Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 22:5 - ພຣະຄຳພີສັກສິ

5 ເລື່ອງ​ນີ້​ມະຫາ​ປະໂຣຫິດ​ກັບ​ບັນດາ​ເຖົ້າແກ່​ທີ່​ເປັນ​ສະມາຊິກ​ຂອງ​ສະພາ​ສູງສຸດ​ທຸກຄົນ ຄົງ​ຢືນຢັນ​ໄດ້​ວ່າ​ຂ້າພະເຈົ້າ​ເວົ້າ​ຄວາມຈິງ, ຂ້າພະເຈົ້າ​ໄດ້​ຮັບ​ໜັງສື​ຈາກ​ພວກເພິ່ນ ແລະ​ຖື​ໄປ​ຫາ​ບັນດາ​ພີ່ນ້ອງ​ຊາວ​ຢິວ​ທີ່​ເມືອງ​ດາມັສກັດ ເພື່ອ​ຈະ​ຈັບ​ເອົາ​ພວກ​ຄົນ​ທີ່​ເຊື່ອ​ຢູ່​ໃນ​ທີ່ນັ້ນ ແລະ​ນຳ​ພວກເຂົາ​ມາ​ທີ່​ນະຄອນ​ເຢຣູຊາເລັມ​ເພື່ອ​ລົງໂທດ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ມະຫາ​ປະໂລຫິດ ແລະ ສະມາຊິກ​ສະພາ​ທຸກຄົນ​ສາມາດ​ເປັນພະຍານ​ໄດ້. ຂ້າພະເຈົ້າ​ກໍ​ໄດ້​ຮັບ​ຈົດໝາຍ​ຈາກ​ພວກເພິ່ນ​ໄປ​ເຖິງ​ພວກພີ່ນ້ອງ​ຂອງ​ພວກເຂົາ​ໃນ​ເມືອງ​ດາມັສກັດ, ແລ້ວ​ເດີນທາງ​ໄປ​ທີ່​ນັ້ນ​ເພື່ອ​ຈັບ​ຄົນ​ເຫລົ່ານີ້​ໄປ​ເປັນ​ນັກໂທດ ແລະ ນຳ​ໄປ​ເຢຣູຊາເລັມ​ເພື່ອ​ລົງໂທດ.

Uka jalj uñjjattʼäta Copia luraña




ກິດຈະການ 22:5
21 Jak'a apnaqawi uñst'ayäwi  

ເມື່ອ​ຮຸ່ງ​ເຊົ້າ​ມາ ພວກ​ເຖົ້າແກ່ ພວກ​ຫົວໜ້າ​ປະໂຣຫິດ ແລະ​ພວກ​ທຳມະຈານ​ໄດ້​ປະຊຸມ​ກັນ ແລະ​ພວກເຂົາ​ໄດ້​ຄຸມ​ຕົວ​ພຣະອົງ ມາ​ຢູ່​ຕໍ່ໜ້າ​ສະພາ​ສູງສຸດ.


ໃນ​ວັນ​ຕໍ່ມາ ກໍ​ມີ​ການ​ນະມັດສະການ​ຂອງ​ບັນດາ​ຄົນ​ທີ່​ເຊື່ອ ໂດຍ​ມີ​ຜູ້​ມາ​ລວມ​ທັງໝົດ​ປະມານ​ຮ້ອຍຊາວ​ຄົນ ຝ່າຍ​ເປໂຕ​ຈຶ່ງ​ຢືນ​ຂຶ້ນ ແລະ​ກ່າວ​ແກ່​ຄົນ​ເຫຼົ່ານີ້​ວ່າ,


