Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 22:8 - ພຣະຄຳພີສັກສິ

8 ຂ້າພະເຈົ້າ​ຖາມ​ອອກ​ໄປ​ວ່າ, ‘ພຣະອົງເຈົ້າ​ເອີຍ ພຣະອົງ​ແມ່ນ​ຜູ້ໃດ?’ ແລ້ວ​ພຣະອົງ​ຕອບ​ຂ້າພະເຈົ້າ​ວ່າ ‘ເຮົາ​ແມ່ນ​ເຢຊູ​ໄທ​ນາຊາເຣັດ ຜູ້​ທີ່​ເຈົ້າ​ກຳລັງ​ຂົ່ມເຫັງ.’

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 “ຂ້າພະເຈົ້າ​ຈຶ່ງ​ຖາມ​ວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະອົງ​ເປັນ​ຜູ້ໃດ?’ “ພຣະອົງ​ຕອບ​ວ່າ, ‘ເຮົາ​ແມ່ນ​ເຢຊູ​ຊາວ​ນາຊາເຣັດ​ຜູ້​ທີ່​ເຈົ້າ​ກຳລັງ​ຂົ່ມເຫັງ’.

Uka jalj uñjjattʼäta Copia luraña




ກິດຈະການ 22:8
16 Jak'a apnaqawi uñst'ayäwi  

ຜູ້ໃດ​ຜູ້ໜຶ່ງ​ທີ່​ຕົບຕີ​ພວກເຈົ້າ ກໍ​ສໍ່າກັບ​ຕົບຕີ​ແກ້ວ​ຕາ​ຂອງເຮົາ.” ດັ່ງນັ້ນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຈຶ່ງ​ໄດ້​ໃຊ້​ຂ້າພະເຈົ້າ​ພ້ອມ​ນຳ​ຖ້ອຍຄຳ​ນີ້​ໄປ​ບອກ​ຊົນຊາດ​ຕ່າງໆ ທີ່​ໄດ້​ປຸ້ນຈີ້​ປະຊາຊົນ​ຂອງ​ພຣະອົງ​ວ່າ,


ແລະ​ໄປ​ອາໄສ​ຢູ່​ເມືອງ​ໜຶ່ງ​ຊື່​ວ່າ ນາຊາເຣັດ ເຫດການ​ທີ່​ໄດ້​ເກີດຂຶ້ນ​ນີ້ ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້​ວ່າ, “ທ່ານ​ຈະ​ຖືກ​ເອີ້ນ​ວ່າ ໄທ​ນາຊາເຣັດ.”


ຈອມ​ກະສັດ​ຈະ​ຕອບ​ວ່າ, ‘ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ເມື່ອ​ພວກເຈົ້າ​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້ ແກ່​ຜູ້​ທີ່​ຕໍ່າຕ້ອຍ​ທີ່ສຸດ​ຄົນ​ໜຶ່ງ​ໃນ​ພວກ​ພີ່ນ້ອງ​ເຫຼົ່ານີ້​ຂອງເຮົາ, ພວກເຈົ້າ​ກໍໄດ້​ເຮັດ​ແກ່​ເຮົາ​ເໝືອນກັນ.’


ຈອມ​ກະສັດ​ຈະ​ຕອບ​ພວກເຂົາ​ວ່າ, ‘ເຮົາ​ບອກ​ພວກສູ​ຕາມ​ຄວາມຈິງ​ວ່າ ເມື່ອ​ພວກສູ​ບໍ່ໄດ້​ເຮັດ​ສິ່ງ​ເຫຼົ່ານັ້ນ ແກ່​ຜູ້ໜຶ່ງ​ໃນ​ບັນດາ​ຜູ້​ທີ່​ຕໍ່າຕ້ອຍ​ທີ່ສຸດ​ພວກ​ນີ້ ພວກສູ​ກໍ​ບໍ່ໄດ້​ເຮັດ​ແກ່​ເຮົາ​ເໝືອນກັນ’


ແຕ່​ເປໂຕ​ຕອບ​ວ່າ, “ພຣະອົງເຈົ້າ​ເອີຍ ເປັນ​ໄປ​ບໍ່ໄດ້​ເດັດຂາດ ເພາະ​ຕາມ​ທຳນຽມ​ແລ້ວ ຂ້ານ້ອຍ​ບໍ່ເຄີຍ​ກິນ​ສິ່ງໃດ​ທີ່​ບໍ່ໄດ້​ຖືກ​ຊຳລະ​ໃຫ້​ສະອາດ ແລະ​ສິ່ງ​ທີ່​ເປັນ​ມົນທິນ.”


