ກິດຈະການ 23:1 - ພຣະຄຳພີສັກສິ1 ຝ່າຍໂປໂລຈຶ່ງຈ້ອງຕາເບິ່ງກອງປະຊຸມນັ້ນ ແລະກ່າວວ່າ, “ພີ່ນ້ອງທັງຫລາຍເອີຍ, ເຮົານີ້ໄດ້ດຳເນີນຊີວິດຕໍ່ພຣະພັກຂອງພຣະເຈົ້າ ລ້ວນແຕ່ຕາມທີ່ໃຈສຳນຶກຜິດແລະຊອບທີ່ດີຈົນເຖິງທຸກວັນນີ້.” Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່1 ໂປໂລຈ້ອງເບິ່ງໄປທີ່ສະມາຊິກສະພາແຊນເຮດຣິນ ແລະ ກ່າວວ່າ, “ພີ່ນ້ອງທັງຫລາຍ ເຮົາໄດ້ເຮັດໜ້າທີ່ຂອງຕົນຕໍ່ພຣະເຈົ້າດ້ວຍຈິດສຳນຶກທີ່ດີມາຈົນເຖິງທຸກວັນນີ້”. Uka jalj uñjjattʼäta |
ແຕ່ເຮົາບອກເຈົ້າທັງຫລາຍວ່າ, ຜູ້ໃດທີ່ໂກດຮ້າຍເຄືອງໃຈ ຕໍ່ອ້າຍເອື້ອຍນ້ອງຂອງຕົນ ຈະຖືກນຳຂຶ້ນສານເພື່ອຕັດສິນລົງໂທດ ຜູ້ໃດທີ່ເອີ້ນອ້າຍເອື້ອຍນ້ອງຂອງຕົນວ່າ, ‘ຄົນໂງ່ຈ້າ’ ຈະຖືກນຳຂຶ້ນສານສູງເພື່ອຕັດສິນລົງໂທດ ແລະຜູ້ໃດທີ່ເອີ້ນອ້າຍເອື້ອຍນ້ອງຂອງຕົນວ່າ, ‘ຄົນບ້າ’ ຜູ້ນັ້ນຈະຕົກບຶງໄຟນະຣົກ.
ເລື່ອງນີ້ມະຫາປະໂຣຫິດກັບບັນດາເຖົ້າແກ່ທີ່ເປັນສະມາຊິກຂອງສະພາສູງສຸດທຸກຄົນ ຄົງຢືນຢັນໄດ້ວ່າຂ້າພະເຈົ້າເວົ້າຄວາມຈິງ, ຂ້າພະເຈົ້າໄດ້ຮັບໜັງສືຈາກພວກເພິ່ນ ແລະຖືໄປຫາບັນດາພີ່ນ້ອງຊາວຢິວທີ່ເມືອງດາມັສກັດ ເພື່ອຈະຈັບເອົາພວກຄົນທີ່ເຊື່ອຢູ່ໃນທີ່ນັ້ນ ແລະນຳພວກເຂົາມາທີ່ນະຄອນເຢຣູຊາເລັມເພື່ອລົງໂທດ.”
ເມື່ອໂປໂລສັງເກດເຫັນວ່າ ໃນກອງປະຊຸມຂອງສະພາສູງສຸດນີ້ ຄົນສ່ວນໜຶ່ງເປັນພວກຊາດູກາຍ ແລະຄົນສ່ວນໜຶ່ງອີກເປັນພວກຟາຣີຊາຍ. ດັ່ງນັ້ນ ເພິ່ນຈຶ່ງຮ້ອງຂຶ້ນຕໍ່ໜ້າກອງປະຊຸມວ່າ, “ພີ່ນ້ອງທັງຫລາຍເອີຍ, ຂ້າພະເຈົ້າເປັນຟາຣີຊາຍ ແລະເປັນລູກຂອງຄົນຟາຣີຊາຍ. ຂ້າພະເຈົ້າຖືກນຳຕົວມາພິພາກສາຢູ່ທີ່ນີ້ ກໍເພາະຂ້າພະເຈົ້າມີຄວາມຫວັງວ່າ ຄົນຕາຍຈະເປັນຄືນມາສູ່ຊີວິດ.”