ພີ່ນ້ອງ​ທັງຫລາຍ​ຜູ້​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ແລະ​ທ່ານ​ທັງຫລາຍ​ທີ່​ຢຳເກງ​ພຣະເຈົ້າ​ເອີຍ, ຂ່າວ​ແຫ່ງ​ຄວາມ​ພົ້ນ​ນີ້​ໄດ້​ຖືກ​ສົ່ງ​ມາ ແມ່ນ​ສຳລັບ​ພວກເຮົາ​ນີ້​ເອງ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຂ້າພະເຈົ້າ​ມີ​ສິດ​ທີ່​ຈະ​ກ່າວ​ຢ່າງ​ເຊື່ອໝັ້ນ​ຕໍ່​ພວກທ່ານ ເຖິງ​ກະສັດ​ດາວິດ​ບັນພະບຸລຸດ​ຂອງ​ພວກເຮົາ ເພິ່ນ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ຂອງ​ເພິ່ນ​ເອງ ຊຶ່ງ​ຢູ່​ທ່າມກາງ​ພວກເຮົາ​ຈົນເຖິງ​ທຸກ​ວັນນີ້.


“ພີ່ນ້ອງ ແລະ​ທ່ານ​ຜູ້​ອາວຸໂສ​ເອີຍ, ຂໍ​ຟັງ​ຄຳ​ໃຫ້​ການ​ທີ່​ຂ້າພະເຈົ້າ​ຈະ​ກ່າວ​ແກ້​ຄະດີ​ຕໍ່ໜ້າ​ທ່ານ​ທັງຫລາຍ​ໃນ​ບັດນີ້​ດ້ວຍ​ເຖີດ.”


ຝ່າຍ​ໂປໂລ​ຈຶ່ງ​ຈ້ອງ​ຕາ​ເບິ່ງ​ກອງ​ປະຊຸມ​ນັ້ນ ແລະ​ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ນີ້​ໄດ້​ດຳເນີນ​ຊີວິດ​ຕໍ່​ພຣະພັກ​ຂອງ​ພຣະເຈົ້າ ລ້ວນແຕ່​ຕາມ​ທີ່​ໃຈ​ສຳນຶກ​ຜິດແລະຊອບ​ທີ່​ດີ​ຈົນເຖິງ​ທຸກ​ວັນນີ້.”


ເມື່ອ​ໂປໂລ​ສັງເກດ​ເຫັນ​ວ່າ ໃນ​ກອງ​ປະຊຸມ​ຂອງ​ສະພາ​ສູງສຸດ​ນີ້ ຄົນ​ສ່ວນ​ໜຶ່ງ​ເປັນ​ພວກ​ຊາດູກາຍ ແລະ​ຄົນ​ສ່ວນ​ໜຶ່ງ​ອີກ​ເປັນ​ພວກ​ຟາຣີຊາຍ. ດັ່ງນັ້ນ ເພິ່ນ​ຈຶ່ງ​ຮ້ອງ​ຂຶ້ນ​ຕໍ່ໜ້າ​ກອງ​ປະຊຸມ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ, ຂ້າພະເຈົ້າ​ເປັນ​ຟາຣີຊາຍ ແລະ​ເປັນ​ລູກ​ຂອງ​ຄົນ​ຟາຣີຊາຍ. ຂ້າພະເຈົ້າ​ຖືກ​ນຳ​ຕົວ​ມາ​ພິພາກສາ​ຢູ່​ທີ່​ນີ້ ກໍ​ເພາະ​ຂ້າພະເຈົ້າ​ມີ​ຄວາມຫວັງ​ວ່າ ຄົນ​ຕາຍ​ຈະ​ເປັນ​ຄືນ​ມາ​ສູ່​ຊີວິດ.”


ການ​ຂັດຂວາງ​ເຊັ່ນນັ້ນ ຂ້ານ້ອຍ​ໄດ້​ເຮັດ​ໃນ​ນະຄອນ​ເຢຣູຊາເລັມ ເມື່ອ​ຂ້ານ້ອຍ​ໄດ້​ຮັບ​ສິດ​ອຳນາດ​ພິເສດ​ຈາກ​ພວກ​ມະຫາ​ປະໂຣຫິດ ແລະ​ໄດ້​ຈັບກຸມ​ໄພ່ພົນ​ຂອງ​ພຣະເຈົ້າ​ຫລາຍ​ຄົນ​ເຂົ້າ​ຄຸກ ແລະ​ເມື່ອ​ພວກເຂົາ​ຖືກ​ຕັດສິນ​ລົງໂທດ​ໃຫ້​ປະຫານ​ຊີວິດ ຂ້ານ້ອຍ​ກໍ​ເຫັນ​ພ້ອມ​ດ້ວຍ.