ຂ້າພະເຈົ້າ​ລົ້ມ​ລົງ​ທີ່​ພື້ນດິນ ແລະ​ໄດ້ຍິນ​ສຽງ​ໜຶ່ງ​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, ‘ໂຊໂລ ໂຊໂລ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫັງ​ເຮົາ?’


“ຝ່າຍ​ຂ້ານ້ອຍ​ເອງ​ກໍ​ເຄີຍ​ຄິດ​ຢູ່​ໃນ​ໃຈ​ວ່າ, ຕ້ອງ​ເຮັດ​ທຸກ​ວິທີ​ທາງ ເພື່ອ​ຂັດຂວາງ​ພຣະນາມ​ຂອງ​ພຣະເຢຊູເຈົ້າ​ໄທ​ນາຊາເຣັດ.


ຝ່າຍ​ເປໂຕ​ກໍ​ກ່າວ​ແກ່​ລາວ​ວ່າ, “ເງິນ​ແລະ​ຄຳ​ເຮົາ​ບໍ່ມີ ແຕ່​ສິ່ງ​ທີ່​ເຮົາ​ມີ​ຢູ່​ນັ້ນ​ເຮົາ​ຈະ​ໃຫ້​ແກ່​ເຈົ້າ ຄື​ໃນ​ພຣະນາມ​ແຫ່ງ​ພຣະເຢຊູ​ຄຣິດເຈົ້າ​ໄທ​ນາຊາເຣັດ ຈົ່ງ​ຍ່າງ​ໄປ.”


ກໍ​ຂໍ​ໃຫ້​ພວກທ່ານ​ທຸກຄົນ ຄື​ປະຊາຊົນ​ອິດສະຣາເອນ​ທັງໝົດ​ຮູ້​ວ່າ: ທີ່​ຊາຍ​ຄົນ​ນີ້​ຖືກ​ຊົງ​ໂຜດ​ໃຫ້​ຫາຍ​ດີ​ເປັນ​ປົກກະຕິ​ນັ້ນ ກໍ​ໂດຍ​ຣິດເດດ​ແຫ່ງ​ນາມຊື່​ຂອງ​ພຣະເຢຊູ​ຄຣິດເຈົ້າ​ໄທ​ນາຊາເຣັດ ຜູ້​ທີ່​ທ່ານ​ທັງຫລາຍ​ໄດ້​ຄຶງ​ໄວ້​ທີ່​ໄມ້ກາງແຂນ ແລະ​ຜູ້​ທີ່​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ.


ພວກເຮົາ​ໄດ້ຍິນ​ຄົນ​ນີ້​ເວົ້າ​ວ່າ ເຢຊູ​ໄທ​ນາຊາເຣັດ​ຈະ​ທຳລາຍ​ພຣະວິຫານ​ຫລັງ​ນີ້ ແລະ​ຈະ​ປ່ຽນແປງ​ທຳນຽມ​ທີ່​ໂມເຊ​ໄດ້​ໃຫ້​ໄວ້​ແກ່​ພວກເຮົາ.”


ເຖິງ​ວ່າ​ຮ່າງກາຍ​ເປັນ​ອັນ​ດຽວ ກໍ​ຍັງ​ມີ​ອະໄວຍະວະ​ຫລາຍ​ສ່ວນ ແລະ​ອະໄວຍະວະ​ເຫຼົ່ານັ້ນ ແມ່ນ​ຈະ​ມີ​ຫລາຍ​ສ່ວນ ກໍ​ຍັງ​ເປັນ​ກາຍ​ດຽວກັນ​ສັນໃດ ພຣະຄຣິດ​ກໍ​ຊົງ​ເປັນ​ສັນນັ້ນ.


ແລະ​ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ຟັງ​ທຸກໆ​ສິ່ງ​ທີ່​ປະຊາຊົນ​ເວົ້າ​ຕໍ່​ເຈົ້າ. ພວກເຂົາ​ບໍ່ໄດ້​ປະຖິ້ມ​ເຈົ້າ, ແຕ່​ໄດ້​ປະຖິ້ມ​ເຮົາ​ຕ່າງຫາກ ໂດຍ​ບໍ່​ຍອມ​ຮັບ​ເອົາ​ເຮົາ​ເປັນ​ເຈົ້າຊີວິດ​ຂອງ​ພວກເຂົາ​ຕໍ່ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka