ກິດຈະການ 23:10 - ພຣະຄຳພີສັກສິ10 ການໂຕ້ຖຽງກັນຮຸນແຮງຍິ່ງຂຶ້ນ ຈົນນາຍພັນຢ້ານວ່າ ໂປໂລອາດຈະຖືກເຂົາຍາດຈັບຈີກເປັນຕ່ອນໆກໍໄດ້. ດັ່ງນັ້ນ ເພິ່ນຈຶ່ງໄດ້ສັ່ງທະຫານໃຫ້ລົງໄປໃນທ່າມກາງພວກເຂົາ ແລະພາໂປໂລເຂົ້າໄປໃນຄ້າຍ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່10 ການໂຕ້ຖຽງຮຸນແຮງຂຶ້ນຈົນນາຍພັນຢ້ານວ່າໂປໂລຈະຖືກພວກເຂົາຈີກເປັນຕ່ອນໆ. ເພິ່ນຈຶ່ງໄດ້ສັ່ງທະຫານໃຫ້ລົງໄປເອົາໂປໂລອອກມາຈາກຄົນເຫລົ່ານັ້ນ ແລະ ນຳເພິ່ນເຂົ້າໄປທີ່ຄ້າຍທະຫານ. Uka jalj uñjjattʼäta |
ໃນການເດີນທາງຫລາຍເທື່ອຂອງເຮົາ ເຮົາໄດ້ຕົກຢູ່ໃນໄພອັນຕະລາຍຈາກນໍ້າຖ້ວມແລະຈາກພວກໂຈນ, ໃນອັນຕະລາຍຈາກພວກຢິວເພື່ອນຮ່ວມຊາດຂອງຕົນເອງແລະຈາກພວກຕ່າງຊາດ, ເຮົາຍັງປະເຊີນຕໍ່ອັນຕະລາຍໃນເມືອງ, ຕໍ່ອັນຕະລາຍໃນຖິ່ນແຫ້ງແລ້ງກັນດານ, ຕໍ່ອັນຕະລາຍໃນທະເລ ແລະຕໍ່ອັນຕະລາຍຈາກພີ່ນ້ອງທີ່ໜ້າໄຫວ້ຫລັງຫລອກ.