ຫລາຍ​ເທື່ອ​ທີ່​ຂ້ານ້ອຍ​ໄດ້​ລົງໂທດ​ພວກເຂົາ​ໃນ​ທຳມະສາລາ​ຕ່າງໆ ແລະ​ພະຍາຍາມ​ບັງຄັບ​ພວກເຂົາ​ໃຫ້​ກ່າວ​ຄຳ​ທີ່​ໝິ່ນປະໝາດ​ຕໍ່​ພຣະເຈົ້າ, ຂ້ານ້ອຍ​ໂກດແຄ້ນ​ພວກເຂົາ​ແຮງ ຈົນ​ວ່າ​ຂ້ານ້ອຍ​ໄດ້​ໄປ​ຂົ່ມເຫັງ​ພວກເຂົາ ຕາມ​ເມືອງ​ຕ່າງໆ​ໃນ​ຕ່າງ​ປະເທດ.”


“ດ້ວຍເຫດນີ້, ຂ້ານ້ອຍ​ຈຶ່ງ​ໄດ້​ເດີນທາງ​ໄປ​ທີ່​ເມືອງ​ດາມັສກັດ ໂດຍ​ອາໄສ​ສິດ​ອຳນາດ ແລະ​ຄຳສັ່ງ​ຂອງ​ມະຫາ​ປະໂຣຫິດ.


ສາມ​ວັນ​ຕໍ່ມາ ໂປໂລ​ໄດ້​ເຊີນ​ບັນດາ​ຫົວໜ້າ​ຂອງ​ພວກ​ຢິວ​ມາ​ປະຊຸມ. ເມື່ອ​ມາ​ພ້ອມໜ້າກັນ​ແລ້ວ ເພິ່ນ​ຈຶ່ງ​ໄດ້ກ່າວ​ແກ່​ພວກເຂົາ​ວ່າ, “ພີ່ນ້ອງ​ທັງຫຼາຍ​ເອີຍ ເຖິງ​ແມ່ນ​ວ່າ​ຂ້າພະເຈົ້າ​ບໍ່ໄດ້​ເຮັດຜິດ​ສິ່ງໃດ​ຕໍ່​ປະຊາຊົນ​ຂອງ​ພວກເຮົາ, ຫລື​ຜິດຕໍ່​ທຳນຽມ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ກໍຕາມ, ແຕ່​ຂ້າພະເຈົ້າ​ກໍ​ຍັງ​ຕົກ​ເປັນ​ນັກໂທດ​ໃນ​ນະຄອນ​ເຢຣູຊາເລັມ ແລະ​ໄດ້ຖືກ​ມອບ​ໃຫ້​ຢູ່​ໃນ​ມື​ຂອງ​ພວກ​ໂຣມ.


ພວກເຂົາ​ຕອບ​ໂປໂລ​ວ່າ, “ພວກເຮົາ​ບໍ່ໄດ້​ຮັບ​ຈົດໝາຍ​ໃດໆ ຈາກ​ແຂວງ​ຢູດາຍ​ກ່ຽວກັບ​ທ່ານ ແລະ​ທັງ​ບໍ່ມີ​ພີ່ນ້ອງ​ຂອງ​ພວກເຮົາ​ຜູ້ໃດ​ຜູ້ໜຶ່ງ​ມາ​ລາຍງານ ຫລື​ກ່າວ​ສິ່ງ​ບໍ່​ດີ​ກ່ຽວກັບ​ທ່ານ.


ມາບັດນີ້ ພີ່ນ້ອງ​ທັງຫລາຍ​ເອີຍ ຂ້າພະເຈົ້າ​ຮູ້​ວ່າ ສິ່ງ​ທີ່​ພວກທ່ານ​ກັບ​ບັນດາ​ຜູ້ນຳ​ຂອງ​ພວກທ່ານ ໄດ້​ເຮັດ​ຕໍ່​ພຣະເຢຊູເຈົ້າ​ນັ້ນ ກໍ​ເຮັດ​ໄປ​ດ້ວຍ​ຄວາມ​ບໍ່​ຮູ້​ບໍ່​ເຂົ້າໃຈ.


