົນເອງແລະຈາກພວກຕ່າງຊາດ, ເຮົາຍັງປະເຊີນຕໍ່ອັນຕະລາຍໃນເມືອງ, ຕໍ່ອັນຕະລາຍໃນຖິ່ນແຫ້ງແລ້ງກັນດານ, ຕໍ່ອັນຕະລາຍໃນທະເລ ແລະຕໍ່ອັນຕະລາຍຈາກພີ່ນ້ອງທີ່ໜ້າໄຫວ້ຫລັງຫລອກ.