ຕົກ​ວັນ​ໜ້າ​ມາ ບັນດາ​ຜູ້ນຳ​ກັບ​ພວກ​ເຖົ້າແກ່ ແລະ​ພວກ​ທຳມະຈານ​ໄດ້​ປະຊຸມ​ກັນ​ທີ່​ນະຄອນ​ເຢຣູຊາເລັມ.


ເມື່ອ​ອັກຄະສາວົກ​ໄດ້ຍິນ​ດັ່ງນັ້ນ​ແລ້ວ ພໍ​ຮຸ່ງ​ເຊົ້າ​ກໍ​ເຂົ້າ​ໄປ​ໃນ​ພຣະວິຫານ ແລະ​ຕັ້ງຕົ້ນ​ສັ່ງສອນ. ມະຫາ​ປະໂຣຫິດ​ກັບ​ພັກພວກ​ຂອງຕົນ ໄດ້​ເອີ້ນ​ເຖົ້າແກ່​ຊາວ​ຢິວ​ທຸກຄົນ​ມາ ສຳລັບ​ປະຊຸມ​ສະພາ​ສູງສຸດ​ຄົບ​ຄະນະ, ແລ້ວ​ພວກເຂົາ​ກໍ​ສັ່ງ​ເຈົ້າໜ້າທີ່​ໃຫ້​ໄປ​ທີ່​ຄຸກ ເພື່ອ​ນຳ​ເອົາ​ພວກ​ອັກຄະສາວົກ​ອອກ​ມາ​ປາກົດ​ຕົວ​ຕໍ່ໜ້າ​ພວກເຂົາ.


ລາວ​ມາ​ທີ່​ນີ້ ກໍ​ເພາະ​ຖື​ອຳນາດ​ຈາກ​ຫົວໜ້າ​ປະໂຣຫິດ ເພື່ອ​ຈັບກຸມ​ທຸກຄົນ​ທີ່​ນະມັດສະການ ​ພຣະອົງ.”


ເພາະວ່າ ເຈົ້າ​ທັງຫລາຍ​ໄດ້ຍິນ​ເຖິງ​ຊີວິດ​ເບື້ອງ​ຫລັງ​ຂອງເຮົາ ເມື່ອ​ເຮົາ​ຍັງ​ຢູ່​ໃນ​ລັດທິ​ຢິວ​ນັ້ນ​ວ່າ ເຮົາ​ໄດ້​ຂົ່ມເຫັງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ຢ່າງ​ຮ້າຍແຮງ​ເຫລືອເກີນ ແລະ​ທຳຮ້າຍ​ຕໍ່​ຄຣິສຕະຈັກ​ນັ້ນ.


ໃນ​ດ້ານ​ໃຈ​ຮ້ອນຮົນ, ເຮົາ​ກໍໄດ້​ຂົ່ມເຫັງ​ຄຣິສຕະຈັກ ໃນ​ດ້ານ​ຄວາມ​ຊອບທຳ ຊຶ່ງ​ມີ​ຢູ່​ໂດຍ​ກົດບັນຍັດ ເຮົາ​ກໍ​ບໍ່ມີ​ທີ່​ຕິຕຽນ​ໄດ້.


ຢ່າ​ເມີນເສີຍ​ຕໍ່​ຂອງ​ປະທານ ຝ່າຍ​ຈິດ​ວິນຍານ​ທີ່​ມີ​ໃນ​ເຈົ້າ ຊຶ່ງ​ຖືກ​ມອບໝາຍ​ໃຫ້​ເຈົ້າ ເມື່ອ​ພວກ​ຜູ້ທຳນວາຍ​ແລະ​ພວກ​ເຖົ້າແກ່​ວາງ​ມື​ໃສ່​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka